ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

ໂດຍປົກກະຕິແລ້ວຊາເປັນພືດເຂດໜາວຂະຫຍາຍ ຕົວໄວໃນອຸຫະພູມປະມານ 22-28 ອົງສາ, ຢູ່ ສປປລາວ ພົບ ຊາໃນເຂດ ພູສູງ ທີ່ມີຄວາມສູງຈາກໜ້ານໍ້າທະເລ 200-2,000 ແມັດ. ແຕ່ໂດຍທົ່ວໄປ, ຊາທີ່ມີຄຸນນະພາບດີມັກຈະພົບເຫັນ ຫຼື ປູກຢູ່ໃນ ລະດັບ ຄວາມສູງຈາກໜ້ານໍ້າທະເລປະມານ 800-1,500ແມັດ. ເຊິ່ງຊາມັກເກິດຢູ່ເຈີຍພູມີຄວາມງ່ຽງປະມານ 12-30% ຂອງໜ້າດິນ. ໃນ ທຳມະຊາດຕົ້ນຊາຈະໃຫຍ່ສູງສາເຫດໜຶ່ງຍ້ອນວ່າຕົ້ນຊາບໍ່ໄດ້ຮັບການຕັດແຕ່ງໃຫ້ມີ ລັກສະນະ ເປັນພຸ່ມ ຄືກັບ ຊາ ປູກ. ໃນປ່າ ດົງດິບສາມາດພົບຕົ້ນຊາຊຶ້ນປະປົນກັບຕົ້ນໄມ້ຊະນິດອື່ນໆ. ເຊິ່ງຂໍ້ມູນນິເວດແບບຕ່າງໆ ຂອງຊາຢູ່ ສປປ ລາວສະແດງ ຢູ່ຂ້າງລຸ່ມ.

ການປະກອບສ່ວນ