ການໄລ່ລຽງກຳໄລສຸທິຈາກການຜະລິດຊາຢູ່ເມືອງແປກ

ຊາພູສັນຢູ່ເມືອງແປກ, ແຂວງຊຽງຂວາງມີປະຫວັດຄວາມເປັນມາແຕ່ປີ 1930, ເມື່ອນັກຊ່ຽວຊານຊາຂອງຝຼັງ ໄດ້ສໍາຫຼວດ ແລະ ໄດ້ພົບວ່າຊາທໍາມະຊາດທີ່ມີຢູ່ຕາມພູສັນ ແມ່ນຊາທີ່ມີຄຸນນະພາບດີ. ໂດຍທົ່ວໄປ, ຊາພູສັນແບ່ງອອກເປັນຊາພູສັນໃຫຍ່ (ເຂດບ້ານອໍ້ອ່ານ) ແລະ ຊາພູສັນນ້ອຍ (ເຂດບ້ານຍອດປຽງ). ມາເຖິງປະຈຸບັນ, ມີຊາປ່າທໍາມະຊາດທີ່ມີຢູ່ເຂດພູສັນ ທັງໝົດປະມານ 109 ເຮັກຕາ ແລະ ມີຊາປູກໃໝ່ທີ່ຢູ່ 2 ບ້ານດັ່ງກ່າວປະມານ 63 ເຮັກຕາ. ນອກນັ້ນ, ບັນດາບ້ານໃກ້ຄຽງກໍ່ໄດ້ປູກຂະຫຍາຍ ແລະ ຄາດຄະເນວ່າຜົນຜະລິດຍອດໃບຊາດິບຈະມີປະມານ 60 ໂຕນ/ປີ. ອິງຕາມຄ່າແຮງງານສະເລ່ຍ 50,000-55,000 ກີບ/ວັນ ແລະ ຄ່າໃຊ້ຈ່າຍສະເລ່ຍປະມານ 8,500,000 ກີບ/ເຮັກຕາ, ໃນປີທີ່ 4 ເມືອຊາວບ້ານສາມາດເກັບຍອດໃບດິບໄດ້ 600 ກິໂລ/ເຮັກຕາ/ປີ ແລະ ລາຄາຍອດໃບດິບຕ້ອງສູງເຖິງ 23,000 ກີບ/ກິໂລ ຊາວບ້ານຈິ່ງສາມາດມີລາຍຮັບຈາກການຜະລິດຊາໄດ້ 375,000 ກີບ/ຄົນ/ປີ. 

ແກ້ວອຸດອນ

 

ການໄລ່ລຽງກຳໄລສຸທິຈາກການຜະລິດຊາຢູ່ວຽງໄຊ, ແຂວງຫົວພັນ

ປະຈຸບັນ, ເມືອງວຽງໄຊ ມີເນື້ອທີ່ສວນຊາຢູ່ປະມານ 25 ເຮັກຕາ. ໃນນັ້ນ, ມີເນື້ອທີ່ຊາບູຮານປະມານ 4.7 ເຮັກຕາ ແລະ ກຳລັງມີຊາວບ້ານໃຫ້ຄວາມສົນໃຈ ແລະ ຂະຫຍາຍເນື້ອທີ່ປູກ. ຊາວກະສິກອນທີ່ມີສວນຊາຢູ່ເມືອງວຽງໄຊ ຍັງຖືວ່າການຜະລິດຊາເປັນອາຊີບເສີມ ແລະ ຈະເກັບຍອດໃບຊາດິບພຽງແຕ່ເດືອນລະ 2-3 ຄັ້ງປະມານ 5-20 ກິໂລ/ຄັ້ງ ແລະ ເກັບຍອດໃບຊາດິບໄດ້ປະມານ 4 ໂຕນ/ປີ (ໝົດເມືອງສາມາດຜະລິດຊາແຫ້ງໄດ້ປະມານ 800 ກິໂລ/ປີ). ໃນປີ 2015, ລາຄາຍອດໃບຊາດິບແມ່ນປະມານ 10,000-15,000 ກີບ/ກິໂລ ແລະ ຊາວບ້ານຈໍານວນໜື່ງປຸງແຕ່ງເປັນຊາແດງ ແລະ ຂາຍໃນລາຄາ 60,000-80,000 ກີບ/ກິໂລ. ຕາຕະລາງຂ້າງລຸ່ມສະແດງໃຫ້ເຫັນວ່າ, ຢ່າງໜ້ອຍ ຊາວບ້ານຕ້ອງຜະລິດໃບຊາດິບໃຫ້ໄດ້ 300 ກິໂລ/ເຮັກຕາ ແລະ ລາຄາຍອດໃບດິບຫຼາຍກ່ວາ 12,000 ກີບ/ກິໂລ ຊາວບ້ານຈິ່ງສາມາດມີກຳໄລປະມານ 282,000 ກີບ/ປີ. ໃນກໍລະນີທີ່ຊາວບ້ານເອົາໃຈໃສໃນການຜະລິດ ແລະ ສາມາດເກັບຍອດໃບດິບໄດ້ 500 ກິໂລ/ເຮັກຕາ, ຖ້າລາຄາຍອດໃບດິບສູງເຖິງ 22,000 ກີບ/ກິໂລ, ຊາວບ້ານຈະສາມາດສ້າງລາຍຮັບຈາກການຂາຍຊາໄດ້ປະມານ 7,182,000 ກີບ/ປີ.

ແກ້ວອຸດອນ

 

ການໄລ່ລຽງກຳໄລສຸທິຈາກການຜະລິດຊາຢູ່ເມືອງປາກຊ່ອງ, ແຂວງຈໍາປາສັກ

ຕາຕະລາງຂ້າງລຸ່ມສະແດງໃຫ້ເຫັນຕົວຢ່າງການຜະລິດຊາຢູ່ເມືອງປາກຊ່ອງ. ອິງຕາມຕົ້ນທືນການຜະລິດໃນໄລຍະ 3 ປີທໍາອິດ 6,500,000 ກີບ, ພາຍໃນ 7 ປີຂອງການຜະລິດຊາ, ຖ້າລາຄາຍອດໃບດິບຢູ່ໃນລະດັບ 10,000 ກີບ/ກິໂລ, ຊາວບ້ານຈະບໍ່ມີລາຍຮັບສຸທິຈາກການຂາຍຊາເລີຍ. ໃນກໍລະນີທີ່ຊາວບ້ານສາມາດຜະລິດຊາໄດ້ສູງເຖິງ 1.4 ໂຕນ/ເຮັກຕາ ແລະ ລາຄາຍອດໃບຊາດິບສູງເຖິງ 20,000 ກີບ/ກິໂລ, ຊາວບ້ານຈະສາມາດສ້າງລາຍຮັບຈາກການຂາຍຊາໄດ້ປະມານ 13,625,000 ກີບ/ຄອບຄົວ/ປີ.

ແກ້ວອຸດອນ

 

ການໄລ່ລຽງກຳໄລສຸທິຈາກການຜະລິດຊາຢູ່ເມືອງຜົ້ງສາລີ, ແຂວງຜົ້ງສາລີ

ຜົ້ງສາລີ ເປັນແຂວງທີ່ມີການປູກຊາຢ່າງກ້ວາງຂວາງ, ໂດຍສະເພາະ ແມ່ນເມືອງຜົ້ງສາລີ. ມາເຖິງທ້າຍປີ 2014, ທົ່ວແຂວງມີບ້ານທີ່ປູກຊາຈໍານວນ 127 ບ້ານ, 6,352 ຄອບຄົວປູກຊາ ແລະ ມີເນື້ອທີ່ເກັບກ່ຽວຊາທັງໝົດ 2,197 ເຮັກຕາ, ສະເມັດຕະພາບຍອດໃບດິບປະມານ 1.5 ໂຕນ/ເຮັກຕາ. ທົ່ວເມືອງຜົ້ງສາລີ ມີເນື້ອທີ່ຊາບູຮານທັງໝົດປະມານ 67 ເຮັກຕາ (ປະມານ 324,000 ຕົ້ນ) ທີ່ແຈກຢາຍຢູ່ກຸ່ມບ້ານກໍແມນ. ເນື່ອງຈາກເປັນຊາບູຮານ, ສະເມັດຕະພາບ ສະເລ່ຍຂອງຍອດໃບຊາດິບຈິ່ງຕໍ່າ ແລະ ຊາວບ້ານຜູ້ທີ່ມີສວນຊາບູຮານຈະສາມາດເກັບຍອດໃບດິບໄດ້ລະຫວ່າງ 2-10 ກິໂລ/ວັນ ແລະ ລາຍຮັບສະເລ່ຍແມ່ນຢູ່ໃນລະຫວ່າງ 10-40 ລ້ານກິບ/ປີ. ໃນປີ 2015, ໃນໄລຍະຕົ້ນລະດູເກັບກ່ຽວ ຍອດໃບຊາດິບບູຮານມີລາຄາສູງເຖິງ 38,000 ກິບ/ກິໂລ ແລະ ຄ່ອຍໆຫລຸດລົງມາເປັນ 10 ກິບ/ກິໂລ ໃນລະຍະລະດູຝົນ.
ໃນກໍລະນີຄ່າແຮງງານ 30,000 ກິບ/ວັນ, ລາຍຮັບສຸທິຂອງຊາວບ້ານຜູ້ເກັບຊາບູຮານ ແລະ ຊາປ່າສະແດງໃຫ້ເຫັນຢູ່ຕາຕະລາງ 6 ຕາຕະລາງຂ້າງລຸ່ມຍັງສະແດງໃຫ້ເຫັນວ່າລາຍຮັບສຸທິຂອງຊາຍບ້ານໃນກໍລະນີໄດ້ພຽງແຕ່ 100 ກິໂລ/ປີ ແລະ ລາຄາຍອດໃບດິບແມ່ນ 10,000 ກິບ/ກິໂລ, ຊາວບ້ານຈະສາມາດສ້າງລາຍຮັບສຸທິໄດ້ພຽງແຕ່ 400,000 ກິບ/ປີ/ຄົນ. ກົງກັນຂ້າມ, ຖ້າລາຄາໃບຊາດິບເພີ່ມເປັນ 25,000 ກິບ/ກິໂລ, ຊາວບ້ານຈະສາມາດສ້າງລາຍຮັບໄດ້ 1,900,000 ກິບ/ປີ/ຄົນ. ໃນກໍລະນິທີ່ສາມາດເກັບໄດ້ເຖິງ 1,000 ກິໂລ/ປີ ແລະ ລາຄາສູງເຖິງ 25,000 ກິບ/ກິໂລ, ຊາວບ້ານຈະສາມາດສ້າງລາຍຮັບໄດ້ເຖິງ 19,000,000 ກິບ/ປີ/ຄົນ.

ແກ້ວອຸດອນ

 

ການປະກອບສ່ວນ