ໂດຍທໍາມະຊາດແລ້ວບັນດາທາດອາຫານ ຈະວົນວຽນໃນວົງຈອນຂອງສິ່ງແວດລ້ອມໃນປ່າດົງດິບທາດອາຫານຈະວົນວຽນເປັນ ວົງຈອນເພື່ອສະໜອງໃຫ້ພຽງພໍ ເຖິງແນວໃດກໍ່ຕາມໃນສະພາບການປູກພືດໃນທາງເສດຖະກິດມັນມີຄວາມຈໍາເປັນ, ຕ້ອງມີການໃສ່ຝຸ່ນ, ໃຫ້ທາດອາຫານເຂົ້າເພີ່ມໃສ່ຈາກການທີ່ນໍາມາໃຊ້. ດັ່ງນັ້ນ, ໃນສວນກາເຟຕ້ອງໃສ່ຝຸ່ນເພີ່ມຖ້າບໍ່ດັ່ງນັ້ນຜົນຜະລິດກາເຟຈະຕົກຕໍ່າໄປເລື້ອຍໆໃນ ສວນກາເຟນ້ອຍທີ່ບໍ່ມີຕົ້ນໄມ້ກັ້ງບັງໂດຍສະເພາະກາເຟທີ່ມີຕົ້ນເຕ້ຍພັນ Catimor ຈະເກີດບັນຫາຕາຍໄວທີ່ສຸດ ຖ້າຫາກຂາດການເອົາໃຈໃສ່ບົວລະບັດຮັກສາໂດຍສະເພາະໃຫ້ຝຸ່ນເພີ່ມແຕ່ລະປີ ຕົ້ນກາເຟທີ່ມີການຕາຍມາກອ່ນຖ້າຫາກມີການເອົາໃຈໃສ່ບໍາລຸງດິນພ້ອມໃຫ້ນໍ້າພຽງພໍມີການເສຍຫຍ້າຂ້າຫຸ່ນ ກໍ່ຊ່ວຍຕົ້ນກາເຟຟື້ນຕົວໄວຂື້ນ, ອິນເດຍພົບວ່າ: ຈາກຜົນຜະລິດກາເຟຊ້ອມ 1 ໂຕນຕໍ່ເຮັກຕາມີຄວາມຈໍາເປັນຕ້ອງໄດ້ໃສ່ຝຸ່ນເພີ່ມດັ່ງນີ້: N=40 Kg, K= 2,2 Kg, P= 53 Kg. ຕາມຫຼັກການແລ້ວທາດອາຫານທີ່ມີຄວາມຈໍາເປັນຕໍ່ພືດມີ 16 ທາດ (ເບິ່ງໃນຕາຕະລາງ) ໃນຈໍານວນ 16 ທາດມີ 3 ທາດທີ່ຊອກໄດ້ງ່າຍແຕ່ວ່າເປັນສ່ວນປະກອບສໍາຄັນຂອງພືດເຖີງ 94% ທາດດັ່ງກ່າວແມ່ນ C,N,O ແຕ່ 3 ທາດດັ່ງກ່າວ ຫາໄດ້ງ່າຍກໍຄືໃນນໍາ ແລະ ອາກາດ, ສໍາລັບ 13 ທາດແມ່ນໄດ້ມາຈາກດິນເປັນສວນໃຫ່ຍແບ່ງເປັນ 2 ປະເພດຄື: ທາດອາຫານຫຼັກ ແລະ ທາດອາຫານສໍາຮອງ (macro and micro) ແຕ່ບໍ່ໄດ້ຫມາຍຄວາມວ່າທັງ 2 ຢ່າງ, ບໍ່ມີຄວາມສໍາຄັນ, ພຽງແຕ່ວ່າຕ້ອງການໜ້ອຍ ຫຼື ຫຼາຍຕ່າງກັນ (ລາຍລະອຽດເບິ່ງໃນຕາຕະລາງ).

ກາເຟ

ການວິໄຈດິນ ແລະ ການວິໄຈໃບ
ເພື່ອຢາກໃຫ້ຮູ້ຈັກຄວາມຕ້ອງການຂອງທາດອາຫານ ແລະ ໃຫ້ທາດອາຫານແມ່ນມີຄວາມຕ້ອງການວິໄຈໃບ, ແຕ່ໃນປະຈຸບັນນີ້ຢູ່ ສປປ ລາວ ຍັງບໍ່ມີພື້ນທີຖານເຕັກນິກໃນການວິໄຈ, ແຕ່ປະເທດໃກ້ຄຽງແມ່ນສາມາດຕອບສະໜອງການວິໄຈດັ່ງກ່າວໄດ້ເຊັນ: ໄລຍະຜ່ານມາອົງການ FAO ກໍ່ໄດ້ນໍາເອົາການວິໄຈຢູ່ປະເທດໄທແລ້ວໃນປີ 2005 ເພື່ອເຮັດໃຫ້ມີມາດຕະຖານຂອງຂັ້ນຕອນ ແລະ ຖຶກຕ້ອງຕາມຫຼັກການວິໄຈ ແລະ ເຮັດໃຫ້ມີມາດຕະຖານເອກະພາບຈິ່ງສະເໜີວິທີການດັ່ງນີ້:

ການເກັບຕົວຢ່າງດິນ
1. ດິນທີ່ຈະເອົາຕົວຢ່າງບໍ່ຄວນມີເສດໄມ້ເຈືອປົນ.
2. ໃຊ້ເຄື່ອງມືເຈາະດິນຄວາມເລິກ 15 ຊມ.
3. ນໍາຕົວຢ່າງໃສ່ໃນພາຊະນະທີ່ສະອາດ.
4. ໃນພື້ນທີ່ 2-4 ເຮັກຕາ ຄວນເຈາະໃນ 20 ຈຸດ. 
5. ນໍາຕົວຢ່າງໃນ 20 ຕົວຢ່າງມາປົນກັນແລ້ວໃສ່ໃນຖົງ. 
6. ຂຽນປ້າຍຕິດ (ກໍາກັບ). 
7. ເຄື່ອງເຈາະດິນແຕ່ລະຄັ້ງຕ້ອງອານາໄມໃຫ້ສະອາດ. 
8. ບໍ່ຄວນເກັບຕົວຢ່າງຫຼັງຈາກການໃສ່ຝຸ່ນເພື່ອບໍ່ໃຫ້ເສດພືດ ແລະ ປູນຂາວປົນຕົວຢ່າງດິນ.
9. ບໍ່ຄວນເອົາຕົວຢ່າງດິນໃກ້ຕົ້ນໄມ້ກັ້ງບັງ.
10. ບໍລິເວນທີ່ມີຕົ້ນໄມ້ຂະຫນາດອາຍຸແຕກຕ່າງ, ປະເພດດິນແຕກຕ່າງຄວນແຍກເປັນຕົວຢ່າງຫນຶ່ງ.
11. ຕົວຢ່າງດິນຄວນໃຫ້ແຫ້ງກ່ອນເອົາເຂົ້າຫ້ອງວິໄຈ, ໂດຍການແຕກໃສ່ເຈ້ຍທີ່ສະອາດບໍ່ໃຫ້ຖືກຝົນ ແລະ ຄວນໃຫ້ແຫ້ງປະມານ 4-5 ວັນ. 
ຖ້າເປັນໄປໄດ້ຄວນເກັບຕົວຢ່າງທຸກໆປີກ່ອນການອອກດອກ. ເປົ້າໝາຍຫຼັກຂອງການເກັບຕົວຢ່າງດິນແມ່ນເພື່ອໃຫ້ໄດ້ຕົວເລກສະເລ່ຍເປັນກາງໃນການວາງແຜນລົງທຶນ, ໂດຍການເລືອກຂະໜາດຂອງເບ້ຍໃຫ້ຖຶກຕ້ອງ. ການເກັບຕົວຢ່າງດິນ 3 ຕົວຢ່າງຕໍ່ພື້ນທີ່ 2-4 ເຮັກຕາ, ກໍ່ພຽງພໍຊຶ່ງໄດ້ມາຈາກການເກັບຕົວຢ່າງດິນ 3 ຈຸດ.

ການເກັບຕົວຢ່າງໃບໄປວິໄຈ 
1. ຄວນເກັບໃບຄູ່ 3-4 ຈາກຍອດ.
2. ເກັບຕົວຢ່າງດຽວກັນ ເວລາດຽວກັນທຸກໆປີກກ່ອນກາເຟອອກດອກ.
3. ປະລິມານຕົວຢ່າງຕ້ອງເກັບຂະຫນາດ 40 ຕົວຢ່າງໃນພື້ນທີ່ 2-4 ເຮັກຕາ.
4. ເກັບຕົວຢ່າງໃບແບບສະຫຼັບ.
5. ຫຼີກເວັ້ນການເກັບຕົວຢ່າງຜິດປົກກະຕິເຊັ່ນ: ຊຸດໂຊມ, ເດັ່ນເກີນໄປ.
6. ການເກັບຕົວຢ່າງຄວນເກັບແຕ່ຕອນເຊົ້າ.
7. ເວລາເກັບຕົວຢ່າງບໍ່ຄວນສູບຢາ, ມືຕ້ອງສະອາດ.
8. ຫຼີກເວັ້ນການເກັບຕົວຢ່າງໃບທີ່ປຽກ.
9. ບໍ່ຄວນເກັບຕົວຢ່າງໃບທີ່ພົ່ນສານກະຕຸ້ນທາງໃບ.
10. ບໍ່ຄວນເກັບຕົວຢ່າງທີ່ແຕກຕ່າງ: ອາຍຸ, ຕ່າງດິນ ມາປົນກັນ.
11. ຈົດບັນທຶກຕົວຢ່າງທີ່ຈະສົ່ງເຂົ້າວິໄຈຕາມແບບຂອງຫ້ອງວິໄຈ.
12. ຕົວຢ່າງເກັບຕ້ອງໃສ່ຖົງກະດາດ (ບໍ່ແມ່ນຖົງຢາງ) ໃຫ້ໃບສົດບໍ່ແມ່ນເຢັນ.
13. ໃນກໍລະນີເຫັນວ່າຫ່າງໄກຈາກຫ້ອງວິໄຈດັ່ງນັ້ນ, ຕົວຢ່າງທີ່ຈະສົ່ງໄປວິໄຈຄວນອົບໃຫ້ແຫ້ງ.
ໄລຍະເວລາທີ່ເຫມາະສົມສໍາລັບການເກັບຕົວຢ່າງໃບໄມ້ວິໄຈແມ່ນກ່ອນອອກດອກຂອງທຸກໆປີ, ໃນສວນກາເຟໄຫມ່ ແລະ ມີບັນຫາເລື່ອງຄວາມອຸດົມສົມບູນຂອງດິນອາດຈະເກັບທຸກໆ 4 ເດືອນ ເພື່ອວິໄຈການປ່ຽນແປງຄວາມອຸດົມສົມບູນຂອງດິນ ສໍາລັບຕົວຢ່າງກາເຟຂອງດິນດົງພູພຽງບໍລະເວນ ໃນປະຈຸບັນ 15 ຕົວຢ່າງກໍາລັງສົ່ງເຂົ້າຫ້ອງວິໄຈ ແລະ ກໍາລັງລໍຜົນການວິໄຈ.
ເປົ້າໝາຍຫຼັກຂອງການເກັບຕົວຢ່າງໃບກໍ່ເພື່ອການວາງແຜນໃນການໃສ່ຝຸ່ນ ແລະ ບົວລະບັດຮັກສາ. 1 ເຮັກຕາເກັບ 40 ຕົ້ນແລ້ວຈິ່ງນໍາມາລວມກັນເພື່ອຫຼຸດຜ່ອນຄ່າອີກ. ດັ່ງນັ້ນ, ຕົວຢ່າງໆນ້ອຍ 100/1 ຕົວຢ່າງເພື່ອໃຫ້ຊັດເຈນ.

ລະດັບທາດອາຫານທີ່ເໝາະສົມໃນດິນ ແລະ ໃນໃບ
ຫຼັງຈາກທີ່ໄດ້ວິໄຈດິນ ແລະ ໃບມາແລ້ວ ຈະສາມາດເອົາຜົນດັ່ງກ່າວມາສົມທຽບຕາຕະລາງມາດຕະຖານເພື່ອກໍານົດ ແລະ ວາງໃນການປັບປຸງບໍາລຸງດິນ. 

ກາເຟ

ແຜນການປັບປຸງບາລຸງດິນ
ໂດຍທົ່ວໆໄປແລ້ວ ດິນທີ່ປູກກາເຟໃນ ສປປ ລາວ ຈະມີທາດອາຫານຕ່າງໆຢູ່ໃນເກນທີ່ຕໍ່າ, ດັ່ງນັ້ນ ມີຄວາມຈໍາເປັນທີ່ຈະໄດ້ມີການໃຫ້ຝຸ່ນເພີ່ມເພື່ອໃຫ້ໄດ້ຜົນຜະລິດ ແລະ ຄຸນນະພາບດີ. ບັນດາເສດພືດ, ຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນ, ຊີວະພາບ ແລະ ພືດຄຸມດິນຕ່າງມີອິທິພົນ ແລະ ຄຸນປະໂຫຍດຕໍ່ກາເຟທັງນັ້ນ.
ເຖິງຢ່າງໃດກໍ່ຕາມການໃສ່ຝຸ່ນຄອກ ແລະ ຝຸ່ນບົ່ມ ໂດຍສະເພາະທີ່ໄດ້ມາຈາກເປືອກກາເຟ ກໍ່ຍັງສະໜອງທາດອາຫານບໍ່ພຽງພໍ. ດັ່ງນັ້ນ, ຈິ່ງມີຄວາມຈໍາເປັນຕ້ອງໃສ່ໃນປະລິມານຫຼາຍ, ແຕ່ຈຸດເດັ່ນຂອງຝຸ່ນຄອກ ແລະ ຝຸ່ນບົ່ມດັ່ງກ່າວຈະມີຜົນດີໃນໄລຍະຍາວເນື່ອງຈາກເປັນຕົວປັບປຸງສະພາບຂອງດິນ (ໂຄງສ້າງດິນ) ໃຫ້ດີຂື້ນເລື້ອຍໆ. ກ່ຽວກັບຝຸ່ນເຄມີແມ່ນມີທາດອາຫານສູງກ່ວາຝຸ່ນຊີວະພາບ ແຕ່ຕ້ອງໃຊ້ດ້ວຍຄວາມລະມັດລະວັງ ດ້ວຍເຫດນີ້ ຈິ່ງຄວນໃຊ້ຄວບຄູ່ໄປກັບ ຝຸ່ນຄອກ ແລະ ຝຸ່ນບົ່ມດັ່ງກ່າວ. ໃນປະຈຸບັນຢູ່ໃນ ສປປ ລາວ ເກືອບວ່າບໍ່ໄດ້ມີການວິໄຈດິນ ແລະ ໃບ. ດັ່ງນັ້ນ, ຈິ່ງມີຂໍໍ້ຫຍຸ້ງຍາກໃນການວິໄຈດັ່ງກ່າວ. ເວລາໃດຫາກໜ່ວຍງານບໍລິການດັ່ງກ່າວຫາກສາມາດຕອບສະໜອງໄດ້ກໍ່ຈະຊ່ວຍໃຫ້ແຜນການປັບປຸງງ່າຍຂຶ້ນ. ເຖິງຢ່າງໃດກໍ່ຕາມ ຄໍາແນະນໍາໃນການປັບປຸງດິນຂອງການໃສ່ຝຸ່ນສໍາລັບກາເຟນ້ອຍ ຢູ່ ສປປ ລາວ ອາດປະຕິບັດຕາມຕາຕະລາງລຸ່ມນີ້:
ຝຸ່ນຄອກສັດ (ປຽກ), ເປືອກກາເຟສົດ (ປຽກ) ບໍ່ຄວນໃຊ້ເພາະເປັນອັນຕະລາຍຕໍ່ຕົ້ນກາເຟ ແລະ ເປັນແຫຼ່ງເພາະເຊື້ອເຫັດ ເກີດໂອຄຣາທອກຊິນ A (Orchratoxin A) ຫຼື OTA.

ກາເຟ

ການໃສ່ຝຸ່ນສິ່ງໜື່ງທີ່ຄວນຈໍາ ແລະ ປະຕິບັດເຫັນມີຄວາມຈໍາເປັນຕ້ອງໃສ່ປູນຂາວ ຫຼື Dolomite ໃນອັດຕາ 500 ກຼາມ/ຕົ້ນ ທຸກໆ 2 ປີ ກ່ອນໝົດລະດູຝົນ ທັງນີ້ກໍ່ເພື່ອໃຊ້ນໍ້າຝົນລະລາຍທາດປູນດັ່ງກ່າວລົງໄປໃນດິນ. ຕາຕະລາງລຸ່ມນີ້ຈະສະແດງໃຫ້ເຫັນທາດອາຫານຕ່າງໆທີ່ຢູ່ໃນສ່ວນຕ່າງໆຂອງຕົ້ນກາເຟ.

ທາດອາຫານທີ່ຢູ່ໃນສ່ວນຕ່າງໆຂອງພືດ

ກາເຟ

ໝາຍເຫດ: ຈາກຕາຕະລາງດັ່ງກ່າວເຮົາຈະເຫັນຈະແຈ້ງວ່າທາດອາຫານຕ່າງໆ ຈະສະສົມເປັນຢູ່ໃບເປັນສ່ວນໃຫຍ່ ຫຼັງຈາກທີ່ໃບຫຼົ່ນລົງສູ່ດິນກໍ່ເທົ່າກັບວ່ານໍາເອົາທາດອາຫານດັ່ງກ່າວລົງສູ່ດິນ.
ບັນດາທາດອາຫານທີ່ສະສົມຢູ່ໃນເມັດແມ່ນຈະຖຶກຂຸດອອກໄປພາຍຫຼັງເກັບກ່ຽວ. ດັ່ງນັ້ນ, ເທົ່າກັບທາດອາຫານຢູ່ໃນດິນໄດ້ຖືກດຶງດູດອອກຈາກດິນເປັນປະລິມານຫຼາຍສົມຄວນ, ເພື່ອຄົງໄວ້ໃນຜົນຜະລິດຈິ່ງຕ້ອງໄດ້ເພີ່ມຝຸ່ນໃນແຕ່ລະປີ. ການເພີ່ມຝຸ່ນດັ່ງກ່າວລວມເຖິງຝຸ່ນທຸກຊະນິດ ແລະ ຝຸ່ນເຄມີ.
ເຖິງແມ່ນວ່າຝຸ່ນທໍາມະຊາດຕ່າງໆຈະເປັນຜົນດີຕໍ່ກາເຟ ແຕ່ທາດອາຫານຈະພຽງພໍດັ່ງນັ້ນ ຄວນໃຊ້ຄວບຄູ່ກັບຝຸ່ນເຄມີເປັນບາງຄັ້ງຄາວ.

ການໃສ່ຝູຸ່ນ
ສໍາລັບຝຸ່ນເຄມີໃຫ້ໃສ່ບໍລິເວນປາຍຊົງພຸ່ມ ແລະ ໃຫ້ຫ່າງຈາກລໍາຕົນປະມານ 10 ຊມ, ປະລິມານຝຸ່ນທີ່ຄວນໃສ່ໃນແຕ່ລະປີອາດຈະພິຈາລະນາດັ່ງລຸ່ມນີ້:
ອາຍຸກາເຟ 2 ປີ 0,7 kg/ຕົ້ນ (15-15-15)
ອາຍຸກາເຟ 3 ປີ 1  kg/ຕົ້ນ (15-15-15)
ອາຍຸກາເຟ 4 ປີ 2  kg/ຕົ້ນ (15-15-15)
ອາຍຸກາເຟ 5 ປີ ແລະ ໃສ່ 2,5 kg/ຕົ້ນ (15-15-15)
ເພື່ອຫຼຸດຜ່ອນການໃສ່ຝຸນເຄມີເກິນຂອບເຂດພືດຄຸມດິນຈໍາພວກຕະກູນຖົ່ວ ແລະ ຕົ້ນໄມ້ກັ້ງບັ້ງທີ່ເປັນພືດຕະກູນຖົ່ວ ກໍ່ເປັນແຫຼ່ງສະໜອງຝຸ່ນໂດຍກົງແກ່ຕົ້ນກາເຟ ແລະ ພ້ອມດຽວກັນກໍ່ມີບົດບາດໃນການຄວບຄຸມຫຍ້າ.

ບັນດາອາການຕ່າງໆຂອງການຂາດທາດອາຫານ 
ປະສິດທິພາບ ແລະ ອັດຕາການຈະເລີນເຕີບໂຕຂອງຕົ້ນກາເຟຂື້ນກັບປະລິມານທາດອາຫານທີ່ສະໜອງໃຫ້ກັບຕົ້ນກາເຟ ນັ້ນຫມາຍເຖິງວ່າອາຫານທີ່ສາມາດລະລາຍອອກເປັນປະໂຫຍດໃຫ້ແກ່ຕົ້ນກາເຟ. ດັ່ງນັ້ນ, ຈິ່ງສາມາດຢັ້ງຢືນໄດ້ວ່າ ບໍ່ແມ່ນປະລິມານທາດເຄມີແລ້ວພືດຈະໃຊ້ໄດ້ ຖ້າທາດອາຫານດັ່ງກ່າວບໍ່ຢູ່ໃນສູດທີ່ພືດນໍາໄປໃຊ້ໄດ້. ໃນຮູບດັ່ງກ່າວຈະອະທິບາຍໃຫ້ເຮົາເຂົ້າໃຈວ່າທາດອາຫານຕ່າງໆ ທີ່ເປັນປະໂຫຍດໃຫ້ແກ່ພືດຈະມີການສໍາພັນກັນໂດຍກົງ ເຊັ່ນ: ຜົນຜະລິດແມ່ນຖືກຈໍາກັດດ້ວຍທາດ ໄນໂຕຼເຈນ (N) ແຕ່ເຖິງວ່າ ຈະໃຊ້ທາດ N ຖ້າຂາດທາດ ຟົສຟໍລັດ (P) ກໍ່ຈະມີຜົນກະທົບຕໍ່ຜົນຜະລິດເຊັ່ນດຽວກັນ. ກ່ຽວກັບອາການຕາຍ ສາເຫດຕົ້ນຕໍແມ່ນດິນຂາດຄວາມອຸດົມສົມບູນ, ຂາດທາດອາຫານທີ່ຈໍາເປັນໂດຍສະເພາະທາດ N ແລະ ທາດ P, ພ້ອມດຽວກໍ່ເກີດຈາກການຂາດຂົ່ມກັ້ງບັງ. ອາການຂາດທາດ P ແລະ Ca ກໍ່ສະແດງອາການຕາຍເຊັ່ນດຽວກັນເນື່ອງຈາກລະບົບຮາກບໍ່ສົມບູນໃນການສະໜອງອາຫານ. ສາເຫດຂອງອາການຕາຍແມ່ນມາຈາກການໃຫ້ຜົນຜະລິດຫຼາຍເກີນໄປໃນປີຜ່ານມາໂດຍສະເພາະໃນກາເຟສາຍພັນທີ່ມີຕົ້ນເຕ້ຍ ເຊັ່ນ: catimor.

Barrel Analogy’ using nitrogen as the least available nutrient

ກົດເກນຕໍ່າສຸດໂດຍການໃຫ້ທາດ N ເປັນຕົວທີ່ມີໜ້ອຍສຸດ.

ອາການຂາດທາດອາຫານຕ່າງໆຂອງກາເຟ

ກາເຟ

 

Contribute