APA 6th ed. ຊາປ່າ / Wild Tea. (2019, July 23). Retrieved from https://www.phakhaolao.la/index.php/kb/0000477
MLA 8th ed. ຊາປ່າ / Wild Tea. Pha Khao Lao, 23 July 2019, https://www.phakhaolao.la/index.php/kb/0000477.
Chicago 17th ed. Pha Khao Lao. 2019. "ຊາປ່າ / Wild Tea." Published July 23, 2019. https://www.phakhaolao.la/index.php/kb/0000477.
ສີ່ງທີທ້າຍ
• ສປປ ລາວ ມີວັດທະນະທໍາຊາທີ່ຈໍາກັດ, ປະຊາຊົນລາວສ່ວນຫຼາຍຍັງບໍ່ຮູ້ຄຸນປະໂຫຍດ ແລະ ຄຸນຄ່າຂອງຊາລາວ.
• ສປປ ລາວ ມີບຸກຄະລາກອນສະເພາະດ້ານຊາທີ່ຈໍາກັດ ພິເສດແມ່ນດ້ານການປຸງແຕ່ງ, ການປະເມີນ ແລະ ການກວດ ສອບຄຸນນະພາບການຜະລິດ ແລະ ການປຸງແຕ່ງຊາ.
• ຍັງບໍ່ມີແຜນງານການສົ່ງເສີມສະເພາະດ້ານຊາຄືກັບປະເທດອື່ນທີ່ຜະລິດຊາ. ໂດຍທົ່ວໄປ, ຍັງຂາດຄວາມຮັບຮູ້ ກ່ຽວກັບ ຂະແໜງຊາ ແລະ ຊັບພະຍາກອນຊາລາວ.
• ມີການນຳເຂົ້າຊາທີ່ມີລາຄາຖືກ ແລະ ຄຸນນະພາບຈາກປະເທດເພື່ອນບ້ານ.
• ເອື່ອຍອີງໃສ່ການຂາຍຊາຕາກແຫ້ງໄປຕະຫຼາດຊາຢຸນານເປັນສ່ວນໃຫຍ່. ການເຊື່ອມໂຍງ ແລະ ການຮັບຮູ້ຊາລາວຂອງ ຕະຫຼາດອື່ນໆມີໜ້ອຍຫຼາຍ.
• ຂະແໜງຊາຂອງ ສປປ ລາວ ຍັງມີຂະໜາດນ້ອຍ ແລະ ການພັດທະນາຂະແໜງຊາຫາກໍ່ລິເລີມ.
ຂໍ້ສະເໜີແນະ
• ພັດທະນາ, ທົດລອງ ແລະ ສາທິດການປັບປຸງລະບົບການຜະລິດແບບອິນຊີທີ່ສາມາດຊ່ວຍໃຫ້ຊາວກະສິກອນຊາ ມີຜົນ ຜະລິດ ແລະ ລາຍຮັບສູງຂຶ້ນ. ເຕັກນິກການປູກແບບອິນຊີແມ່ນຕ້ອງໄດ້ປູກຫ່າງສົມຄວນ, ນຳໃຊ້ຕົ້ນທືນໜ້ອຍ ແລະ ຄວາມໜາແໜ້ນຂອງຕົ້ນໜ້ອຍຕາມທີ່ຊາວກະສິກອນປະຕິບັດຢູ່ ແລະ ເພາະປູກຂະຫຍາຍຢູ່ເຂດອື່ນ.
• ດຳເນີນການຝືກອົບຮົມການປຸງແຕ່ງຊາດ້ວຍມືທີ່ມີນັກສໍາມະນາກອນຈາກຫຼາຍເຂດແຂວງພາກເໜືອ. ຝືກອົບຮົມ ການ ປຸງແຕ່ງເໝົາຊາ, ຊາແດງ, ຊາຂຽວ ແລະ ຊາຂາວ. ຖ້າເປັນໄປໄດ້, ສວຍໃຊ້ຕະຫຼາດປາຍທາງ ໃຫ້ເປັນຄູຝືກເພື່ອ ຊ່ວຍ ໃນການປະເມີນ ຄຸນນະພາບ ແລະ ຕີລາຄາ. ເຊື້ອເຊີນຜູ້ຊື້ຈາກຕະຫຼາດຊາທີ່ມີລາຄາແພງທີ່ມີຄວາມສົນໃຈເຂົ້າຮ່ວມ ແລະ ໃຫ້ການຝືກສອນ.
• ດຳເນີນການລົງທືນສະເພາະເຂດ ທີ່ເປັນຂະໜາດນ້ອຍຢູ່ໃນເຂດຊາທີ່ມີທ່າແຮງສູງເພື່ອເອື້ອອຳນວຍໃຫ້ແກ່ ການ ຂະຫຍາຍວອ່ງໄວຂຶ້ນ ໂດຍສົມທົບທືນໃນການສ້າງວິສະຫະກິດຊາຂະໜາດກາງ ແລະ ຂະໜາດນ້ອຍ.
• ອຳນວຍຄວາມສະດວກໃນການຈັດຕັ້ງໜ່ວຍພັດທະນາຊາສະເພາະກິດຂັ້ນແຂວງ ຫຼື ຂັ້ນເມືອງທີ່ມີຫຼາຍ ພາກສ່ວນ ເຂົ້າຮ່ວມ ເພື່ອສ້າງຈິດສໍານຶກ ແລະ ສະໜັບສະໜູນໃຫ້ແກ່ການພັດທະນາຂະແໜງຊາ.
• ດຳເນີນການສືກສາລະອຽດເຖີງຄຸນລັກສະນະດ້ານພືກສາສາດ ແລະ ພັນຕຸກຳຂອງຊັບພະຍາກອນຊາລາວ, ພິເສດແມ່ນ ຊາປ່າທໍາມະຊາດ.
• ປັບປຸງການຮັກສາເຂດທີ່ມີຄວາມອຸດົມສົມບູນທາງຊີວະນາໆພັນ ເພື່ອຮັກສາຊັບພະຍາກອນທໍາມະຊາດຂອງລາວ.
• ດຳເນີນການສືກສາລະອຽດກ່ຽວກັບຊາແຕ່ລະເຂດເພື່ອເມີນຄຸນນະພາບຊາ ແລະ ຫາຊ່ອງທາງໃນການເຊື່ອມໂຍງ ເຂົ້າເຖີງຕະຫຼາດ.
• ສະໜັບສະໜູນໃຫ້ຕະຫຼາດຊາພາຍໃນປະເທດມີການຂະຫຍາຍຕົວໂດຍຜ່ານຊື່ ໂຄສະນາຕ່າງໆ, ສົ່ງເສີມວັດທະນະທໍາຊາ ແລະ ຄຸນປະໂຫຍດ ຂອງການດື່ມຊາທີ່ມີຕໍ່ສຸຂະພາບ ແລະ ຄວາມພິເສດຂອງຊາລາວ.