ການກະກຽມພື້ນທີ່
ການປູກກາເຟທີ່ໄດ້ຮັບຜົນດີແມ່ນຄວນກະກຽມໄວ້ລ່ວງໜ້າຢ່າງໜ້ອຍ 1 ປີ ເຊີ່ງມີຂັ້ນຕອນຕ່າງໆດັ່ງລຸ່ມນີ້:

ການກຽມດິນ 
ພື້ນທີ່ຈະປູກກາເຟຈະຕ້ອງໃຫ້ສະອາດບໍ່ມີເສດໄມ້ ແລະ ຮາກໄມ້ຫຼົງເຫຼືອຢູ່ໃນບໍລິເວນໂດຍສະເພາະບໍ່ໃຫ້ມີຂອນໄມ້ຢູ່ໃນພື້ນທີ່ປູກເນື່ອງຈາກວ່າຈະເປັນແຫຼ່ງລີ້ຊ້ອນຂອງສັດຕຸພືດ. ພື້ນທີ່ມີຄວາມຄ່ອຍຊັນໃນບໍລິເວນດັ່ງກ່າວ ຄວນປູກພືດຄຸມດິນເພື່ອໃຫ້ຈັບເມັດດິນບໍ່ໃຫ້ເຊາະເຈື່ອນ ແລະ ໃນພື້ນທີຄ້ອຍຊັນດັ່ງກ່າວມີຄວາມຈຳເປັນຕ້ອງປູກແບບຂັ້ນໄດ.

ການວາງລະດັບຂັ້ນໃດ
ໄລຍະຫ່າງສຳຫຼັບປູກກາເຟຄັງແມ່ນລະຫວ່າງແຖວ 1.5 x 2 ແມັດ, ຂັ້ນຕອນໃນການປູກນາຂັ້ນໃດຄວນປະຕິບັດດັ່ງລຸ່ມນີ້: ສ້າງເຄື່ອງມືວາງແລວລະດັບເປັນຮູບອັກສອນເອ, ຄວາມສູງ 1.5 ມ ແລະ ຄວາມກວ້າງຂອງຂາ ລະຫວ່າງສອງຂາຈະມີໄມ້ພາດກາງ ໂດຍໜາຍຈຸດເຄີ່ງກາງຂອງໄມ້ດັ່ງກ່າວຫຼັງຈາກນັ້ນເຊືອກມັດໃສ່ກ້ອນຫີນເພື່ອເປັນໂຕຊີ້ບອກໃນການກຳນົດແລວລະດັບຂັ້ນໃດ. ການລີເລີ້ມວາງແລວລະດັບຂັ້ນໃດໃຫ້ເລີ້ມຈາກດ້ານລຸ່ມຂື້ນເທີງ (ຕໍ່າຫາສູງ). ໂດຍໜຸນເຄື່ອງມືເປັນຮູບອັກສອນເອ ແລ້ວໜາຍຈຸດທີ່ຈະປູກຊື່ກັບກ້ອນຫີນທີ່ຢ່ອນລົງ. ເມື່ອສຳເລັດແຖວທີ່ໜື່ງແລ້ວຈື່ງຍ້າຍເຄື່ອງມີຂື້ນເຮັດແຖວທີ່ສອງໂດຍມີໄລຍະຫ່າງ 2 ແມັດໃຫ້ປະຕິບັດເຊັ່ນດຽວກັບຜ່ານມາ.

ການປູກໄມ້ກັ້ງລົມ
ໂດຍທົ່ວໆໄປແລ້ວຈະພິຈາລະນາໃນບໍລິເວນທີ່ກະທົບລົມແຮງ ຫຼື ອາດຈະມີເປົ້າໝາຍອື່ນໆໃນການນຳໃຊ້ເພື່ອດັ່ງກ່າວຕາມພາຍຫຼັງ. ສິ່ງສຳຄັນແລວກັ້ງລົມນີ້ຈະຕ້ອງປູກກ່ອນການປູກກາເຟໜື່ງປີເພື່ອໃຫ້ຕົ້ນໄມ້ດັ່ງກ່າວຂະຫຍາຍຕົວ ແລະ ສາມາດກັ້ງລົມໄດ້ໃນເວລາປູກກາເຟໂດຍທົ່ວໄປແລ້ວແລວກັ້ງລົມຈະປູກຢູ່ບໍລິເວນຂອງເຂດຂອງສວນຕົ້ນໄມ້ທີ່ນີຍົມໃຊ້ປູກ Gravillea robusta ຫຼື ຕົ້ນໝາກຮີ້ງ.

ການປັບຫຼັກໝາຍແຖວກາເຟ
ຖ້າເປັນໄປໄດ້ໃຫ້ວາງແຖວໄປຕາມທິດເໜືອຫາທິດໄດ້.

ການປູກຕົ້ນໄມ້ກັ້ງບັງ
ສຳຫຼັບສວນກາເຟຄັງຈຳເປັນທີ່ສຸດຕ້ອງມີໄມ້ກັ້ງບັງຕົ້ນໄມ້ດັ່ງກ່າວຕ້ອງປູກກ່ອນກາເຟປີໜື່ງ ບໍ່ຄວນປູກຕົ້ນໄມ້ກັ້ງບັງພ້ອມກັບກາເຟ. ຕົ້ນກັ້ງບັງຖ້າຂະຫຍາຍຕົວດີຈະສາມາດປົກປ້ອງຕົ້ນກະເຟທີ່ປູກໃໝ່ເຊັ່ນ: ບໍ່ໃຫ້ກະທົບແດດເກີນໄປເຊິ່ງຈະມີຜົນກະທົບເຮັດໃຫ້ກາເຟລ່າເຫຼືອງ ແລະ ຕາຍ. ຕົ້ນໄມ້ກັ້ງບັງຍັງສາມາດຊ່ວຍແກ້ໄຂການຕາຍພາຍຫຼັງຈາກການໃຫ້ໝາກຫຼາຍໃນປີທີ່ຜ່ານມາ. ຕົ້ນໄມ້ກັ້ງບັງລົມກໍ່ມີການຊ່ວຍເສີມສ້າງໃຫ້ມີຄວາມດຸ່ນດ່ຽງຂອງການໃຫ້ດອກ, ຕິດໝາກ ແລະ ໃຫ້ຄຸນນະພາບກາເຟທີ່ດີໂດຍສະເພາະພືດຕະກຸນຖົ່ວທີ່ປູກເປັນໄມ້ກັ້ງບັງແມ່ນຊ່ວຍເສີມສ້າງ ແລະ ປັບປຸງດິນໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ. ພືດຕະກຸນຖົ່ວສາມາດສະໜອງທາດໄນໂຕເຈນ (N) ເພື່ອໃຫ້ຕົ້ນກາເຟນຳໄປໃຊ້ນອກຈາກນັ້ນໄມ້ກັ້ງບັງຍັງຊ່ວຍຫຼຸດຜ່ອນຄວາມເສຍຫລາຍຈາກນ້ຳໝອກຂຸ້ນ. ບາງຊະນິດຕົ້ນໄມ້ທີ່ໃຊ້ປູກເປັນໄມ້ກັ້ງບັງລົມເຊັ່ນ: ຕົ້ນທອງ (ເປັນໄມ້ຢືນຕົ້ນທີ່ໃຫຍ່ໄວຂະຫຍາຍພັນໄດ້ງ່າຍ), ຕົ້ນແຄຝຣັ່ງ (ສະໜອງທາດໄນໂຕເຈນ, ແຕ່ໃບຫຼົ່ນຊ່ວງລະດູແລ້ງ), ຕົ້ນຂີ້ເຫຼັກ ແລະ ຕົ້ນກະເດົາຊ້າງ.
ໄລຍະການປູກຕົ້ນໄມ້ກັ້ງບັງ ທີ່ປະຕິບັດກັນຜ່ານມາແມ່ນ 4 x 4.5 ມ, ແຕ່ສຳຫຼັບຕົ້ນກະເດົາຊາງ ຕ້ອງຫ່າງ 6 x 6 ແມັດ.

ການສະໜອງນ້ຳ
ຖ້ານໍ້າໃນພື້ນທີ່ດັ່ງກ່າວຫາກມີຄວາມຈຳເປັນຕ້ອງເຮັດລະບົບຊົນລະປະທານຕ້ອງພິຈາລະນາໃຫ້ວາງລະບົບດັ່ງກ່າວກ່ອນປູກກາເຟ. ຖ້າບໍ່ມີຄວາມຈຳເປັນໃຫ້ລະບົບນ້ຳຊົນລະປານໃນໄລຍະກາເຟໃໝ່ ແລະ ໄມ້ກັ້ງບັງກໍ່ຄວນຫົດນ້ຳເປັນຄັ້ງຄາວ.

ການປູກກາເຟ
ໃນການປູກກາເຟມີ 4 ຂັ້ນຕອນໃຫຍ່ທີ່ຕ້ອງປະຕິບັດຄື:
ເວລາໃດທີ່ຈະປູກຕົ້ນກາເຟ: ໂດຍທົ່ວໄປແລ້ວພິຈາລະນາຕາມຂະໜາດຂອງເບ້ຍກາເຟ ຂະໜາດທີ່ເໝາະສົມທີ່ສຸດແມ່ນຄວນມີໃບ 6-8 ຄູ່ຕົ້ນເບ້ຍກາເຟຕ້ອງສົມບູນດິປາສະຈາກພະຍາດ ແລະ ສັດຕູພືດ, ເວລາໃນການປູກຄວນຫຼີກລ້ຽງມື້ທີ່ແດດກ້າດັ່ງນັ້ນການປູກໃນເດືອນ 6-8 ເຊິ່ງມີອາກາດຮົ່ມ, ມີນ້ຳພຽງພໍແມ່ນເໝາະສົມທີ່ສຸດ. 

ການກຽມຂຸມປູກ
ຄວນກຽມກ່ອນການປູກຈິ່ງໜື່ງເດືອນເຊິ່ງມີຂັ້ນຕອນດັ່ງນີ້:
- ປັກຫຼັກໝາຍ, ຂຸດຂຸມປູກຂະໜາດ 60 x 60 x 60 ຊມ, ແຍກດິນອອກເປັນສອງສ່ວນດິນ ສ່ວນເທີງ ແລະ ສ່ວນລຸ່ມ. ນ້ຳຝຸ່ນຄອກມາປະສົມກັບດິນ ແລະ ຝຸ່ນເຄມີໃນອັດຕາຝຸ່ນຄອກ 2 ກິໂລກຣາມ ປະສົມກັບຝຸ່ນເຄມີ ໂດຍສະເພາະ ແມ່ນທາດຟົສຟໍຣັດ (P), ໃນອັດຕາສ່ວນ 85 ກຣາມ, ນຳຝຸ່ນຄອກທີປະສົມແລ້ວໄປປະສົມກັບດິນທີ່ຂຸດຂຶ້ນ (ສ່ວນທີ່ຢູ່ພື້ນ), ຫຼັງຈາກນັ້ນເອົາດິນ 4 ສ່ວນນັ້ນລົງໃສ່ໃຫ້ເຕັມຂຸມ, ໝາຍບ່ອນທີ່ຈະປູກ.
ໃນໄລຍະການປູກສິ່ງສຳຄັນຄວນປະຕິບັດ
- ເອົາປູນຂາວ 1 ກະປ໋ອງນົມລົງໃສ່ດິນເພື່ອປັບຄຸນສົມບັດຂອງດິນ ແລະ ຫຼັງຈາກປູກຫົດນ້ຳໃຫ້ປຽກ.

ການເລືອກຕົ້ນທີ່ຈະປູກ
ຄວນເລືອກຕົ້ນທີ່ຈະນຳໄປປູກດັ່ງນີ້: 
- ເລືອກຕົ້ນກ້າທີ່ສົມບູນ, ໃບຂຽວ ແລະ ມີໃບຈິງ 6-8 ຄູ່, ເລືອກຕົ້ນທີ່ຮາກສົມບູນ, ບໍ່ບິດບ້ຽວ, ຫຼີກເວັນຕົ້ນທີ່ຮາກບໍ່ສົມປະກອບ ເນື່ອງຈາກວ່າຮາກໃນຖົງກ້າຍາວເກີນໄປ.

ຂັ້ນຕອນການປູກ
1. ຫົດນໍ້າຖົງກ້າເບ້ຍໃຫ້ປຽກ.
2. ຄ່ອຍຖອດຖົງຢາງອອກແລ້ວຈິ່ງເອົາຕົ້ນກາເຟລົງປູກ
3. ຫຼິກເວັ້ນຕົ້ນກາເຟທີ່ຮາກຄົດງໍ
4. ກາເຟບາງຕົ້ນອາດຈະຢູ່ໃນກົງນານເກີນໄປ ດັ່ງນັ້ນຄວນຕັດແຕ່ງຮາກທີ່ງໍໃຫ້ຄາວຈຳເປັນ
5. ຕ້ອງຖອດຖົງຢາງອອກ.
6. ເວລາປູກໃຫ້ຕົ້ນກາເຟຕັ້ງຊື່ມູນສາກກັບໜ້າດິນແລ້ວເອົາດິນທີ່ກ່າວມາຂ້າງເທິງນັ້ນຖົມໂດຍລຶບໃຫ້ດິນແໜ້ນສົມຄວນ (ບໍ່ໃຫ້ແໜ້ນເກີນໄປ), ຫຼັງຈາກນັ້ນຫົດນໍ້າ.
7. ໃນເວລາປູກຄວນຢຽບຄ່ອຍໆເພື່ອໃຫ້ດິນອັດແໜ້ນລົງເລັກນ້ອຍ.
8. ຫຼັງຈາກປູກແລ້ວຫົດນ້ຳທັນທີໃຫ້ປຽກ ຫຼື ຢ່າງໜ້ອຍ 1-2 ລິດ / ຕົ້ນ. 
9. ຮັກສາຄວາມຊຸ່ມ ແລະ ຄວບຄຸມຫຍ້າໃນສວນກາເຟທີ່ປູກໃໝ່ ມີຄວາມຈຳເປັນເອົາເຟືອງແຫ້ງປົກ ແຕ່ບໍ່ຄວນປົກໃຫ້ກັບຕົ້ນກາເຟ.
10. ຕົ້ນໄມ້ກັ້ງບັງຊົ່ວຄາວທີ່ມີຜົນດີອາດຈະນຳໃຊ້ໝາກຖົ່ວແຮ ຫຼື ເຂົ້າຟ້າງ.
11. ສຳຫຼັບຫຍ້າຄາແຫ້ງກໍ່ອາດຈະນຳໃຊ້ເປັນປະໂຫຍດບາງຢ່າງເຊັ່ນ: ໃນລະດູໜາວເພື່ອປ້ອງກັນໜອກຂຸ້ນ.
12. ບັນດາພືດຕະກຸນຖົ່ວເຊັ່ນ: ຖົ່ວດິນເຄືອ (Arachid pintoi), ຫຍ້າ (Desmodium intortum) ແມ່ນມີຜົນດີຕໍ່ສວນກາເຟຢ່າງຫຼວງຫຼາຍໃນການຄວບຄຸມຫຍ້າພ້ອມທັງຊ່ວຍປັບປຸງບຳລຸງດິນ, ທັງເປັນພືດອາຫານສັດເຊິ່ງເປັນແຫຼ່ງລາຍຮັບອັນສຳຄັນໃນເຂດພູພຽງບໍລະເວນ.

ການບົວລະບັດຮັກສາສວນກາເຟໃໝ່
ເພື່ອໃຫ້ໄດ້ຜະລິດຕະພາບສູງ, ຄຸນນະພາບກາເຟດີ ຂອດການບົວລະບັດຮັກສາແມ່ນບັນຫາຕົ້ນຕໍ ແລະ ຈຳເປັນ. ການປູກແບບປ່ອຍປະລະເລີຍແມ່ນຈະບໍ່ມີຜົນແມ່ນຈະບໍ່ມີຜົນດີຫຍັງໝົດ ຂັ້ນຕອນໃນການປະຕິບັດໃຫ້ໄດ້ຜົນດີມີດັ່ງນີ້: 
1. ການປ້ອງກັນນໍ້າໝອກຂຸ້ນ
2. ການຄວບຄຸມຫຍ້າ ແລະ ການປົກຄຸມ
3. ການໃຫ້ນໍ້າແກ່ຕົ້ນກາເຟ

ການປ້ອງກັນໜອກຂຸ້ນ
ການເລືອກສະຖານທີເໝາະສົມພ້ອມທັງການນຳໃຊ້ຕົ້ນໄມ້ກັ້ງບັງທີ່ດີ ແມ່ນສາມາດຫຼຸດຜ່ອນຜົນເສຍຫາຍຈາກບັນຫາດັ່ງກ່າວ. ການຮັກສາ ແລະ ຄວບຄຸມຄວາມຊຸ່ມຂອງດິນໃນໄລຍະມີອາການດເຢັນກໍ່ສາມາດຫຼຸດຜ່ອນຄວາມເສຍຫາຍຈາກນ້ຳໜອກຂຸ້ນໄດ້ ໃນໄລຍະທີ່ອາກາດເຢັນເພື່ອຫຼິກລ້ຽງນ້ຳໜອກຂຸ້ນອາດຈະໃຊ້ຫຍ້າຄາປົກຄຸມພ້ອມໆກັບໃຫ້ນ້ຳເປັນປົກກະຕິກໍ່ສາມາດຫຼຸດຜ່ອນ ແລະ ປ້ອງກັນຜົນເສຍຫາຍຈາກນ້ຳໜອກຂຸ້ນໄດ້. ການບົວລະບັດຮັກສາໃຫ້ສວນກາເຟສະອາດ ປາສະຈາກຫຍ້າ ກໍ່ສາມາດລົດຜົນເສຍຫາຍຈາກນ້ຳໝອກຂຸ້ນໄດ້.

ການຄວບຄຸມຫຍ້າ ແລະ ການປົກຄຸມ
ເນື່ອງຈາກລະບົບຮາກຂອງຕົ້ນກາເຟມີລະບົບຮາກຝອຍຫຼາຍ ເຊິ່ງຫາອາຫານ ແລະ ນ້ຳຢູ່ບໍລິເວນໜ້າດິນ ດັ່ງນັ້ນ ຖ້າມີຫຍ້າກໍ່ຈະເກີດການຍາດແຍ້ງອາຫານ ແລະ ນ້ຳ ລະຫວ່າງຫຍ້າກັບຕົ້ນກາເຟ. ດັ່ງນັ້ນ ມີຄວາມຈຳເປັນທີ່ຈະຕ້ອງໃຫ້ບໍລິເວນຊົງຟຸ່ມປະສາຈາກຫຍ້າໂດຍຫຼາຍວິທີເຊັ່ນ: ອາດຈະໃຊ້ເຟືອງແຫ້ງປົກຄຸມບໍລິເວນໂຄນຕົ້ນ 5-8 ຊມ ກ່ອນຈະຮອດລະດູແລ້ງ  ແຕ່ບໍ່ຄວນປົກໃຫ້ຕິດກັບລຳຕົ້ນໂດຍຫ່າງກາກຕົ້ນປະມານ 5-10 ຊມ. ການປົກຄຸມຈະຫຼຸດຜ່ອນໃນການເສຍຫຍ້າ ເຊິ່ງໂດຍທົ່ວໄປແລ້ວຈະຕ້ອງເສຍຫຍ້າ 4 ຄັ້ງ/ປີ ໂດຍສະເພາະໃນລະດູຝົນແມ່ນ 2-3 ຄັ້ງ, ໃນໄລຍະເສຍໃຫ້ລະມັດລະວັງບໍ່ໃຫ້ກະທົບກະເທືອນຕໍ່ລະບົບຮາກ. ຫຍ້າທີ່ເສຍອອກດັ່ງກ່າວເມືອແຫ້ງແລ້ວອາດຈະໃຊ້ເປັນສິ່ງປົກຄຸມທີ່ດີ ແຕ່ບໍ່ຄວນນຳໃຊ້ຫຍ້າສົດໆ ນຳໄປປົກຄຸມເພາະອາດຈະເຮັດໃຫ້ຫຍ້າຟື້ນຄືນ.

ການໃຫ້ນ້ຳ
ສີ່ງທີ່ຈຳເປັນອິກອັນໜື່ງສຳລັບການປູກກາເຟໃໝ່ແມ່ນຫຼິກເວັນບໍ່ໃຫ້ດິນແຫ້ງເກີນໄປ ເຊິ່ງອາດມີຄວາມຈຳເປັນຈະຕ້ອງໃຫ້ນ້ຳ 2-3 ຄັ້ງ/ອາທິດ ໃນໄລຍະຕົ້ນ, ແຕ່ຖ້າປູກໃນໄລຍະເດືອນ 6-8 ຈະບໍ່ມີບັນຫາດັ່ງກ່າວເກີດຂຶ້ນ.

Contribute