ໝາກແຄ້ງ / Turkey berry

Use
Food
Income
Medicine
Scientific Name / Family
Solanum torvum Sw. / Solanaceae
Synonyms
Solanum torvum Sw.
Solanum torvum var. daturifolium (Dunal) O.E. Schulz
Solanum torvum var. lasiostylum Y.C. Liu & C.H. Ou
Solanum torvum var. pleiotomum C.Y. Wu & S.C. Huang
Other Names
ລາວ: ໝາກແຂ້ງ
ໄທ: ໝາກເຂືອພວງ, ໝາກແຄ້ງ, ໝາກເຂືອລະຄອນ, ເຂືອນ້ອຍ, ເຂືອເທດ, ມະແວ້ງຊ້າງ, ເຂືອພວງ
ອັງກິດ: Turkey berry
Botanical Description

ໝາກແຄ້ງເປັນໄມ້ພຸ່ມເຕ້ຍ ສູງ 1-2 ມ. ລໍາຕົ້ນ ແລະ ກິ່ງປົກຄຸມດ້ວຍໜາມ ແຕ່ບາງຊະນິດພັນທີ່ນິຍົມປູກໃນປະຈຸບັນຈະບໍ່ມີໜາມ ກິ່ງຈະແຕກອອກຕັ້ງແຕ່ລະດັບຕໍ່າຈາກລໍາຕົ້ນ ກິ່່ງມີຈໍານວນໜ້ອຍ. ໃບດ່ຽວຈັບແບບຮຽງສະຫຼັບ, ໃບຮູບຮີ ຫຼື ຮູບໄຂ່ ຍາວ 7-25 ຊມ, ກ້ວາງ 5-20 ຊມ, ກົກໃບມົນ ຫຼື ວໍ້າ, ຂອບໃບວໍ້າ ຫຼື ເປັນຄື້ນ ປາຍໃບແຫຼມ ຜີວໃບຊາມີຂົນທັງສອງດ້ານ. ຊໍ່ດອກແບບກະຈຸກອອກຕາມຊອກໃບ ຫຼື ປ່າຍກິ່ງ ດອກສີຂາວ ກາບດອກສີຂຽວ ກີບດອກສີຂາວເຊື່ອມຕິດກັນເປັນຮູບດາວ ເກສອນຜູ້ເຊື່ອມຕິດກັນສີເຫຼືອງ. ໝາກກົມມົນ ໝາກອ່ອນມີສີຂຽວ ເວລາແກ່ເປັນສີເຫຼືອງ ເປືອກໝາກດິບຄ່ອນຂ້າງຫນາ ແລະ ໜຽວ ແຕ່ເມື່ອສຸກຄວາມຫນາຂອງເປືອກຈະບາງ ມີແມ່ນແກ່ນຈໍານວນຫຼາຍ.

Description of Use

ໝາກມີລົດຊາດຂົມອ່ອນ ໝາກອ່ອນສາມາດກິນເປັນຜັກສົດ ຫຼື ນໍາມາລວມເຮັດຊຸບ, ລວກກິນກັບປົ່ນ, ກັບແຈ່ວ, ນໍາໄປໃສ່ເອາະຫຼາມ, ອ່ອມ ແລະ ແກງໜໍ່ໄມ້. ໝາກດິບຍັງນໍາໄປພັນໝ້ຽງ ແລະ ໃສ່ແໜມປາ. ຮາກນໍາມາຕົ້ມນໍ້າດື່ມ ເປັນຢາປົວລົງຂາວ ແລະ ອື່່ນໆ.

Contribute