ເພ້ຍຫອຍ (Coccusviridis): ເປັນສັດຕູພືດທີ່ຮ້າຍແຮງ ແລະ ພົບທົ່ວໆໄປຕົວເພ້ຍຈະດູດນໍ້າລ້ຽງຈາກລໍາຕົ້ນເຊິ່ງຈະສົ່ງຜົນໂດຍກົງຕໍ່ການຈະເລີນເຕີບໂຕຂອງລໍາຕົ້ນ ແລະ ຜົນຜະລິດພ້ອມດຽວກັນບໍລິເວນທີຖຶກເພ້ຍຈະປາກົດມີແປ້ງສີຂາວປົກຫຸ້ມຕາມຫງ່າ ແລະ ໃບແປ້ງດັ່ງກ່າວເກີດຍ້ອນເພ້ຍຫອຍປ່ອຍຄ້າງສິ່ງເສດເຫຼືອເຊິງມີລົດຫວານ, ຊື່ງຈະເປັນເຫຍື້ອປ່ອຍໃຫ້ໝົດ ແລະ ປວກເຂົ້າທໍາລາຍ.
ອາການທໍາລາຍຂອງເພ້ຍຫອຍ: ຕົວເພ້ຍຫອຍຈະມີຮູບລັກສະນະຮູບໄຂສີຂຽວຂະຫນາດ 2-3 ມມ. ສ່ວນຫຼາຍຈະພົບເຫັນຕາມໃບອ່ອນ, ຍອດອ່ອນ ບໍລິເວນທີ່ຖືກທໍາລາຍຈະປະກົດເຫັນບົດໜື່ງຕາມຫຼັງຈະກາຍເປັນສີດໍາ, ຖ້າອາການຮ້າຍແຮງໃບຈະຫຼົ່ນ. 
ການຄວບຄຸມການປ້ອງກັນ: ໂດຍທໍາມະຊາດແລ້ວເພ້ຍຫອຍຈະມີສັດຕູພືດໂດຍທໍາມະຊາດເຊິ່ງເຂົ້າດູດກິນເພ້ຍຫອຍເຊັ່ນ: ຕົວແຕນບຽນ, ແມງເຕົາທອງ ແລະ ໂມກ Verticillium, ເຊື້ອດັ່ງກ່າວຈະຊ່ວຍຫຼຸດຜ່ອນການລະບາດຂອງເພ້ຍຫອຍ. 
ການຄວບຄຸມດ້ວຍສານເຄມີ: ຖ້າສັງເກດເຫັນວ່າໃບກາເຟຖືກທໍາລາຍຈາກເພ້ຍຫອຍເກີນກວ່າ 10 ໃບ ຂຶ້ນໄປຈະຊັດດ້ວຍຢາເຄມີ. Carbaryl 85% ໃນອັດຕາ 20 g / ນໍ້າ 10 ລິດ ຊີດໃຫ້ທົ່ວທຸກອາທິດຈົນກວ່າອາການການຈະທຸເລົາລົງ. 
ປ້ອງກັນດ້ວຍວິທີພື້ນເມືອງ: ໃນກໍລະນີບໍ່ຮ້າຍແຮງຄວນໃຊ້ຢາສູບ 1 ກິໂລ ແຊ່ໃນນໍ້າ 2 ລິດ ປ່ອຍໄວ້ຂ້າມຄືນແລ້ວຈຶ່ງເອົານໍ້າຢາມາປະສົມກັບແຟບ 500 g ຈາກນັ້ນປະສົມນໍ້າ 20 ລິດຊີທຸກໆອາທິດ.

ເພ້ຍໄຟ
ເພ້ຍໄຟ (Toxoptera aurantii) ສ່ວນຫຼາຍຈະເກີດກັບຍອດອ່ອນໃນລະດູຝົນເພ້ຍໄຟຈະດູດນລ້ຽງຈາກຍອດອ່ອນເຮັດໃຫ້ການຈະເລີນເຕີບໂຕບໍ່ດີ. 
ອາການ: ຈະສັງເກດເຫັນກຸ່ມຂອງເພ້ຍໄຟຕິດກັນເປັນກ້ອນຕາມຍອດອ່ອນທີ່ປົ່ງໃໝ່ພ້ອມກັບມີແປ້ງສັດຫຸ້ມຍອດອ່ອນ.
ການປ້ອງກັນ: ໂດຍທົ່ວໄປແລ້ວບໍ່ຄ່ອຍໄດ້ຜົນ
ດ້ານເຄມີ: ອາດຈະນໍາໃຊ້ນສະກັດຈາກຕົ້ນກະເວົ້າປະສົມກັບສະບູຊັກເຄື່ອງໃນອັດຕາສານສະກັດກະເວົ້າ 10-20 ml ປະສົມກັບນໍ້າ 1 ລິດ ປະສົມກັບປວກ 7 ກຣາມ ຊີດໃຫ້ທົ່ວ.

ດ້ວງເຈາະລໍາຕົ້ນ  
ໂດຍທົ່ວໆໄປດ້ວງເຈາະລໍາຕົ້ນທີ່ພົບໃນ ສປປ ລາວ ມີ 2 ຊະນິດຄື: ດວງເຈາະສີແດງ (Zeuzera coffeae) ໂຕໃຫຍ່ຂອງດ້ວງເຈາະລໍາຊະນິດດັ່ງກ່າວຈະມີຈຸດຂາວ ແລະ ຈຸດດໍາຢູ່ຕາມປີກ. ໂຕອ່ອນຂອງດ້ວງເຈາະລໍາຕົ້ນຈະມີສີບົວເຊິ່ງເຈາະເຂົ້າໄປໃນລໍາຕົ້ນສ່ວນໃຫຍ່ຈະເຫັນຢູ່ສ່ວນປາຍຂອງກິ່ງງ່າເຮັດໃຫ້ກິ່ງຫງ່າກາເຟຫັກໄດ້ງ່າຍດາຍ. ດ້ວງເຈາະລໍາຕົ້ນສີຂາວ (Xylotrechus quadripes). ດ້ວງດັ່ງກ່າວ ເປັນດ້ວງປີກແຂງລໍາຕົວຈະມີສີດໍາ ແລະ ຂາວສະຫຼັບກັນຂະໜາດຂອງ ຕົວໃຫຍ່ປະມານ 1-2 ຊມ. ຄວາມເສຍຫາຍເກີດຈາກດ້ວງເຂົ້າໄປໃນລໍາຕົ້ນເຮັດໃຫ້ລໍາຕົ້ນ ຫຼື ກິ່ງຫງ່າຫັກດ້ວງເຈາະສີຂາວໂຕອ່ອນຈະດັກເປືອກຕົ້ນກາເຟເປັນອາຫານອ້ອມລໍາຕົ້ນ ຫຼື ກິ່ງຫງ່າແລ້ວຈຶ່ງເຈາະເຂົ້າໄປພາຍໃນ ໃນກໍລະນີຮ້າຍແຮງອາດຈະແພ່ລາມຮອດລະບົບຮາກ. 
ອາການ
ຈະສັງເກດເຫັນໃບຫ່ຽວ ແລະ ກິ່ງແຫ້ງຕາຍຫງ່າທີ່ຖືກທໍາລາຍຈະສັງເກດ ເຫັນເສດເຫຼືອຂອງຝຸ່ນຄ້າຍໆຂີ້ເລື່ອຍຕາມບໍລິເວນກ້ອງຕົ້ນກາເຟສັດຕູພຶດທັງສອງຢ່າງຈະມີວົງຈອນຊີວິດໃນການຂະຫຍາຍຕົວໃນລະດູຝົນແຕ່ອາການຮ້າຍແຮງຈະສັງເກດເຫັນໃນລະດູແລ້ງດ້ວງເຈາະດັ່ງກ່າວຈະຝັງໃນດັ່ງນັ້ນຈຶ່ງຍາກໃນການຊອກຄົ້ນເຖິງແມ່ນວ່າຜ່ານມາການເສຍຫາຍ. ຈາກສັດຕູພືດດັ່ງກ່າວຈະບໍ່ປະກົດໃນບໍລະເວນກວາງຂວາງແຕ່ກໍ່ທໍາລາຍຕົ້ນກາເຟໃຫ້ເສຍຫາຍ.
ການຄວບຄຸມການປ້ອງກັນ 
ວິທີທີ່ດີທີ່ສຸດແມ່ນການເອົາໃຈໃສ່ກ່ຽວກັບຕົ້ນໄມ້ກັ້ງບັງໃຫ້ດີ. ໃນລະດັບຄວາມສູງ 800 ມ ຈາກລະດັບນໍ້າທະເລການທໍາລາຍຈາກສັດຕູພືດດັ່ງກ່າວຈະຫຼຸດຜ່ອນ. ຖ້າສັງເກດເຫັນຕົ້ນກາເຟຖືກກະທົບຈາກດ້ວງເຈາະລໍາຕົ້ນວິທີທີ່ດີກໍ່ໄດ້ແກ່ການທໍາລາຍຕົ້ນກາເຟໂດຍຈູດເຜົາສິ່ງທີ່ສໍາຄັນແມ່ນ ການຄວບຄຸມດ້ວຍສານເຄມີ: ເນື່ອງຈາກວ່າສັດຕູພືດດັ່ງກ່າວຝັງໂຕຢູ່ໃນຕົ້ນກາເຟຈຶ່ງເປັນການຍາກທີ່ຢາເຄມຈະເຂົ້າເຖີງດັ່ງນັ້ນຈຶ່ງບໍ່ແນະນໍາໃຫ້ໃຊ້ສານເຄມີ.

ມອດເຈາະກາເຟ 
ມອດເຈາະກາເຟ (Hypothenemus hampei). ສັດຕູພືດດັ່ງກ່າວເປັນສັດຕູພືດໃໝ່ທີ່ຫາກໍ່ເຂົ້າມາໃນລາວແຕ່ສ້າງຄວາມເສຍຫາຍອັນຫຼວງຫຼາຍໃຫ້ແກ່ຜົນຜະລິດ ແລະ ເສດຖະກິດກ່ຽວກັບກາເຟຢ່າງ ຫຼວງຫຼາຍຜົນຜະລິດອາດຫຼຸດລົງ 50%. ລັກສະນະຂອງມອດເຈາະກາເຟແມ່ນດ້ວງປີກແຂງຂະໜາດລໍາຕົວ 2,5 ມມ ຕາມບໍລິເວນປີກຈະປົກຫຸ້ມດ້ວຍຂົນ. ສັດຕູພືດດັ່ງກ່າວທໍາລາຍເມັດກາເຟທຸກໄລຍະນັບ ຕັ້ງແຕ່ໝາກອ່ອນຈົນຮອດໝາກແກ້ໂດຍການເຈາະເຂົ້າໄປກິນດ້ານໃນພ້ອມໆກັບໂຕແມ່ຂະຫຍາຍພັນ ດ້ວຍໄຂ່ຢູ່ພາຍໃນ ໄຂ່ຂອງມອດເຈາະກາເຟຈະແຕກອອກເປັນໂຕໜອນພາຍໃນ 10 ວັນ ແລະ ຈະກິນອາຫານຢູ່ພາຍໃນ. ໂຕມອດຈະຢູ່ໄດ້ພາຍໃນເມັດກາເຟຮອດ 5 ເດືອນ. 
ອາການ
ຈະສັງເກດເຫັນໝາກກາເຟອ່ອນ ແລະ ແກ່ຫຼົ່ນລົງຕາກພື້ນດິນເມື່ອພິຈາລະນາແລ້ວຈະເຫັນມີຮູທີ່ດ້ວງເຈາະເຂົ້າໄປພາຍໃນຕາມເມັດກາເຟທາງດ້ານປາຍ ແລະ ດ້ານຂ້ວນ ໃນໄລຍະ ເລີ້ມຕົ້ນເມັດກາເຟ ອາດບໍ່ທັນຫຼົ່ນຈາກກົກຕາມຫຼັງເມື່ອຮ້າຍແຮງເມັດກາເຟຈຶ່ງຫຼົ່ນລົງພ້ອມກັບມອດກໍ່ຝັງໂຕຢູ່ພາຍໃນ.
ການຄວບຄຸມ 
ວິທີທີ່ດີທີ່ສຸດປອດໄພທີ່ສຸດ ແລະ ເສດຖະກິດດີທີ່ສຸດແມ່ນການອະນາໄມສວນໃຫ້ສະອາດໂດຍ ການເກັບເອົາເມັດກາເຟທີ່ຫຼົ່ນຕາມດິນພ້ອມທັງເສຍກິ່ງຫງ່າທີ່ຕົກຢູ່ຕາມດິນອອກໄປທໍາລາຍ ເພື່ອຫຼີກລ້ຽງ ແລະ ຫຼຸດຜ່ອນການແຜ່ຂະຫຍາຍໃນທາງທໍາມະຊາດ ບາງປະເທດອາດຈະມີສັດຕູທໍາມະຊາດມອດ ເຈາະກາເຟເຊັ່ນ: ປະເທດໂຄຣລາມເບຍມີລາຍງານວ່າ (Phymastichus coffea) ສາມາດຢັບຢັ້ງການແຜ່ລາມຂອງມອດເຈາະກາເຟແຕ່ກໍ່ຍັງບໍ່ສາມາດຢັ້ງຢືນໃນທາງເສດຖະກິດ ເປັນພຽງແຕ່ການປະກອບສ່ວນຂອງການປ້ອງກັນພືດແບບປະສົມປະສານ. ສໍາລັບ ສປປ ລາວ ແລ້ວການນໍາໃຊ້ວິທີການປ້ອງກັນແບບປະສົມປະສານຈະເປັນວິທີທີ່ດີທີ່ສຸດ. ມີບາງ ປະເທດໄດ້ສະເໜີການນໍາໃຊ້ການປ້ອງກັນໂດຍທາງຊີວະພາບໂດຍການນໍາໃຊ້ເຊື້ອ (Beauvetai bassiana) ເຊັ່ນ: ບາງປະເທດໃນອາເມລິກາໃຕ້ ແຕ່ກໍ່ຍັງບໍ່ທັນໄດ້ກວ້າງຂວາງ ແລະ ກໍ່ບໍ່ສາມາດຢັ້ງຢືນໄດ້ຢ່າງຊັດເຈນ. ດັ່ງນັ້ນ ການຄົ້ນຄວ້າທົດລອງ ແລະ ສຶກສາການຄວບຄຸມໂດຍທາງຊີວະພາບຍັງຈະຕ້ອງສືບຕໍ່ດໍາເນີນຕໍ່ໄປເພື່ອຊອກທາງອອກທີ່ດີທີ່ສຸດສໍາລັບການຄວບຄຸມໂດຍການນໍາໃຊ້ສານເຄມີແມ່ນ. ບໍ່ຄອ່ຍໄດ້ຜົນປານໃດເນື່ອງຈາກວ່າຕົວຢາເຂົ້າບໍ່ເຖີງມອດເຊິ່ງຝັງໂຕພາຍໃນເມັດ, ແຕ່ເຖິງແນວໃດກໍ່ຕາມຖ້າມີຄວາມຈໍາເປັນແທ້ອາດຈະໃຊ້ສານເຄມີເຊັ່ນ (Endosulfan 37 EC) ໃສ່ໃນອັດຕາ 6 CC ຕໍ່ນໍ້າ 4,5 ລິດ ຊີດໃຫ້ທົ່ວເວລາໝາກຍັງນອ້ຍ ຫຼັງຈາກນັ້ນຈຶ່ງຊີດຕື່ມອີກຄັ້ງໜຶ່ງໃນອັດຕາດຽວກັນ, ເມືອເມັດກາເຟອາຍຸໄດ້ 120-150 ວັນ ນອກຈາກສານເຄມີດັ່ງກາວແລ້ວຍັງມີສານເຄມີໂຕອື່ນໆທີ່ອາດ, ສາມາດນໍ້າໃຊ້ໃນຄາວຈໍາເປັນເຊັ່ນ: Cypermetrin ແລະ Deltametrin, ໃນອັດຕາ 26 CC ຕໍ່ນໍ້າ 15 ລິດ ຫລື ອາດໃຊ້ Chlorpyrifos ຕາມອັດຕາການແນະນໍາຢູ່ໃນສະຫຼາກ.
ການປ້ອງກັນພຶດ 
ເນື່ອງຈາກວ່າມອດເຈາະກາເຟແມ່ນບໍ່ສາມາດເຄື່ອນຍາຍໃນໄລຍະໄກ້ດ້ວຍໂຕຂອງມັນເອງ ດັ່ງນັ້ນການແພ່ລາມຈຶ່ງເກີດຈາກບັນຫາການເຄື່ອນຍາຍຂົນສົ່ງເພື່ອສະກັດກັ້ນການແພ່ລາມຈຶ່ງຄວນຈາກັດການເຄື່ອນຍ້າຍກາເຟຈາກບ່ອນໜຶ່ງໄປອີກບ່ອນໜຶ່ງວິທີໜຶ່ງທີ່ມີປະສິດທິພາບ ແລະ ກໍາລັງໃຊ້ຢູ່ໃນຕ່າງປະເທດໂດຍສະເພາະເຂດບໍລິເວນໂຮງອິ້ວ ແລະ ໂຮງສີເພື່ອຫລິກລ່ຽງການແພ່ລາມຂອງມອດໂດຍການນໍາ ໃຊ້ກັບດັກມອດເຄິ່ງນໍາໃຊ້ເຫຼົ້າ 90 ປະສົມກັບເຫຼົ້າເດັດໃນອັດຕາ 1:1 ເປັນເຫຍື່ອອອຍ Pyrethrod ອີກວິທີໜຶ່ງແມ່ນການນໍາໃຊ້ນມັນໜຽວ ນໍ້າມັນເຄື່ອງເພື່ອດຶງດູດມອດວິທີດັ່ງກ່າວມັກນິຍົມໃຊ້ຢູ່ຕາມບໍລິເວນໂຮງງານປຸງແຕ່ງກາເຟເອົາໃຈໃສ່ໃນການຕາກກາເຟໝາກຂາວກໍ່ສາມາດຫຼຸດຜອ່ນການແຜ່ລາມຂອງມອດເຈາະໝາກກາເຟໄດ້.

ເພ້ຍແປ້ງ (Mealybug) 
ເພ້ຍແປ້ງ (Planococcus spp) ເປັນແມງໄມ້ທີ່ດູດກິນນລ້ຽງຈາກຕົ້ນກາເຟ ຄວາມຂະໜາດ 3 ມມ ໂຕເພ້ຍຈະມີແປ້ງສີຂາວໂອບລໍາໂຕ, ເພ້ຍດັ່ງກ່າວຈະເຂົ້າທໍາລາຍສ່ວນທີ່ເປັນຍອດອ່ອນ, ໃບອ່ອນ ແຕ່ໂດຍທົ່ວໄປແລ້ວຈະມັກມີບັນຫາໃນລະດູແລ້ງ ແລະ ຈະເກີດຂຶ້ນໃນສວນທີ່ໃຊ້ຢາເຄມີໃນລະດັບສູງ ໂດຍສະພາະຈໍາພວກ Organopsosphate ເນື່ອງຈາກວ່າສານດັ່ງກ່າວຈະໄປທໍາລາຍແມງໄມ້ທີ່ເປັນປະໂຫຍດ.
ອາການ 
ບໍລິເວນທີ່ຖືກທໍາລາຍໂດຍເພ້ຍແປ້ງສວນຫຼາຍເກີດຕາມໃບດ້ານລຸ່ມ ເຊິ່ງເປັນໃບອ່ອນ ຫຼື ຍອດອ່ອນ. ບາງຄັ້ງອາດຈະພົບເຫັນຕາມບໍລິເວນຮາກ ເພ້ຍດັ່ງກ່າວສາມາດເຮັດໃຫ້ເຊື້ອໂໝະແປ້ງສີດໍາເກີດຂຶ້ນ. 
ການຄວບຄຸມທາງຊີວະວິທະຍາ 
ໃນບາງປະເທດເມື່ອສັງເກດມີການທໍາລາຍຈາກເຊື້ອແປ້ງນິຍົມໃຊ້ແມງເຕົ່າທອງເຂົ້າທໍາລາຍ, ແມງເຕົ່າທອງຈະເຂົ້າໄປດູດກິນນໍ້າລ້ຽງຈາກເພ້ຍແປ້ງ. ສັດຕູພືດອີກຊະນິດໜຶ່ງຂອງເພ້ຍແປ້ງໄດ້ແກ່ແຕນບຽນມີຊື່ວ່າ: Leptmastix dactylopi
ການໃຊ້ສານເຄມີ
ໃນຄາວຈໍາເປັນອາດໃຊ້ Chlorpyrifos ຊີດຕາມບໍລະເວນໂຄນຕົ້ນເພື່ອປ້ອງກັນມົດ ແລະ ປວກເປັນຕົວນໍາພາເພ້ຍແປ້ງລະບາດ. ບາງຄັ້ງອາດໃຊ້ Malathi and Carbaryl ແຕ່ໃນຂອບເຂດຈໍາກັດທີ່ສຸດ.

ບົ້ງເລຍໃບ (Leaf miner) 
ບົ້ງເລຍໃບ (Leucoptera coffeina) ຈະສັງເກດເຫັນໃນບໍລິເວນຕົ້ນກາເຟທີ່ມີຮົ່ມຕືບໜາ.
ອາການ 
ໃບກາເຟທີ່ຖືກທໍາລາຍດ້ວຍບົ້ງເລຍໃບຈະສັງເກດເຫັນດ້ານລຸ່ມມີເສັ້ນສີຂາວໆເກີດຈາກບົ້ງທໍາລາຍ ສານສີຂຽວ 
ການຄວບຄຸມ 
ເນື່ອງຈາກວ່າສັດຕູພືດດັ່ງກ່າວບໍ່ຄ່ອຍກະທົບກະເທືອນຈາກດ້ານເສດຖະກິດຈິ່ງບໍ່ຄວນເປັນຫ່ວງ

ປວກ 
ບັນຫາດັ່ງກ່າວມັກເກີດກັບຕົ້ນກາເຟທີ່ອາຍຸເຖົ້າແກ່ທີ່ມີສິ່ງຕາຍຫຼົງເຫຼືອຢູ່ ແຕ່ບໍ່ຄ່ອຍກະທົບກະເທືອນຕໍ່ເສດຖະກິດ 
ການຄວບຄຸມ 
ສິ່ງສໍາຄັນທີ່ສຸດແມ່ນອະນາໄມໃຫ້ສວນສະອາດບໍ່ໃຫ້ເສດໄມ້ຫຼົງເຫຼືອ ເພື່ອເປັນອາຫານໃຫ້ແກ່ປວກ .ໃນຄາວຈໍາເປັນອາດຈະໃຊ້ສານ Permetrin 60-80 g / ນໍ້າ 1 ລິດ ຊີວຕາມເຫງົ້າ.

ພະຍາດ 
ພະຍາດຫຼາຍໆຊະນິດສາມາດກະທົບກະເທືອນຕໍ່ຕົ້ນກາເຟທຸກໆໄລຍະຂອງການຂະຫຍາຍຕົວ ນັບຕັ້ງແຕ່ຢູ່ສວນກ້າ, ຢູ່ຕົ້ນກ້າ ແລະ ຢູ່ສວນ. ພະຍາດທີ່ສໍາຄັນທີ່ພົບພໍ້ຢູ່ສວນກ້າ ໂດຍທົ່ວໄປຈະພົບຢູ່ 2 ຊະນິດຄື: Damping-off and Cercospora 
ພະຍາດ Damping - off 
ພະຍາດດັ່ງກ່າວຈະພົບເຫັນໃນເບ້ຍກາເຟທີ່ກໍາລັງງອກ, ເກີດຈາກເຊື້ອເຫັດ Pythium spp.
ອາການ 
ຈະສັງເກດເຫັນຮອຍຊໍ້າ ໃນລະດັບບໍລິເວນໜ້າດິນຂອງເບ້ຍກາເຟທີ່ເກີດໃໝ່ ຮອຍຊໍ້າດັ່ງກ່າວຈະຄ່ອຍໆຫ່ຽວເຂົ້າ ແລະ ເໜົ່າ.

ສາຍເຫດ
ເກິດດຈາກເຊື້ອເຫັດທີ່ຢູ່ໃນດິນ, ດິນປຽກເກີນໄປ, ກ້າເບ້ຍຖີ່ເກີນໄປ, ການປົກຄຸມໜາແໜ້ນເກີນໄປ.
ການຄອບຄຸມການປ້ອງກັນ 
ຫຼີກລ້ຽງ ແລະ ຫ້າມນໍາໃຊ້ດິນເກົ່າທີ່ເຄີຍກ້າເບ້ຍມາແລ້ວ ຊຶ່ງອາດຈະມີເຊື້ອດັ່ງກ່າວຢູ່ໃນດິນດັ່ງກ່າວ, ຫຼີກລ້ຽງການຫົດນໍ້າຫຼາຍເກີນໄປ, ຫຼີກລ້ຽງການວາງແກ່ນຖີ່ເກີນໄປ, ຄວນວາງແກ່ນໃຫ້ໄດ້ 2,5 ຊມ, ລະຫວ່າງເມັດ ແລະ ໃຫ້ແຖວຫ່າງ 10 ຊຸມ. 
ການໃຊ້ສານເຄມີ 
ໃນຄາວຈໍາເປັນອາດໃຊ້ຢາ Captan ຕາມຄໍາແນະນໍາ

ພະຍາດໃບຈຸດສີນ້ຳຕານ (Cercospora leaf spot , brown eye spot) 
ພະຍາດດັ່ງກ່າວເກີດຈາກເຊື້ອເຫັດໂດຍສະເພາະໃນໜານກ້າ ແລະ ຕົ້ນກ້າທີ່ຍ້າຍບົງໃສ່ຖົງໃຫມ່ ເກີດຈາກການດູແລຮັກສາບໍ່ດີ. 
ອາການ 
ພະຍາດດັ່ງກ່າວຈະສັງເກດເຫັນຂະຫຍາຍຕົວເປັນຈຸດຕາມໃບ ຈຸດດັ່ງກ່າວເປັນສີນໍ້າຕານຕາມບໍລິເວນດ້ານເທິງ ແລະ ດ້ານລຸ່ມຂອງໃບ 
ສາຍເຫດ 
ດິນປຽກເກີນໄປ, ສວນກ້າເບ້ຍຕຶບເກີນໄປ, ຖືກແດດເກີນໄປ, ການລະບາຍອາກາດບໍ່ດີ ແລະ ອາດຈະຂາດທາດອາຫານເຊັ່ນ: N ແລະ K. 
ການຄວບຄຸມ ການປ້ອງກັນ 
ຫຼຸດຜ່ອນການຫົດນໍ້າ, ຄວບຄຸມຮົ່ມກັ້ງບັງໃຫ້ໄດ້ 50% ຍ້າຍຖົງຢາງໃຫ້ຫ່າງອອກຈາກກັນ, ໃສ່ຝຸ່ນເພີ່ມໃຫ້ເໝາະສົມ. ການໃຊ້ສານເຄມີອາດຈະນໍາໃຊ້ສານທີ່ມີສ່ວນປະກອບຂອງທອງແດງຊີດພົ່ນໃຫ້ທົ່ວເຊັ່ນ:
Copper Cupravit (85% wp): 80 g/ 20 L ນໍ້າ 
Copper Oxychloride: 80 g/ 20 L ນໍ້າ
Copper hydroxid: 40 g/ 20 L ນໍ້າ

ພະຍາດ ແລະ ອາການຜິດປົກກະຕິທີ່ພົບໃນສວນ
ໃນສວນກາເຟຈະປະກົດມີພະຍາດ ແລະ ອາການຜິດປົກກະຕິຫຼາຍຢ່າງເກີດຂຶ້ນກັບໃບ ແລະ ໝາກກາເຟ. ພະຍາດ, ພະຍາດລວມທັງ (Cercospora leaf spot), ພະຍາດໃບຈຸດເຊິ່ງເກີດຂຶ້ນກັບກາເຟ ທຸກໄລຍະການເຕີບໂຕ, ພະຍາດຂີ້ຫມ້ຽງເຫຼັກ (Leaf rust) ພົບໃນທຸກໄລຍະແຕ່ສ່ວນໃຫຍ່ພົບຫຼາຍໃນຕົ້ນກໍາລັງໃຫ້ຜົນຜະລິດ, ເຊື້ອໂໝະດໍາ ພົບເຫັນທຸກໄລຍະ ແລະ ພະຍາດ (Anthracnose) ສ່ວນໃຫຍ່ຈະພົບໃນກາເຟກໍາລັງໃຫ້ຜົນຜະລິດ. ອາການຜິດປົກກະຕິທີ່ພົບເຫັນສ່ວນໃຫຍ່ແມ່ນ ຕາພາຍ (Die back) ເຊີ່ງເກີດກັບກາເຟທີ່ໃຫ້ໝາກຫຼາຍເກີນໄປ ພ້ອມໆກັບທາດອາຫານບໍ່ພຽງພໍ.
ພະຍາດໃບຈຸດ (Cercospora)
ພະຍາດນີ້ເກີດຂຶ້ນຢູ່ຕາມໃບ, ແຕ່ຖ້າເກີດຢູ່ໝາກຈະເອີ້ນວ່າພະຍາດໝາກເໜົ່າ.
ອາການ 
ຈະສະແດງອາການເປັນຈຸດສີນໍ້າຕານຕາມຂອບໃບ, ແລ້ວແຜ່ລາມອອກ ຈຸດສີນໍ້າຕານດັ່ງກ່າວຈະສັງເກດເຫັນຕາມໃບທັງສອງດ້ານ, ໃນເມັດກາເຟຍັງອ່ອນຈະເຫັນຈຸດສິນໍ້າຕານ ແລະ ປ່ຽນເປັນສີແດງພາຍຫຼັງ. 
ສາຍເຫດ 
ຂາດທາດ N ແລະ K, ຮົ່ມກັ້ງບັງບໍ່ພຽງພໍ, ການບໍາລຸງຮັກສາບໍ່ດີ, ຝົນບໍ່ພຽງພໍ, ວັດສະພືດຫຼາຍ ແລະ ຈາກການກະທົບຂອງແສງເກີນໄປ. 
ວິທີຄວບຄຸມ ການປ້ອງກັນ 
ຮັກສາໃຫ້ສວນມີຮົ່ມກັ້ງບັງ 50%, ບໍາລຸງຮັກສາໃຫ້ອຸດົມສົມບູນ
ການໃຊ້ສານເຄມີ 
ຊີດພົ່ນດ້ວຍສານທອງແດງເຊັ່ນ: 
Copper Cupravit (85% wp): 80 g / 20 L ນໍ້າ 
Copper Oxychloride: 80 g / 20 L ນໍ້າ 
Copper hydroxid: 40 g / 20 L ນໍ້າ

ພະຍາດຂີ້ໝ້ຽງເຫຼັກ 
ພະຍາດຂີ້ໝ້ຽງເຫຼັກ (ເກີດຈາກເຊື້ອເຫັດ Hemileia vatatrix) ສ່ວນໃຫຍ່ເກີດຢູ່ໃບ ເຮັດໃຫ້ໃບຫຼົ່ນໃນກໍລະນີຮ້າຍແຮງ. 
ອາການ 
ໃນໄລຍະເລີ່ມຕົ້ນຈະສັງເກດເຫັນຈຸດດ່າງຢູ່ກ້ອງໃບໜາດ 3 ມມ. ເມື່ອຈຸດດັ່ງກ່າວຂະຫຍາຍຕົວຂຶ້ນຈະສັງເກດເຫັນຝຸ່ນສີນ້ໍາຕານເກາະຢູ່ຕາມຈຸດທີ່ເກີດ ແລະ ຕໍ່ໄປໃບກໍ່ຈະມີແຕ່ຝຸ່ນຄ້າຍໆຂີ້ໝ້ຽງເຫຼັກ. ໃນອາການຮຸນແຮງໃບຈະຫຼົ່ນອາດກ້າວໄປສູ່ການຕາຍພາຍ (die back ) ກະທົບຕໍ່ຜົນຜະລິດໂດຍກົງ. ເມັດກາເຟທີ່ຕົ້ນເປັນພະຍາດຂີ້ໝ້ຽງເຫຼັກຈະມີຂະໜາດນ້ອຍກວ່າປົກກະຕິ, ເມັດບໍ່ສົມບູນ ຈະບໍ່ສຸກຕາມປົກກະຕິຈະກາຍເປັນສີດໍາໂດຍໄວ.
ສາຍເຫດ 
ເກີດຈາກເຊື້ອ (Hemileia vatatrix) ສ່ວນໃຫຍ່ກາເຟນ້ອຍຈະບໍ່ຄ່ອຍທົນທານຕໍ່ພະຍາດຂີ້ໝ້ຽງເຫຼັກຍົກເວັ້ນ ສາຍພັນ Catimor ແມ່ນທົນທານກວ່າສາຍພັນອື່ນເຊັ່ນ: Java ແລະ Typica ສໍາລັບສາຍພັນ Java ແລະ Typica ແລ້ວຖ້າການບົວລະບັດຮັກສາສວນດີໃຫ້ສະອາດ, ມີຮົ່ມພໍເໝາະ ດິນອຸດົມສົມບູນກໍ່ສາມາດທົນທານໄວ້ໃນອັນດັບດີສົມຄວນ ໂດຍສະເພາະໃນລະດັບຄວາມສູງ 1000 ແມັດ ຂຶ້ນໄປ. ພະຍາດດັ່ງກ່າວຈະບໍ່ຄ່ອຍຮ້າຍແຮງ. ຕົ້ນກາເຟທີ່ອ່ອນແອບໍ່ສົມບູນຈະກະທົບກະເທືອນໄດ້ງ່າຍທີ່ສຸດ.
ການຄວບຄຸມ ການປ້ອງກັນ
ວິທີການປ້ອງກັນທີ່ດີຄື: ປູກສາຍພັນທີ່ເຫັນວ່າທົນທານຕໍ່ພະຍາດຂີ້ໝ້ຽງເຫຼັກເຊັ່ນ: ສາຍພັນ Catimor ແລະ ສາຍພັນລູກປະສົມ S 795. ເອົາໃຈໃສ່ການບໍາລຸງດິນໃຫ້ອຸດົມສົມບູນ ຕາມຕາຕະລາງການປະຕິບັດ, ຮັກສາຮົ່ມກັ້ງບັງໃຫ້ພໍດີ.
ການໃຊ້ສານເຄມີ
ໃນສະພາບຄວາມຈໍາເປັນອາດຈະໃຊ້ສານເຄມີຈໍາພວກທອງແດງ, ຂີດ 1 ຄັ້ງ/ເດືອນ. ໃນເດືອນພຶດສະພາ ແລະ ເດືອນຕຸລາ. ລາຍລະອຽດເບິ່ງຕາມຄໍາແນະນໍາຂອງຢາ.

ພະຍາດແປ້ງດໍາ (Sooty mould) 
ພະຍາດດັ່ງກ່າວເກີດຈາກເຊື້ອ Capnodium spp ເຊິ່ງລະບາດຈາກເພ້ຍຕ່າງໆ ເຊີ່ງເປັນຕົວນໍາພາເຊັ່ນ: ເພ້ຍຫອຍ, ເພ້ຍແປ້ງ, ມົດດໍາ ແລະ ແມງໄມ້ດູດນໍ້າລ້ຽງ.
ອາການ
ຈະສັງເກດເຫັນໃບມີແປ້ງສີດໍາເຊິ່ງແມ່ນເຊື້ອໂໝະທີ່ອາໃສດູດກິນນໍ້າລ້ຽງຈໍາພວກແປ້ງທີ່ປ່ອຍອອກ.
ການຄວບຄຸມ ການປ້ອງກັນ 
ພະຍາຍາມຈໍາກັດຕົວນໍາເຊື້ອຕ່າງໆເຊັ່ນ: ກໍາຈັດເພ້ຍຫອຍ, ເພ້ຍແປ້ງ ແລະ ມົດ. 
ດ້ານເຄມີ 
ຖ້າຫາກສາມາດຄວບຄຸມຕົວເຊື້ອນໍາພາແລ້ວບໍ່ຈໍາເປັນຕ້ອງຫົດສານເຄມີ.

ພະຍາດ Anthracnose
ພະຍາດດັ່ງກ່າວເກີດຈາກເຊື້ອ Colletodrichum gloeosporioides Penz ເກີດຂຶ້ນຕາມກິ່ງ, ຫງ່າ, ໃບ, ໝາກ ເຊິ່ງຈະສັງເກດເຫັນຈຸດສີດ່າງຂີດ.
ອາການ 
ໃນຫງ່າອ່ອນຈະສັງເກດເຫັນເປັນສີນໍ້າຕານ, ໃບຈະຫ່ຽວ, ຍອດຈະແຫ້ງຕາຍ, ໃບໝາກກາເຟຈະສັງເກດເຫັນສີນໍ້າຕານອ່ອນເປັນຈຸດ ແລ້ວກາຍເປັນສີດໍາເຂົ້າຄ້າຍໆກັບພະຍາດ Cercospora, ໃບຈະມີສີຊີດເຫຼືອງແລ້ວກາຍເປັນສີນໍ້າຕານ. ເປັນຈຸດໆຂະຫນາດ 25 ມມ, ບາງຄັ້ງຄ້າຍໆກັບແດດໄໝ້ແຫ້ງ.
ການຄວບຄຸມ 
ພະຍາຍາມຮັກສາສວນກາເຟໃຫ້ອຸດົມສົມບູນແຂງແຮງ.

ພະຍາດຕາຍພາຍ (Die back)
ພະຍາດດັ່ງກ່າວບໍ່ແມ່ນເກີດຈາກເຊື້ອແຕ່ຍ້ອນອາການຜິດປົກກະຕິຢ່າງຮ້າຍແຮງ.
ອາການ 
ອາການຮ້າຍແຮງໃບຈະຫຼົ່ນ, ກິ່ງຕາຍຈາກປາຍມາສູ່ກົກ, ເມັດກາເຟຈະຍັງຕິດຢູ່ຫງ່າ ແຕ່ຈະມີສີດໍາແຫ້ງ. ອາການດັ່ງກ່າວຈະສະແດງໃຫ້ເຫັນແຕ່ລະປີເຊັ່ນ: ການໃຫ້ໝາກເວັ້ນປີ (ປີຜ່ານມາໝາກດົກປີຕໍ່ໄປບໍ່ໃຫ້ໝາກ)
ຫມາຍເຫດ
ໂດຍທໍາມະຊາດຂອງກາເຟແລ້ວແມ່ນຕ້ອງການໃຫ້ມີໃບປົກກະຕິ 1 ຄູ່ຕໍ່ຂໍ້ ເພື່ອສ້າງຕາດອກ ແລະ ອອກດອກໃຫ້ໝາກ, ໃນກໍລະນີບາງປີເປັນໝາກດົກເກີນໄປ ແລະ ພ້ອມໆດຽວກັນບໍ່ມີໃບສໍາລັບລໍາລຽງອາຫານເຮັດໃຫ້ອາຫານບໍ່ພຽງ, ເມັດກໍ່ຈະບໍ່ຂະຫຍາຍຕົວ ແລະ ແຫ້ງຕາຍໃນທີ່ສຸດ ຊຶ່ງການເປັນອາການຕາຍພາຍ. ອາການດັ່ງກ່າວຈະສົ່ງ ຜົນໃຫ້ຕົ້ນກາເຟອ່ອນແອໄປເລື້ອຍໆ. ໃນເມື່ອຕົ້ນອ່ອນແອກໍ່ກະທົບໄປໝົດລະບົບການເຮັດວຽກດ້ານສີລະສາດ ການສ້າງອາຫານກໍ່ບໍ່ພຽງພໍ, ການສັງເຄາະ ແສງກໍ່ບໍ່ດີ, ອາຫານກໍ່ບໍ່ພຽງພໍ. 
ສາຍເຫດ 
ດິນບໍ່ອຸດົມສົມບູນ, ຂາດທາດອາຫານຫຼັກ. ຮົ່ມກັ້ງບັງບໍ່ເຫມາະສົມ, ແດດເກີນໄປ. ນໍ້າບໍ່ພຽງພໍ. 

ແນວພັນ
ຮອດປະຈຸບັນນີ້ສາຍພັນ Catimor ແມ່ນທົນທານກ່ວາສາຍພັນອື່ນ. 
ການຄວບຄຸມ ການປ້ອງກັນ 
ວິທີດີທີ່ສຸດຄືການເອົາໃຈໃສ່ດູແລໃຫ້ປົກກະຕິຖືກຕ້ອງຕາມເຕັກນິກໃຫ້ດິນອຸດົມສົມບູນ, ຖ້າເມື່ອວ່າບັນຫາດັ່ງກ່າວເກີດຂື້ນແລ້ວແມ່ນເປັນການຍາກທີ່ຈະຕັດວົງຈອນການຂະຫຍາຍຕົວໃນເວລາອັນສັ້ນໆ. ດັ່ງນັ້ນຄວນ:
- ຮັກສາຮົ່ມກັ້ງບັງໃຫ້ໄດ້ 50% 
- ໃຫ້ກາເຟສົມບູນ ແຂງແຮງ. 
- ໃຊ້ແນວພັນ, ສາຍພັນ ໃຫ້ຖືກຕ້ອງ

Contribute