ລະບົບນິເວດກະສິກຳຂອງຕົ້ນກາເຟ, ບ້ານປ່ຽງ ແລະ ບ້ານ ຕານໃຕ້, ເມືອງຄູນ, ແຂວງຊຽງຂວາງ.
ຕົ້ນກາເຟທີ່ມີຄຸນນະພາບສູງ ແມ່ນຂື້ນກັບຄວາມອຸດົມສົມບູນຂອງລະບົບນິເວດຂອງການປູກ, ກາເຟພາກເໜືອແມ່ນປູກເປັນມິດກັບທຳມະຊາດ, ໂດຍທຳມະຊາດເອື້ອອຳນວຍຄວາມສະດວກໃຫ້ໄດ້ຮັບຜົນຜະລິດສູງ, ໂດຍລວມຂອງພື້ນທີ່ປູກກາເຟແມ່ນປູກຕາມກ້ອງປ່າໄມ້ທຳມະຊາດ ໂດຍ ຕົ້ນກາເຟ ໄດ້ອາໄສຕົ້ນໄມ້ທຳມະຊາດເປັນບ່ອນກຳບັງ ແລະ ຍັງມີພືດຊັ້ນລຸ່ມຫຼາກຫຼາຍທີ່ເປັນຕົວຊ່ວຍໃນການປັບປຸງສະພາບຂອງດິນ, ນອກນັ້ນກໍ່ມີຜູ້ຊ່ວຍຍ່ອຍສະຫາຍເຊັ່ນພວກເຫັດຊະນິດຕ່າງໆ. ຜົນປະໂຫຍດທີ່ໄດ້ຮັບຈາກການເກັບກູ້ກາເຟແລ້ວ ຊາວກະສິກອນຍັງໄດ້ຮັບອາຫານ ແລະ ຢາຈາກຕົ້ນໄມ້ທີ່ເກີດຂື້ນເອງຕາມທຳມະຊາດ ໂດຍມີພືດຊັ້ນລຸ່ມ, ຜູ້ຊ່ວຍຍ່ອຍສະຫາຍ, ພືດຊັ້ນເທີງຊ່ວຍປົກປ້ອງແສງແດດ ແລະ ລົມ.

ພື້ນຊັ້ນລຸ່ມ: ຕາມໜ້າດີນຈະພົບພວກຫຍ້າຍຸ້ງ, ຜັກກູດ, ຜັກຄາດ, ຫຍ້າຂິວ, ຫຍ້າພັງດຳ, ເຂືອປ່າ, ຊາແປ້ງ, ເອັນອ້າ, ຫຍ້າໜອນໜ່າຍ, ຫຍ້າເຮືອບີນ, ຫຍ້າຂິວຂົນ, ເຄືອຢາຫົວ, ເຄືອອິເລີດປ່າ, ຫົວກະບຸກ ແລະ ອື່ນໆ... ເຊິ່ງຜູ້ທີ່ເຮັດໜ້າທີ່ໃນການຍ່ອຍສະຫາຍກໍ່ພວກເຮັດຣາຕ່າງໆ ເຊັ່ນ: ເຫັດກໍ່ແຕນ, ເຫັນປວກ ແລະ ອື່ນໆ.
ພືດຊັ້ນເທີງ: ປະກອບດ້ວຍຕົ້ນໄມ້ຊະນິດຕ່າງໆ ທີ່ບົ່ງບອກເຖິງປ່າປະສົມປ່ຽນໃບ ແລະ ປ່າກໍ່ປະສົມໃນເຂດພູສູງ, ຊະນິດໄມ້ທີ່ພົບເຫັນກໍ່ຄື: ໄມ້ພັກຄັງ, ໄມ້ນົມງົວ, ໄມ້ຂີ້ມົດ, ໄມ້ສົ້ມຝາດ, ກໍ່ຮ່ວງ, ໄມ້ຫວ້າ, ໄມ້ໝາກນອດດິນ, ໄມ້ດອກບານ, ຕົ້ນໝາກມື, ຕົ້ນຫ່ຽນ, ໄມ້ໜັງມອນ, ໄມ້ໝີ່, ໄມ້ສະແຫຼ້,  ແລະ ອື່ນໆ. 

ນອກຈາກຕົ້ນໄມ້ຊັ້ນລຸ່ມ ແລະ ຊັ້ນເທີງແລ້ວຊາວກະສິກອນຍັງໄດ້ປູກພືດຊະນິດອື່ນຊ້ອມແຊມບ່ອນທີ່ວາງເຊັ່ນ: ປູກຕົ້ນຊາປ່າ, ໝາກ, ໝາກຄາຍ, ໝາກນາວ, ໝາກສີດາ, ໝາກນອດ ແລະ ອື່ນໆ. ຍັງມີສັດປ່າຈຳນວນໜື່ງທີ່ເຂົ້າມາກີນແຕ່ບໍ່ມີຜົນເສຍຫາຍຫຼາຍ ເຊັ່ນ: ນົກ, ໜູ, ບ້າງ, ເຫງັນ, ບີ້ງ, ເຈ້ຍ ແລະ ອື່ນໆ, ສວນກາເຟກ້ອງປ່າໄມ້ຍັງຊ່ວຍເປັນສ່ວນໜື່ງໃນການອະນຸຮັກສັດປ່າ. ການປູກປະສົມປະສານແບບນີ້ຈະເຮັດໃຫ້ສະພາບແວດລ້ອມມີຄວາມຍືນຍົງ ເພາະເປັນການຮັກສາຄວາມສົມດູນຂອງລະບົບນິເວດ, ຖ້າປູກພືດພຽງຊະນິດດຽວອາດເຫັນໃຫ້ສະພາບແວດລ້ອມມີການປ່ຽນແປງເລື້ອຍໆ ເນື່ອງຈາກບໍ່ມີພືດ ຫຼື ສີ່ງທີ່ມີຊີວິດຊະນິດອື່ນຊ່ວຍສະໜັບສະໜູນ ເຊັ່ນ: ການປູກເຂົ້າ ແລະ ສາລີ ມັນຈະເຮັດໃຫ້ສະພາບແວດລ້ອມເຊື່ອມຊົມ, ເຮັດໃຫ້ຜົນຜະລິດໄດ້ຫຼຸດລົງເລື້ອຍໆ. ການປູກກາເຟໃນກ້ອງປ່າທຳມະຊາດເປັນຕົວຢ່າງທີ່ດີ, ມັນຈະໄດ້ຮັບຜົນຜະລິດສະໝ່ຳສະເໝີໄປຕະຫຼອດ. ນອກນັ້ນຊາວກະສິກອນ ຍັງໄດ້ລ້ຽງຂີ້ກະເດືອນ ເພື່ອເຮັດຝຸ່ນທຳມະຊາດປັບປຸງດິນໃນປ່າກາເຟໃຫ້ງາມ ແລະ ໄດ້ຮັບຜົນຜະລິດສູງຂື້ນ.

Contribute