ໂອກາດດ້ານການຜະລິດ
•    ສປປ ລາວ ມີຄວາມເໝາະສົມຂອງດິນ, ສະພາບອາກາດ ແລະ ມີຊັບພະຍາກອນປະເພດຊາບູຮານ ແລະ ຊາປ່າ. ຊາເປັນພືດເຂດສູງ ແລະ ສາມາດປູກຢູ່ໃນດິນທີ່ທາດ pH (4.5-5.5), ທີ່ອາດບໍ່ເໝາະແກ່ການປູກພືດສະນິດອື່ນ;
•    ມີພູມປັນຍາຊາວບ້ານໃນດ້ານເຕັກນິກການປຸງແຕ່ງຊາດ້ວຍມືຢູ່ບາງເຂດ. ໃນຄະນະດຽວກັນກໍ່ສາມາດປັບປຸງການປຸງແຕ່ງ ແລະ ເຮັດໃຫ້ຜະລິດຕະພັນຊາມີຄວາມຫຼາກຫຼາຍ. ຖ້າເຕັກນິກການປຸງແຕ່ງສາມາດປັບປຸງໃຫ້ດີຂຶ້ນ, ຄຸນນະພາບການ ປຸງແຕ່ງເໝົາຊາ ແລະ ຊາຂຽວກໍ່ຈະດີຂຶ້ນ, ລາຄາເໝົາຊາເພີ້ມຂຶ້ນ, ລາຍຮັບຂອງຊາວກະສິກອນຊາກໍ່ຈະເພີ້ມຂຶ້ນ. ມີການຄາດຄະເນວ່າ, ການຜະລິດເໝົາຊາ ສາມາດເຜີ້ມມູນຄ່າເຖິງ 50% ຖ້າຄຸນນະພາບຂອງການ ປຸງແຕ່ງໄດ້ຮັບການປັບປຸງ;
•    ສປປລາວ ສາມາດເຂົ້າເຖີງການພັດທະນາບຸກຄະລາກອນກັບປະເທດເພື່ອນບ້ານໄດ້ ແລະ ສະມັດຕະພາບຂອງ ການ ຜະລິດສາມາດຍົກສູງຂຶ້ນ, ເປັນຕົ້ນແມ່ນ ສປ ຈີນ ແລະ ສສ ຫວຽດນາມ;
•    ສປປ ລາວ ໄດ້ມີປະສົບການການພັດທະນາ ແລະ ມີຜົນສໍາເລັດຂອງຂະແໜງກາເຟເປັນບົດຮຽນ ແລະ ບົດຮຽນ ດັ່ງກ່າວສາມາດນຳມາຜັນຂະຫຍາຍໄດ້ໃນຫຼາຍເຂດ;
•    ຫຼາຍທ້ອງຖິ່ນໄດ້ມີປະສົບການຈໍານວນໜື່ງໃນການຜະລິດຊາເປັນສິນຄ້າ ແລະ ບົດຮຽນດັ່ງກ່າວສາມາດນໍາໄປ ຜັນຂະຫຍາຍໄດ້;
•    ປະຈຸບັນມີຫຼາຍໂຄງການພັດທະນາໄດ້ໃຫ້ຄວາມສົນໃຈ ແລະ ສົ່ງເສີມການອານຸລັກ ແລະ ການຜະລິດຊາ ເພື່ອເປັນສິນຄ້າ.
ໂອກາດດ້ານການຕະຫຼາດ
•    ຕະຫຼາດຊາພິເສດມີຄວາມສົນໃຈຊາຂອງ ສປປ ລາວ ເນື່ອງຈາກເປັນແຫຼ່ງຜະລິດຊາແຫ່ຼງໃໝ່, ຜະລິດຕະພັນຊາອິນຊີ ແລະ ເປັນຊາປ່າທໍາມະຊາດ. ຕະຫຼາດຊາຂຽວ ແລະ ຊາແດງຂອງຈີນ ເປັນຕະຫຼາດໃຫຍ່ ແລະ ມີຄວາມຕ້ອງການ ຊາຫຼາຍ ແລະ ສະໝຳສະເໝີ.
•    ຄວາມຕ້ອງການຂອງຕະຫຼາດພາຍໃນເພີ້ມຂຶ້ນ ແລະ ມີຫຼາກຫຼາຍຜະລິດຕະພັນຊາ. ຕະຫຼາດພາຍໃນມີ ແນວໂນມ ການຂະຫຍາຍຕົວ ແລະ ມີເປີເຊັນກຳໄລສູງ.
•    ຊາແດງຈໍານວນໜື່ງຂອງ ສປປ ລາວ ມີທ່າແຮງຕໍ່ຕະຫຼາດຊາແດງທີ່ມີລາຄາແພງເຊັ່ນປະເທດຍີປຸນ ແລະ ຕະຫຼາດຊາຢູ່ ປະເທດຕາເວັນຕົກທີ່ເຄີຍສົ່ງອອກຜ່ານມາ.
ໂອກາດໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ
ຊາເປັນພືດທີ່ເກີດ ຫຼື ປູກຢູ່ເຂດສູງ ທີ່ມີປະຊາຊົນອາໃສສ່ວນຫຼາຍເປັນຊົນເຜົ່າສ່ວນໜ້ອຍເຊັ່ນ: ຄະມູ, ມົ້ງ, ອາຄາ, ເປຼ, ໄທແດງ. ເພດຍີງມີບົດບາດສໍາຄັນຫຼາຍໃນການປູກ, ເກັບ, ປຸງແຕ່ງ ແລະ ຂາຍຊາ. NAFRI (2011) ລາຍງານວ່າ: ເຖິງວ່າບົດບາດໃນການຜະລິດຢູ່ໂຮງງານຊາຂອງເພດຍີງຈະໜ້ອຍລົງກໍ່ຕາມປະມານ, ແຕ່ມີປະມານ 80% ຂອງວຽກການ ຜະລິດ ຊາຂະໜາດນ້ອຍແມ່ນມີເພດຍີງມີສ່ວນຮ່ວມ. ຊາຖືວ່າເປັນພືດທົດແທນການປູກຝື່ນຢູ່ແຂວງຜົ້ງສາລີ ແລະ ສາມາດຫັນປ່ຽນຈາກ ການຖາງປ່າເຮັດໄຮ່ເພື່ອມາເປັນການປູກຊາແບບຖາວອນໄດ້. ຖ້າອີງຕາມມາດຖານການສ້າງສວນ, ການປູກ, ການເກັບ ແລະ ລາຍຮັບຈາກການຂາຍໃບຊາດິບຂອງຊາວກະສິກອນຈະສາມາດເຜີ້ມສູງຂຶ້ນໄດ້.
ລາຍຮັບຈາກການເກັບຊາປ່າທໍາມະຊາດກໍ່ແຕກຕ່າງກັນຕາມແຕ່ລະເຂດ, ຂຶ້ນກັບຄຸນນະພາບ ແລະ ປະລິມານທີ່ເກັບໄດ້. ການ ເກັບຊາປ່າທໍາມະຊາດຢູ່ ເຂດຊົນະບົດຮ່າງໄກສອກຫຼີກຍັງມີທ່າແຮງສູງເພື່ອແກ່ໄຂຄວາມທຸກຍາກ ແລະ ຄາດຄະແນວ່າໃນ ທົ່ວປະເທດມີປະມານ 8,500 ຄອບຄົວຈະສາມາດມີລາຍຮັບຈາກການເກັບຊາປ່າໄດ້.

ການປະກອບສ່ວນ