ຊາທີ່ເກີດຕາມທຳມະຊາດມັກພົບຕາມປ່າດົງດິບໃນເຂດພູສູງ, ມັກເກີດຮ່ວມກັບໜໍ່ໄມ້ສັນ, ສົ້ມກຸ້ງ, ຜັກເຊຍ, ຂີງແດງ, ໜໍ່ຂ່າ, ສ່ວນໄມ້ຢືນຕົ້ນທີ່ເກີດຮ່ວມຈະເປັນພວກໄມ້ຄາຍໂສ້, ຕົ້ນໝາກຄໍ້ຂຽວ ແລະ ອື່ນ. ເມື່ອຊາວບ້ານໄດ້ເກັບແກ່ນຈາກປ່າມາກ້າປູກເຫັນວ່າໄດ້ມີການປູກປະສົມປະສານກັບພືດຊະນິດອື່ນເຊັ່ນ: ຕົ້ນໝາກສີດາ, ໝາກຄາຍ ແລະ ອື່ນໆ. ນອກນັ້ນຍັງສາມາດປູກພືດລະດູດຽວໄດ້ດ້ວຍເຊັ່ນ: ຫົວຂີ້ມີ້ນ, ຫົວຫວ້ານຕ່າງ, ສາມາດເກັບກູ້ໄດ້ໃນລະດູດຽວ. ນອກຈາກພືດປູກແລ້ວໃນສວນຍັງພົບພືດທີ່ເປັນຢາ ແລະ ສາມາດກິນໄດ້ຫຼາຍຊະນິດເຊັ່ນ: ຜັກກູດໂງ້ງ, ຜັກຄາດ, ໝາກເຂືອບ້າ, ໝາກແຄ້ງ. ພືດບາງກຸ່ມທີ່ເກີດຮ່ວມຍັງຊ່ວຍປັບປຸງດິນເຊັ່ນຫຍ້າຂິວ, ຫຍ້າຍຸ້ງ, ຫຍ້າຂີວຂົນ, ຜັກກາບປີ ແລະ ພືດຕະກຸນຖົ່ວຊະນິດຕ່າງໆ. ຍອດຊາທີ່ໄດ້ຮັບຄຸນນະພາບສູງແມ່ນປູກປະສົມປະສານກັບພືດຊະນິດອື່ນ. 

ການປະກອບສ່ວນ