ທະນາຄານນະໂຍບາຍ

ທະນາຄານນະໂຍບາຍ ແມ່ນທະນາຄານທີ່ເນັ້ນໜັກໃສ່ ການຫຼຸດຜ່ອນວາມທຸກຍາກ, ພັດທະນາຊຸ່ມຊົນ ແລະ ສົ່ງເສີມກະສິກຳ ເຊີ່ງໄດ້ຮັບການເງິນໂດຍກົງ ມາຈາກທະນາຄານແຫ່ງ ສປປ ລາວ, ມັນບໍ່ມີຕົ້ນທຶນຂອງມັນເອງ ແລະ ຈຳກັດວຽກງານຂອງມັນ ຢູ່ທີ່ 46 ເມືອງທຸກຍາກທີ່ສຸດໃນປະເທດ. ໃນແຂວງຊຽງຂວາງ, ເມືອງທຸກຍາກ ປະກອບດ້ວຍເມືອງພູກູດ, ເມືອງຄຳ, ເມືອງຄູນ ເຊີ່ງມີສາຂາຂອງທະນາຄານນີ້ຢູ່ແລ້ວ. ມີແຜນເປີດໃນປີ 2017. ເປົ້າໝາຍແມ່ນການໃຫ້ສິນເຊື່ອເປັນກຸ່ມ ໃນວົງເງີນຕົ້ນທືນ 5-50 ລ້ານກິບຕໍ່ຄອບຄົວ ແລະ ບໍ່ເກີນ 200 ລ້ານ ກິບຕໍ່ກຸ່ມ. ອັດຕາດອກເບ້ຍແມ່ນ 5% ຕໍ່ປີ. ແຕ່ໜ້ອຍກວ່ານັ້ນ ສຳລັບເງີນກູ້ 2-5 ປີ ແລະ ບໍ່ຈຳເປັນຕ້ອງມີຊັບຄ້ຳປະກັນ. ຈຸດເດັ່ນຂອງທະນາຄານນີ້ ແມ່ນ ກຸ່ມສາມັກຄີຮ່ວມກັນ ເຊິ່ງສະມາຊິກແຕ່ລະຄົນຂອງກຸ່ມຮັບປະກັນ ການຈ່າຍເງີນຄືນທັນທີການອອກເງີນກູ້ໃຫ້ຜູ້ປູກຊາ ໃນແຂວງຊຽງຂວາງ ແຕ່ວ່າ ທະນາຄານນະໂຍບາຍປະກົດວ່າ ມີຄວາມສົນໃຈຫຼາຍ ໃນຂະແໜງຊາ ແລະ ໂດຍສະເພາະແມ່ນໃນເມືອງພູກູດ.

ທະນາຄານສົ່ງເສີມກະສິກຳ

ທະນາຄານສົ່ງເສີມກະສິກຳໃຫ້ສິນເຊື່ອສຳຫຼັບການຜະລິດກະສິກຳ, ທຸລະກິດຂະໜາດນ້ອຍ ແລະ ຂະແໜງການທີ່ກ່ຽວຂ້ອງ. ໃນແຂວງຊຽງຂວາງ, ໂດຍຫຼັກແລ້ວ ທະນາຄານສົ່ງເສີມກະສິກຳ ສະໜັບສະໜູນ ວຽກງານຜະລິດ ສາລີ, ລ້ຽງສັດ ແລະ ປາ. ເງີນກູ້ ອາດອອກໃຫ້ບຸກຄົນ ຫຼື ກຸ່ມຄົນທີ່ມີ 5-6 ຄອບຄົວ ເປັນເວລາ 5 ປີ ໂດຍມີເພດານເງີນກູ້ ຢູ່ທີ່ 10 ເຖິງ 50 ລ້ານ ກິບ. 

ຖ້າວ່າ ລາຍຮັບຈາກເງີນກູ້ ບໍ່ເກີດຂື້ນ ຈັນກວ່າຮອດຫຼາຍປີ (ເຊິ່ງເປັນກໍລະນິຂອງການຜະລິດຊາ), ຜູ້ກູ້ຢືມ ສາມາດປັບປ່ຽນການຈ່າຍດ໋ອກເບ້ຍເງິນກູ້ ແລະ ບໍ່ຈ່າຍເງິນຕົ້ນທຶນ, ຈັນກວ່າເລິ້ມມີລາຍຮັບຈາກການຜະລິດ. ອັດຕາດອກເບ້ຍທົບຕົ້ນ ແມ່ນກຳນົດຢູ່ທີ່ 12 ເຖິງ 15% ຕໍ່ປີ. ສຳລັບເອະກສານທີ່ຈຳເປັນ ເພື່ອສະໜອງຂໍເງີນກູ້ນັ້ນ, ຜູ້ກູ້ຢືມ ຕ້ອງມີບັດປະຈຳຕົວ, ປື້ມສຳມະໂນຄົວ, ໃບຕາດິນ ຫຼື ຊັບສີນ ທີ່ສາມາດເປັນເອກະສານຄ້ຳປະກັນເງິນກູ້. ພະແນກສິນເຊື້ອ ຂອງທະນາຄານສົ່ງເສີມກະສິກຳ ມີຄວາມສົນໃຈ ໃນຂະແໜງຊາ ສຳຫຼັບ ແຂວງຊຽງຂວາງ ແຕ່ວ່າ ມາຮອດປະຈຸບັນນີ້ ທະນາຄານນີ້ ບໍ່ໄດ້ອອກເງິນກູ້ ໃນຂະແໜງການນີ້. ທະນາຄານສົ່ງເສີມກະສິກຳ ມີຫ້ອງການສາຂາ ໃນທຸກເມືອງຂອງແຂວງຊຽງຂວາງ ແລະ ຍີນດີຈະຮັບເອົາບົດສະເໜີວຽກງານກະສິກຳທີ່ດີ. 

ການປະກອບສ່ວນ