ການຕະຫຼາດທົ່ວໄປ
ການປູກກາເຟໃນເຂດເນີນສູງໃນກຸ່ມແກວແສດນີ້ໄດ້ມີການເລີ່ມປູກແຕ່ປີ 2000 ເປັນຕົ້ນມາ, ແຕ່ການຕະຫຼາດຍັງບໍ່ທັນຊັດເຈນ ເພາະໂຄງການທີ່ເຂົ້າໄປສົ່ງເສີມພຽງແຕ່ບອກເຕັກນິກ ວິທີການປູກເທົ່ານັ້ນ. ຈາກນັ້ນທາງໂຄງການ ບໍລິການ-ສົ່ງເສີມກະສິກຳຮອບດ້ານ) ໄດ້ເຂົ້າມາສົ່ງເສີມ ໂດຍໄດ້ມີການຈັດຕັ້ງກຸ່ມຜະລິດ ເລີ່ມຕົ້ນມີພຽງ 5 ຄົວຄອບໃນແຕ່ລະບ້ານ, ທາງໂຄງການໄດ້ມີການສະໜັບສະໜູນທາງດ້ານເຕັກນິກການຜະລິດ ເລີ່ມແຕ່ການປູກຈົນຮອດການປູງແຕ່ງ, ນອກນັ້ນຍັງຄົ້ນຄວ້າຫາຕົວແທນມາຊື້ຜົນຜະລິດຈາກຊາວກະສິກອນ ໃນປະຈຸບັນມີ 2 ບໍລິດສັດໃຫຍ່ທີ່ເປັນຫຼັກໃນການຮັບຊື້: ບໍລິສັດກາເຟເມືອງຊຽງ ແລະ ໂຄມາ (Comma), ນອກນັ້ນຍັງມີພໍ່ຄ້າລາຍຍ່ອຍຈາກຫວຽດນາມ ເຂົ້າມາຮັບຊື້ຕາມບ້ານຕ່າງໆ. ກາເຟໄດ້ມີການຄັດເລືອກລະດັບຄຸນນະພາບຄື: ເກດເອ 45,000 ກິບ/ກິໂລແຫ້ງ, ເກດບີ 35,000ກິບ/ກິໂລແຫ້ງ ແລະ ເກດຊີ 20,000 ກິບ/ກິໂລແຫ້ງ. ໃນປະຈຸບັນ ບ້ານປ່ຽງໄດ້ມີຈຳນວນສາມະຊິກຈຳນວນ 20 ຄົວຄອບ ທີ່ໄດ້ມີການແປຮູບກາເຟໝາກຂຽວ ແລະ ໝາກຂາວ ເພື່ອຂາຍ. ປະຈຸບັນຜົນຜະລິດຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງຜູ້ຮັບຊື້.

Contribute