ການປ້ອງພືດແບບປະສົມປະສານ (IPM) 
ແມ່ນການນໍາໃຊ້ແມງໄມ້ທີ່ເປັນປະໂຫຍດທໍາລາຍສັດຕູພືດໂດຍທາງທໍາມະຊາດ ຈາກການສໍາຫຼວດທົ່ວໆໄປແລ້ວເຫັນໄດ້ວ່າ ສປປ ລາວ ຍັງຄົງມີແມງໄມ້ເປັນປະໂຫຍດຫຼາຍທີ່ສຸດ, ແຕ່ລາຍລະອຽດຍັງບໍ່ມີຂໍ້ມູນຊັດເຈນດ້ານວິຊາການເທື່ອ. ຄໍາວ່າປ້ອງກັນພືດແບບປະສົມປະສານແມ່ນບໍ່ແມ່ນຄໍາພີ ຫຼື ຫຼັກການຕາຍໂຕ ແຕ່ເປັນການປັບປ່ຽນວິທີການປ້ອງກັນໄປຕາມສະພາບຄວາມເປັນຈິງຂອງທໍາມະຊາດ ແລະ ສິ່ງແວດລ້ອມຕາມລະບົບນິເວດຂອງແຕ່ລະພືດແຕ່ລະທ້ອງຖິ່ນ, ເຖີງຢ່າງໃດກໍ່ຕາມ IDM ກໍ່ມີຫຼັກການລວມເພື່ອຄ່ອຍໆນໍາໃຊ້ເຂົ້າໃຫ້ເໝາະຄົນກັບເປົ້າໝາຍ ແລະ ວິທີດັ່ງກ່າວແມ່ນຈະສົ່ງຜົນດີຮອບດ້ານ.
ແມງໄມ້ເປັນປະໂຫຍດ (ຕົວບຽນ Predators) ບາງຢ່າງທີ່ພົບເຫັນ ແມງມຸມແມ່ນພົບເຫັນໂດຍທົ່ວໄປຕາມດິນ, ຕາມຕົ້ນໄມ້ເຊິ່ງຈະເຫັນເກາະຢູ່ຕາມໃບ, ກ້ອງຮົ່ມໄມ້ທັງ ຫຼາຍ, ແມງມຸມຈະກິນໄຂ່ຈໍາພວກແມງກະເບື້ອທັງຫຼາຍຕະຫຼອດຮອດໜອນ, ແມງບົ້ງຕ່າງໆ. 
ແມງວັນຂຽວເພັດສະຄາດ (Tachinid fly): ແມງວັນດັ່ງກ່າວ (Argyrophylax nigrotibialis) ບາງຄັ້ງຈະໄຂ່ໃສ່ໜອນແມງກະເບື້ອ, ຕົວອ່ອນຂອງແມງວັນຂຽວເພັດສະຄາດຈະເຈາະເຂົ້າໄປໃນຕົວໜອນແລ້ວກິນຕົວໜອນເປັນອາຫານຈົນໃຫຍ່ຈິ່ງເບາະອອກເປັນຕົວແມງວັນເພັດສະຄາດເຕັມໄວ.
ແຕນບຽນ (Braconid wasp): ຂະຫນາດຂອງແຕນບຽນໃຫຍ່ສຸດປະມານ 12 ມມ ແມງໄມ້ດັ່ງກ່າວສາມາດທໍາລາຍແມງໄມ້ສັດຕູພືດໄດ້ຫຼາຍຊະນິດເຊັ່ນ: ໜອນແມງວັນ, ໜອນດ້ວງປີກແຂງ ແລະ ເພ້ຍຕ່າງໆ. ແຕນບຽນຈະໃຊ້ເຫຼັກໃນແທງເຂົ້າໄປຕົວໜອນແລ້ວວາງໄຂ່ ເມື່ອໄຂ່ແຕກອອກເປັນຕົວອ່ອນກໍ່ຈະກິນໜອນເປັນອາຫານຈົນໃຫຍ່ ແລ້ວຈິ່ງເບາະອອກເປັນຕົວແຕນບຽນ, ໃນໄລຍະແຕນບຽນໃຫຍ່ເຕັມທີ່ແລ້ວຈະເຂົ້າດັກແດ້ແລ້ວຈິ່ງອອກເປັນຕົວແຕນບຽນ.
ຕົວບຽນອື່ນໆ (Other predators): ຕົວບຽນທີ່ສໍາຄັນ ແລະ ສັງເກດພົບເຫັນທົ່ວໆໄປເຊັ່ນ: 

ແມງມ້າ (Praying mantis): ຂະໜາດແມງມ້າມີຕັ້ງແຕ່ 4-7 ຊມ, ມີຫົວໃຫຍ່, ມີຂາຄູ່ໜ້າໃຫຍ່ແຂງແຮງໃຊ້ໃນການຈັບແມງໄມ້ ເປັນອາຫານ. ຕົວແມງມ້າຈະມີປີກສີຂຽວ. 
ແມງບໍ່ເພັດສະຄາດ (Lace wings): ແມງໄມ້ດັ່ງກ່າວເປັນສັດຕູພືດຂອງຈໍາພວກເພ້ຍຕ່າງໆ, ຕົວອ່ອນຂອງແມງປໍເພັດສະຄາດຈະກິນຈໍາພວກເພ້ຍ, ແຕ່ຕົວໃຫຍ່ຈະບໍ່ກິນ. ແມງປໍເພັດສະຄາດມີຫຼາຍຊະນິດມີທັງຫີນຕານ ແລະ ສີຂຽວ.
ແມງແຄງເພັດສະຄາດ (Damsel bug): ແມງໄມ້ດັ່ງກ່າວຈະກິນຈໍາພວກໜອນ, ເພ້ຍ, ໜອນແມງກະເບື້ອ. ແມງແຄງເພັດສະຄາດຕົວໃຫຍ່ ສຸດ ຂະຫນາດ 10 ມມ.
ແມງກິ່ງໄມ້ (Stick insect): ເປັນແມງໄມ້ທີ່ໃຫຍ່ກວ່າຫມູ່ທີ່ສຸດໃນຈໍາພວກແມງໄມ້, ອາດຈະຍາວເຖິງ 30 ຊມ, (ຊື່ພາສາຈີນ ກີມຊົ່ວມັງ). ການຫາອາຫານຈະອອກຫາກິນກາງຄືນ, ຕອນກາງເວັນຈະເກາະຕາມຕົ້ນໄມ້, ກິ່ງໄມ້ແຫ້ງ ເພື່ອການແປງກາຍ.

Contribute