ການຕັດແຕ່ງ
ກາເຟ Arabica ຄວນປູກໃຫ້ມີຕົ້ນດຽວເພາະສະນັ້ນການຕັດແຕ່ງແມ່ນມີຄວາມຈໍາເປັນ:
ເພື່ອກະຕຸ້ນໃຫ້ກິ່ງຫງ່າມີຄວາມອຸດົມສົມບູນ, ເພື່ອຄວບຄຸມຄວາມດຸ່ນດ່ຽງລະຫວ່າງໃບ ແລະ ຜົນຜະລິດ, ປ້ອງກັນຫຼຸດຜ່ອນການຕາຍ, ຫຼຸດຜ່ອນການຈະເລີນເຕີບໂຕ ແລະ ຮັກສາຮູບຊົງຂອງກາເຟ.

ການລິແໜງ 

ປີທີ 1: ແມ່ນເພື່ອບໍາລຸງໃຫ້ຕົ້ນກາເຟຂະຫຍາຍຕົວດີພ້ອມດຽວກັນນັ້ນກໍ່ແມ່ນການກໍາຈັດກາເຟນອກລະດູການ. 
ປີທີ 2: ການລິແໜງແມ່ນຄວບຄຸມບໍ່ໃຫ້ແໜງເຕື່ອຍລາກດິນໂດຍສະເພາະກິ່ງ ແລະ ແໜງທີ່ຕາກອອກໃຫ້ຕັດຮ່າງຈາກກິ່ງ 20 ຊມ ພ້ອມດຽວກັນກໍ່ປິດກິ່ງກາເຟນອກລະດູ.
ປີທີ 3: ເຊີ່ງເປັນປີທີ່ໃຫ້ຜົນຜະລິດຫຼາຍດັ່ງນັ້ນໃນປີນີ້ຄວນຕັດຍອດໃນລະດັບຄວາມສູງ 1.6–1.8 ມ.
ພ້ອມດຽວກໍ່ຊິແໜງ ຫຼື ຕັດແຕ່ງແໜງ ຫຼື ສິ່ງທີ່ເຕື່ອຍລົງຫາດິນການຕັດແຕ່ງກິ່ງງ່າດັ່ງກ່າວໃຫ້ຕັດ 20 ຊມ ຈາກລໍາຕົ້ນແມ່ພະຍາຍາມຕັດແຕ່ງຊົງພູ່ມໃຫ້ຢູ່ໃນສະພາບດຸ່ນດຽງ. ບັນດາກິ່ງແຫ້ງຕາຍພະຍາຍາມເອົາອອກໃຫ້ຫມົດ, ເພື່ອຫຼີກເວັ້ນການຂະຫຍາຍຕົວຂອງພະຍາດ ແລະ ສັດຕູພືດ, ເມື່ອສວນກາເຟມີອາຍຸຫຼາຍຂຶ້ນຕົ້ນກາເຟກໍ່ຂະຫຍາຍຕົວໃຫ່ຍ ແລະ ພອ້ມນັ້ນ ກໍ່ຈະເກີດບັນຫາແໜ້ນເກີນໄປດັ່ງນັ້ນຄວນຕັດຍອດເພື່ອໃຫ້ຕົ້ນກາເຟຂະຫຍາຍຕົວເຕັມທີ່ການຕັດດັ່ງກ່າວແມ່ນໃຫ້ຕັດຫ່າງຈາກໜ້າດິນປະມານ 50 cm ເພື່ອເປີດໂອກາດໃຫ້ມີຄວາມສາມາດແຕກລໍາຕົ້ນໃຫມ່ຂື້ນມາ.

ກາເຟ

ການຕັດຕອນ
ເພື່ອໃຫ້ຕົ້ນກາເຟໜຸ່ມຂຶ້ນການປະຕິບັດດັ່ງກ່າວແມ່ນມີຄວາມຈໍາເປັນເພາະເຮັດໃຫ້ສວນກາເຟໜຸ່ມຕະຫລອດຕາມປົກກະຕິແລ້ວແມ່ນຈະປະຕິບັດເມື່ອ (ກາເຟອາຍຸໃດ້ 6–7 ປີ), ທາງນີ້ ແມ່ນຂື້ນກັບສາຍພັນຈຸດປະສົງຂອງການຕັດຕອນແມ່ນໃຫ້ຜົນຜະລິດຄົງຕົວ ຢູ່ຕະຫລອດຖ້າບໍ່ດັ່ງນັ້ນຜົນຜະລິດຈະຕົກຕໍ່າລົງເລື້ອຍໆ.

ການຕັດຕອນດັ່ງກ່າວມີ 2 ວິທີ : ຕັດແຕ່ງດ້ານຂ້າງ ແລະ ຕັດຕອນທາງຕົ້ນ.

ການຕັດຕອນດ້ານຂ້າງ
ໝາຍເຖີງການຕັດດ້ານໃດດ້ານໜື່ງອອກກ່ອນເຊິ່ງສ່ວນຫຼາຍແມ່ນຕັດດ້ານຕາເວັນອອກກ່ອນ 2 ປີຫຼັງຈິ່ງຕັດດ້ານຕາເວັນຕົກການປະຕິບັດແບບນີ້ ແມ່ນເພື່ອຫຼີກເວັ້ນການເສຍຫາຍທີ່ອາດຈະເກີດຂຶ້ນຈາກບັນຫາຕ່າງໆ: ເພາະດ້ານທີ່ຕັດແຕ່ງແມ່ນເສຍຫາຍ 50% ໃນໄລຍະ 2 ປີ. ພາຍຫລັງ 2 ປີເມື່ອສວນທີ່ຕັດແຕ່ງສົມບູນຈິ່ງຕັດແຕ່ງດ້ານກົງກັນຂ້າມ.

ການຕັດຕອນ 
ເມື່ອສັງເກດເຫັນຕົ້ນກາເຟມີອາຍຸຫຼາຍປີ ແລະ ຜົນຜະລິດຕົກຕໍ່າການຕັດຕອນແມ່ນດີທີ່ສຸດເຮັດໃຫ້ກາເຟໜຸ່ມຂຶ້ນແຕ່ກ່ອນຈະຕັດຕອນແມ່ນໃຫ້ກະກຽມການບໍາລຸງຕົ້ນກາເຟໃຫ້ສົມບູນຈາກນັ້ນຈິ່ງຕັດໃນລະດັບຄວາມສູງ 50 ຊມ ຈາກໜ້າດີນ ແລະ ໃຫ້ປາກບາດອ່ຽງ 45 ອົງສາ, ຫຼັງຈາກຕັດຕອນແລ້ວຈິ່ງໃສ່ຝຸ່ນບໍາລຸງຮັກສາເພື່ອໃຫ້ແຕກລໍາຕົ້ນໃໝ່ຂຶ້ນມາແທນທີ່ແລ້ວຈິ່ງເລືອກເອົາຕົ້ນທີ່ແຂງແຮງ ເພື່ອໃຫ້ຜົນຜະລິດໃນປີຕໍ່ໄປວິທີດັ່ງກ່າວແມ່ນຈະເສຍຜົນຜະລິດ 1–2 ປີ.

ກາເຟ

ຮູບສະແດງການຕັດຕອນ, ການເລືອກກີ່ງງ່າທີ່ແຂງແຮງກວ່າໝູ່ໄວ້.

ການໃຫ້ນໍ້າ
ໃນລະດູທີ່ແຫ້ງແລ້ງທີ່ສຸດແມ່ນມີຄວາມຈໍາເປັນຕ້ອງໄດ້ໃຫ້ນໍ້າບາງຄັ້ງຄາວເພື່ອໃຫ້ຕົ້ນກາເຟແຂງແຮງຕະຫລອດເວລາ. ປະລິມານທີ່ຕ້ອງການໃນລະດູແລ້ງຢູ່ ສປປ ລາວ ຕ້ອງການປະລິມານ 20–25 mm ຕໍ່ອາທິດ ດ້ວຍເຫດນັ້ນຖ້າສາມາດ, ສ້າງລະບົບຊົນລະປະທານໄດ້ເພື່ອຊ່ວຍກໍ່ສາມາດຮັກສາຜົນ ຜະລິດໄດ້ຕາມປົກກະຕິ, ແຕ່ການສ້າງລະບົບຊົນລະປະທານແມ່ນລົງທຶນຫລາຍໂດຍສະເພາະແມ່ນການສ້າງລະບົບຊົນລະປະທານໄຕ້ດິນ ຫຼື ລະບົບນໍ້າລົ້ນເຖີງແມ່ນວ່າກາເຟຕ້ອງການນໍ້າໃນລະດູແລ້ງກໍ່ຈິງແຕ່ໂດຍທໍາມະຊາດຂອງການເຟແລ້ວແມ່ນຕ້ອງການຄວາມແຫ້ງແລ້ງໃນໄລຍະໜື່ງປະມານ 4–8 ອາທິດ ເພື່ອກະຕຸ້ນຕາດອກໃຫ້ຈະເລີນເຕີບໂຕ ແລະ ອອກດອກໃນພາຍຫລັງໄລຍະດັ່ງກ່າວບໍ່ຄວນໃຫ້ນໍ້າເດັດຂາດເພາະຖ້າໃຫ້ນໍ້າໃນໄລຍະນີ້ຕາດອກຈະປ່ຽນເປັນຕາຍອດເຊີງຈະບໍ່ໃຫ້ຜົນຜະລິດ.

ການປູກພືດສະຫຼັບໃນສວນກາເຟ
ໃນສວນກາເຟທີ່ປູກໃໝ່ເພື່ອໃຫ້ຜົນຜະລິດທາງດ້ານເສດຖະກິດສູງຄວນພິຈາລະນາປູກພືດສະຫຼັບໃນແຖວກາເຟທີ່ປູກໃໝ່ໂດຍສະເພາະແມ່ນພຶດເສດຖະກິດອາຍຸສັ້ນເພື່ອຫຼຸດຜ່ອນການລົງທຶນ, ເພື່ອປັບປຸງດິນ, ເພື່ອຄວບຄູມອຸນນະພູມໃນດິນໃຫ້ເປັນປົກກະຕິພ້ອມທັງເປັນການສະໜອງຝຸ່ນ ແລະ ອິນຊີວັດຖຸໃຫ້ແກ່ດິນພືດດັ່ງກ່າວອາດຜິດຈາລະນາດັ່ງຕໍ່ໄປນີ້: ຜັກກະລໍ່າ, ຖົ່ວດິນ, ຖົ່ວຂຽວ. ພືດຜັກ, ຖົ່ວແຮ ແລະ ເຂົ້າ, ສິ່ງສໍາຄັນໃນການປູກພືດດັ່ງກ່າວແມ່ນໃຫ້ຮ່າງຈາກຕົ້ນກາເຟ 60 ຊມ ທາງນີ້ ເພື່ອຫຼີກລ່ຽງການຍາດແຍ່ງອາຫານຂອງພືດດັ່ງກ່າວໃນບາງເຂດທີ່ລະດັບຕໍ່າຕາມພືດຕົ້ນໄມ້ກັ້ງບັງອາດຈະປູກພິກໄທ ເສີມໃສ່ ເພື່ອເພີ່ມລາຍຮັບ, ສໍາລັບດົງບໍລະເວນປະເພດໄມ້ຢືນຕົ້ນທັງຫຼາຍເຫັນມີຫຼາຍຊະນິດໃຊ້ເປັນໄມ້ກັ້ງບັງພ້ອມທັງໃຫ້ຄຸນຄ່າທາງດ້ານເສດຖະກິດເຊັ່ນ: ຖົ່ວລຽນ, ໝາກສີດາ, ໝາກ ລິນຈີ່, ໝາກເອີກ, ສິ່ງສໍາຄັນອີກອັນໜຶ່ງຕົ້ນໄມ້ທີ່ເປັນພືດຕະກຸນຖົ່ວແມ່ນມີ ຄວາມສໍາຄັນ ແລະ ຈໍາເປັນຕໍ່ສວນກາເຟ.

Contribute