ໝາກຫວ້າ / Jambolan plum

Use
Income
Medicine
Shelter
Scientific Name / Family
Syzygium cumini (L.) Skeels / Myrtaceae
Synonyms
Calyptranthes capitellata Buch.-Ham. ex Wall. [Invalid]
Calyptranthes caryophyllifolia Willd.
Calyptranthes cumini (L.) Pers.
Calyptranthes cuminodora Stokes
Calyptranthes jambolana (Lam.) Willd.
Calyptranthes jambolifera Stokes
Calyptranthes oneillii Lundell
Caryophyllus corticosus Stokes
Caryophyllus jambos Stokes
Eugenia calyptrata Roxb. ex Wight & Arn.
Eugenia caryophyllifolia Lam.
Eugenia cumini (L.) Druce
Eugenia djouat Perrier
Eugenia jambolana Lam.
Eugenia jambolana var. caryophyllifolia (Lam.) Duthie
Eugenia jambolana var. obtusifolia Duthie
Eugenia jambolifera Roxb. ex Wight & Arn.
Eugenia obovata Poir. Synonym
Eugenia obtusifolia Roxb.
Eugenia tsoi Merr. & Chun
Jambolifera chinensis Spreng.
Jambolifera coromandelica Houtt.
Jambolifera pedunculata Houtt.
Myrtus corticosa Spreng.
Myrtus cumini L.
Myrtus obovata (Poir.) Spreng.
Syzygium caryophyllifolium (Lam.) DC.
Syzygium cumini var. caryophyllifolia (Lam.) R.R. Stewart
Syzygium cumini var. caryophyllifolium (Lam.) K.K.Khanna
Syzygium cumini var. cumini
Syzygium cumini var. obtusifolium (Roxb.) K.K.Khanna
Syzygium cumini var. tsoi (Merr. & Chun) H.T.Chang & R.H.Miao
Syzygium jambolanum (Lam.) DC.
Syzygium jambolanum var. acuminata O.Berg
Syzygium jambolanum var. elliptica O.Berg
Syzygium jambolanum var. obovata O.Berg
Syzygium obovatum (Poir.) DC.
Syzygium obtusifolium (Roxb.) Kostel.
Other Names
Eng: jambolan, Java plum, black plum or jamun
Botanical Description

ເປັນໄມ້ຢືນຕົ້ນສູງປະມານ 15-30 ມ, ເປືອກຕົ້ນຄ່ອນຂ້າງລຽບ ຫຼື ແຕກເປັນສະເກັດນ້ອຍໆ, ສີນຳ້ຕານອົມເທົາ. ໃບດ່ຽວ ຈັບແບບກົງກັນຂ້າມ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 3-7 ຊມ, ຍາວ 7-14 ຊມ, ມີຈຸດນ້ຳມັນີ່ບໍລີເວນຂອບໃບ, ຂອບໃບລຽບ, ປາຍໃບມົນແຫຼມ, ໂຄນໃບມົນ, ຜີວໃບລຽບ, ເສັ້ນກ່າງໃບຂັ້ນສອງແຕກອອກຈາກເສັ່ນກາງໃບຄ່ອນຂ້າງເປັນລະບຽບ ແລະ ໄລຍະໃກ້ຄຽງກັນ. ກ້ານໃບຍາວ 1-1.5 ຊມ, ສີຂຽວ. ກົມ, ລຽບທີ່ທີ່ປາຍກີ່ງງ່າມັກຈະເປັນຄູ່. ດອກອອກເປັນຊໍ່, ເປັນຊໍ່ແບບແຕກຂະແໜງ ຫຼື ມີຊໍ່ຍ່ອຍແບບຄັນຮົ່ມ, ສີຂາວ ຫຼື ສີເຫຼືອງອ່ອນ ອອກທີ່ຊອກໃບ ຫຼື ປາຍຍອດ. ດອກສີຂາວ ຂະໜາດນ້ອຍ. ກາບດອກເປັນຮູບຖ້ວຍປາຍແຜ່ແຍກອອກເປັນ 4 ກີບ, ຍາວ 0,3-0,4 ຊມ. ກີບດອກ 4 ກີບ. ດອກຕຸມຈະມີເຍື່ອບາງໆ ຫຸ້ມ ແລະ ຫຼຸດອອກເມືອດອກບານ. ດອກບານເຕັມທີ່ກວ້າງ 1-1.5 ຊມ, ມີເກສອນເພດຜູ້ຈຳນວນຫຼາຍ, ຊໍ່ດອກເມື່ອບານມີລັກສະນະຄ້າຍຄັ້ນຮົ່ມ, ມີກີ່ນຫ່ອມອ່ອນໆ, ອອກດອກໃນຊ່ວງເດືອນກຸມພາ-ມີນາ. ໝາກຈະເປັນໝາກແບບມີເນື້ອສົດ ຮູບຊົງກະບອກ ຫຼື ຮູບຂອບຂະໜາດ ກວ້າງ 1-1.5 ຊັງຕີແມັດ, ຍາວ 1,5-2 ຊມ, ໝາກອ່ອນຈະເປັນສີຂຽວ ຜີວລຽບເປັນມັນ. ໝາກແກ່ສີແດງ ແລະ ປ່ຽນເປັນສີມ່ວງເກືອບດຳເມື່ອສຸກເຕັມທີ່, ເນື້ອໃນມີລົດຫວານອົມສົ້ມ ແລະ ຝາດເລັກນ້ອຍພາຍໃນມີເມັດ. ເມັດຂະໜາດນ້ອຍ ຮູບຊົງກະບອກ ຫຼື ຂອບຂະໜານ ສີເຫຼືອງອົມນຳຕານເປືອກແຂງ.

Description of Use

ຕົ້ນໝາກຫວ້າຈັດເປັນໄມ້ຢືນຕົ້ນຊະນີດໜື່ງ ຊື່ງເປັນໝາກໄມ້ທີ່ມີຕົ້ນກຳເນີດໃນປະເທດ ບັງກະລາເທດ, ອີນເດຍ, ເນປານ, ສີລັງກາ, ຟີລີບປີນ ແລະ ອີນໂດເນເຊຍ ແຕ່ສຳລັບລາວກໍ່ສາມາດພົບໄດ້ທົ່ວໄປແຕ່ພາກເໜືອຮອດພາກ ແຕ່ວ່າມີຈຳນວນຕົ້ນເລີ່ມໜ້ອຍເພາະວ່າມີການຕັດນຳໃຊ້ໄມ້ເພື່ອເຮັດເຟີນີເຈີ ແລະ ເຄື່ອງໃຊ້ຊອຍອື່ນໆ, ໂດຍສະເພາະແມ່ຢູ່ຊຽງຂວາງ. ໝາກຫວ້າ ເປັນໝາກໄມ້ທີ່ເຮົາອາດຈະຄຸ້ນເຄີຍໃນບາງເຂດ ແຕ່ບາງເຂດອາດຈະບໍ່ຮູ້ຈັກເລີຍ, ແຕ່ໝາກໄມ້ຊະນິດມີຄຸ່ນຄ່າທາງດ້ານໂພຊະນາການສູງ ເພາະວ່າມັນອຸດົມໄປດ້ວຍວີຕາມີນ ແລະ ແຮ່ທາດຕ່າງໆເຊັ່ນ ວີຕາມີນຊີ, ຟອດສະຟໍ, ແຄລຊຽມ ແລະ ຄາໂບໄຮເດດ ຊື່ງຖືວ່າມີປະໂຫຍດຢ່າງມະຫາສານຕໍ່ສຸຂະພາບ ໂດຍນີຍົມນຳໝາກສຸກມາກີນ ແລະ ໃຊ້ເຮັດເຄື່ອງດື່ມເພື່ອສຸຂະພາບ. ນອກນັ້ນຍັງມີສັບພະຄູນໃຊ້ເປັນຢາຮັກສາພະຍາດ ແລະ ອາການຕ່າງໆອິກດ້ວຍ. ດ້ວຍການນຳໃບ ແລະ ເປືອກຂອງຕົ້ນຫວ້າມາສະກັນເປັນນ້ຳມັນຫອມລະເຫີຍ ໂດຍຈະມີສັບພະຄູນທີ່ຄ່ອນຂ້າງຫຼາກຫຼາຍເຊັ່ນ: ຊ່ວຍຍ່ອຍອາຫານ ຊ່ວຍລົດການຈັບຕົວລີ່ມເລືອດ ມີປະສິດທີພາບຕໍ່ການຕ້ານເຊື້ອແບກເທີເຣຍ ຕ້ານ ພະຍາດມະເຮັງເປັນຕົ້ນ, ຍອດອ່ອນຂອງມັນສາມາດນຳມາກັບແຈ່ວປາໄດ້, ຈະມີລົດຝາດເລັກນ້ອຍ. ໝາກດິບອຸດົມໄປດ້ວຍທາດເຫຼັກຊື່ງມີສ່ວນຊ່ວຍບຳລູງກະດູກ ແລະ ແຂ້ວ, ຊ່ວຍແກ່ອາການຖອກທ້ອງ. ໝາກສຸກຊ່ວຍໃນການແກ້ຖອກທ້ອງ ແລະ ທ້ອງບິດ, ຊ່ວຍປັບປຸງຈຸລັງໃນຮ່າງກ່າຍເຮັດໃຫ້ບໍ່ເຖົ້າກວ່ໄວອັນຄວນ, ຊ່ວຍບັນເທົາອາການຂອງວັນນະໂລກ ແລະ ພະຍາດປອດໂດຍການນຳເອົາໝາກຫວ້າມາຕາກແຫ້ງແລ້ວນຳມາບົດໃຫ້ລະອຽດແລ້ວກີນເປັນປະຈຳຈະຊ່ວຍໃນການບັນເທົາອາການໃຫ້ດີຂື້ນ, ຊ່ວຍຮັກສາພະຍາດຫອບຫືດທີ່ເກີດຈາກການແພ້ອາກາດ ດ້ວຍການນຳໝາກຫວ້າມາຕົ້ມກັບນ້ຳແລ້ວດື່ມເພື່ອບັນເທົາອາການ, ຊ່ວຍລົດອັດຕາສ່ຽງຂອງການເກີດໂລກຫົວໃຈ ແລະ ເສັ້ນເລືອດອຸດຕັດໃນສະໜອງໄດ້, ໃບ ແລະ ເມັດ ຈະໃຊ້ຮັກສາອາການບິດ, ຖ່າຍອອກເລືອດ, ຖອກທ້ອງ ໂດຍຕົ້ມນ້ຳດື່ມ, ໃບເປືອກ ແລະ ໃບ ນຳມາໃຊ້ເຮັດເປັນຢາແກ້ອາການເຈັບຄໍ, ແກ້ປາກເປືອຍ, ແກ້ຄໍເປື່ອຍ, ເປັນເມັດຕາມລີ້ນ ແລະ ຄໍ. ຊ່ວຍຮັກສາພະຍາດເບົາຫວານ ດ້ວຍການໃຊ້ໃບ ແລະ ເມັດນຳມາຕົ້ມ ຫຼື ບົດໃຫ້ລະອຽດ ແລ້ວນຳມາກີນເພື່ອຮັກສາອາການຂອງເບົາຫວານໄດ້ ເນື່ອງຈາກມີສານຊະນິດໜື່ງທີ່ຊ່ວຍລົດລະດັບນ້ຳຕານໃນເລືອດໄດ້.

Contribute