ຊາແປ້ງ / Potatotree

Use
Medicine
Scientific Name / Family
Solanum erianthum D. Don / Solanaceae
Synonyms
Solanum adulterinum Buch.-Ham. ex Wall.
Other Names
Eng: Salvadora, Velvet Nightshade
Botanical Description

ເປັນໄມ້ຟຸ່ມ, ສູງ 1-3 ມ. ທຸກສ່ວນມີຂົນ. ໃບດ່ຽວ, ຮູບໄຂ່, ກວ້າງ 4-12 ຊມ. ຍາວ 10-35 ຊມ. ກ້ານໃບຍາວ 2-10 ຊມ. ດອກເກີດເປັນຊໍ່ແຕກຂະແໜງ. ດອກສີຂາວ ອອກເປັນຊໍ່ທີ່ປາຍຍອດ, ກາບດອກ 5 ກິບ, ໂຄນເຊື່ອມຕິດກັນ. ກິບດອກ 5 ກິບ, ຮູບລຳໂພງ. ດອກບານກວ້າງປະມານ 3 ຊມ. ເກສອນຜູ້ 5 ອັນ, ຖົງລະອອງສີເຫຼືອງ. ໝາກສົດ, ຮູບກົມມົນເມື່ອສຸກຈະເປັນສີເຫຼືອງ, ຂະໜາດ 1.5 ຊມ. ແກ່ນກົມ ຜິວມີຮອຍຂິດ.

Description of Use

ນ້ຳຢາຈາກການຕົ້ມຂອງຮາກຊ່າແປ້ງ ຊ່ວຍບັນເທົາອາການເຈົບປວດຕ່າງໆ, ພະຍາດທາງເດີນອາຫານ, ປະຈຳເດືອນບໍ່ປົກກະຕິ ແລະ ພະຍາດຕິດຕໍ່ທາງເພດສຳພັນເປັນຕົ້ນ. ໃບຂອງພືດຊະນິດນີ້ຍັງນຳໃຊ້ເຂົ້າໃນການເຮັດແປ້ງເຫຼົ້າ. ຊ່າແປ້ງມີການນຳໃຊ້ຫຼາຍເພື່ອເປັນຢາພື້ນເມືອງໃນອາຊີ, ສາມາດລ້າງສານພິດອອກຈາກຮ່າງກາຍຜ່ານທາງປັດສະວະ ແລະ ນຳມາໃຊ້ເປັນຢາຮັກສາລົງຂາວຂອງຜູ້ຍິງ. ເປືອກຮາກໃຊ້ເປັນຢາແກ້ອັກເສບ ແລະ ຮັກສາພະຍາດຂີ້ຮິດ ແລະ ຮັກສາພະຍາດໄຂ້ຍຸງ.

Contribute