ການເກັບກູ້ໃບຊາ

ເມື່ອຕົ້ນຊາມີອາຍຸ 3 ປີຂຶ້ນໄປກໍ່ສາມາດເກັບຍອດໃບຊາໄດ້. ການເກັບຍອດໃບຈະເຮັດໃຫ້ຊາຂະຫຍາຍຕົວໄວ ແຕ່ສ່ວນ ຫຼາຍ ໃຫ້ ເກັບເບື້ອງເທິງ, ຮັກສາເບື້ອງລຸ່ມ ເພື່ອໃຫ້ຕົ້ນຊາຂະຫຍາຍຕົວໄດ້ໄວ. ໂດຍທົ່ວໄປແມ່ນໃຫ້ເກັບ 1 ຍອດກັບ 2, ແຕ່ກໍ່ມີການເກັບ 1 ຍອດກັບ 1 ໃບ ແລະ ເອົາສະເພາະຍອດ. ສ່ວນຄຸນນະພາບ ແລະ ລາຄາຂອງການເກັບແຕ່ລະປະເພດກໍ່ມີຄວາມແຕກຕ່າງກັນ. ໃບສ່ວຍຍອດໃບຊາທີ່ເກັບໄດ້ຄວນເກັບມ້ຽນໄວ້ໃນກະຕ່າ ແລະ ຮັກສາໄວ້ໃນບ່ອນທີ່ຮົ່ມເຢັນເພື່ອບໍ່ໃຫ້ຍອດຮ່ຽວແຫ້ງ. ເພື່ອ ໃຫ້ໄດ້ຊາທີ່ມີຄຸນນະພາບດີ, ຍອດໃບທີ່ເກັບມາຄວນນຳໄປເຂົ້າຂະບວນການປຸກແຕ່ງພາຍໃນ 2-3 ຊົ່ວໂມງ.

ການປະກອບສ່ວນ