ການປະເມີນຜົນຄຸນນະພາບກາເຟ: 
ມາຮອດປະຈຸບັນນີ້ພື້ນທີ່ປູກກາເຟຂອງ ສປປ ລາວ ແມ່ນມີປະມານ 35 000 ເຮັກຕາ ໃນນັ້ນ Robusta 88% ກາເຟນ້ອຍ 12% ສ່ວນຫຼາຍແລ້ວກາເຟໃນດົງບໍລະເວນແມ່ນຊາວສວນຂະຫນາດນ້ອຍປະມານ 23000 ຄອບຄົວເປັນຜູ້ຜະລິດມີບາງບໍລິສັດໃຫ່ຍໆເທົ່ານັ້ນມີພື້ນທີ 400-500 ເຮັກຕາ ເຊິ່ງຈະໄດ້ຜົນຜະລິດເຕັມທີ່ 2-3 ປີຂ້າງຫນ້າ. ນະໂຍບາຍຂອງລັດທະບານຂອງ ສປປ ລາວ ໃຫ້ສົ່ງເສີມປະຊາຊົນ ແລະ ຜູ້ຜະລິດລາຍໃຫຍ່ປູກກາເຟໃຫ້ມີຄຸນນພາບໂດຍໃຫ້ມີອັດຕາສ່ວນ 50% ລະຫວ່າງ Arabica ແລະ Robusta ໂດຍສະເພາະພື້ນທີ່ລະດັບ 1000 ແມັດຂື້ນໄປ. ປະຈຸບັນຜົນຜະລິດກາເຟນ້ອຍມີພຽງ 750 ໂຕນ, ຕໍ່ປີ ເຊິ່ງໃນນັ້ນ 500 ໂຕນ ແມ່ນມາຈາກຜູ້ຜະລິດລາຍໃຫຍ່ເຊັ່ນ: ດາວເຮືອງ ແລະ 250 ໂຕນແມ່ນມາຈາກຊາວສວນຂະຫນາດນ້ອຍ ໃນນັ້ນ 80 ໂຕນແມ່ນແນວພັນ Typica ສໍາລັບກາເຟກາງຕົວເລກສົ່ງອອກແມ່ນປະມານ 14.000 ໂຕນຈາກຜົນ ຜະລິດລວມ 15 000 ໂຕນຕໍ່ປີ. ມາຮອດປະຈຸບັນນີ້ຊາວສວນຂະໜາດນ້ອຍດັ່ງກ່າວແມ່ນໃຊ້ວີທີທໍາມະຊາດໃນການປຸງແຕ່ງ (ກາເຟໝາກດໍາ) ກ່ຽວກັບບັນຫາການສີກາເຟໃຫ້ເປັນໝາກຊ້ອມສວນໃຫຍ່ແມ່ນໃຊ້ເຄື່ອງສີທີ່ດັດແປງມາຈາກເຄື່ອງສີເຂົ້າເຊິ່ງເຮັດໃຫ້ກາເຟມີຄຸນນະພາບຕໍ່າ, ມີບາງບໍລິສັດຂະໜາດໃຫຍ່ມີໂຮງສີຂະໜາດໃຫຍ່ມີອຸປະກອນຄົບຊຸດເຊັ່ນ: ເຄື່ອງຄັດແຍກ ແລະ ອະນາໄມສໍາລັບກາເຟນ້ອຍແລ້ວຈໍານວນໜຶ່ງຍັງໃຊ້ລະບົບທໍາມະຊາດ, ມີຈໍານວນໜຶ່ງແມ່ນໃຊ້ລະບົບແບບປຽກເພື່ອໃຫ້ໄດ້ກາເຟຂາວທີ່ມີຄຸນນະພາບສູງ. ຜູ້ຊື້ຈາກອົງການ, ການຄ້າເປັນທໍາ (Faircak ແລະ ມູນຄລະນີທິໄຈ) ໄດ້ເຂົ້າມາຊ່ວຍເຫຼືອໃຫ້ຊາວສວນນໍາໃຊ້ການປຸງແຕ່ງແບບປຽກແນວໃດກໍ່ຕາມນອກເໜືອຈາກຊາວສວນ, ສ່ວນໃຫ່ຍຍັງໃຊ້ລະບົບແບບທໍາມະຊາດໃນການປຸງແຕ່ງເຮັດໃຫ້ຄຸນນະພາບຕົກຕໍ່າ.

ການປະເມີນຄຸນະພາບການດື່ມຂອງກາເຟລາວ
ວຽກດັ່ງກ່າວແມ່ນສ່ວນໜຶ່ງຂອງອົງການ FAO ຕັ້ງເປົ້າຫມາຍ ແລະ ເນັ້ນໜັກປັບປຸງເພື່ອໃຫ້ໄດ້ກາເຟທີ່ມີຄຸນນະພາບ, ໂດຍການເກັບກ່ຽວທີ່ດີ, ການປຸງແຕ່ງ ແລະ ເກັບມ້ຽນຕາມເທັກນິກ, ບາງອຸປະກອນເຊິ່ງໄດ້ສະໜັບສະໜູນໂດຍ ອົງການ FAO ຕາມທີ່ເຫັນໄດ້ຈາກຮູບດັ່ງກ່າວ, ອີກປະການໜຶ່ງ ໂຄງການ FAO ໄດ້ລວບລວມ ແລະ ສົ່ງຕົວຢ່າງກາເຟນ້ອຍຫຼາຍສາຍພັນລວມທັງພັນ (Catimor) ເຊິ່ງລວບລວມຈາກພື້ນທີ່ ການຜະລິດລະດັບຄວາມສູງແຕກຕ່າງກັນເພື່ອສົ່ງໄປໃຫ້ຜູ້ຊື້ ແລະ ຜູ້ຂົ້ວກາເຟ ສາກົນປະເມີນຜົນ. ກາເຟຕົວຢ່າງດັ່ງກ່າວແມ່ນໄດ້ປະຕິບັດທຸກຂັ້ນຕອນທາງດ້ານເຕັກນິກໂດຍລວບລວມຈາກຊາວສວນເຂດຕ່າງໆ ແລ້ວນມາປຸງແຕ່ງຢູ່ສູນຄົ້ນຄ້ວາທົດລອງກາເຟ (CREC) ໂດຍໃຊ້ລະບົບການປຸງແຕ່ງແບບປຽກຕົວຢ່າງດັ່ງກ່າວຊ່ຽວຊານໂຄງການ FAO ແລະ ວິຊາການຈາກ CREC ໄດ້ພ້ອມກັນປະເມີນໃນເບື້ອງຕົ້ນສູນຄົ້ນຄວ້າທົດລອງດັ່ງກ່ວປະຈຸບັນມີເຄື່ອງມືວິໄຈ ຄົບຊຸດເພື່ອຮອງຮັບການຂະຫຍາຍຕົວໃນຕໍ່ໜ້າກ່ຽວກັບງານວິໄຈ ແລະ ຢັງຢືນຄຸນນະພາບ, ເຄື່ອງມືດັ່ງກ່າວນັບຕັ້ງແຕ່ເຄື່ອງກວດກາກາເຟຕົວຢ່າງ, ເຄື່ອງບົດ, ເຄື່ອງອົບກາເຟ, ເຄື່ອງວັດແທກ pH, ເຄື່ອງປຸງກາເຟ ແລະ ອື່ນໆສໍາລັບວິໄຈກາເຟຄັງ ແລະ ກາເຟກາງ.
6 ຂະບວນການປະເມີນລົດຊາດກາເຟ

ກາເຟ

ລາຍການໆນໍາເອົາຕົວຢ່າງໄປປະເມີນຜົນ.
ຕົວຢ່າງ 1           ກາຕີມໍຈາກດາວເຮືອງ          1083 ແມັດ
ຕົວຢ່າງ 2           ກາຕີມໍຈາກທຼາກຼຸບ              1065 ແມັດ 
ຕົວຢ່າງ 3           ກາຕີມໍຈາກຫນອງກາລິ        1240 ແມັດ 
ຕົວຢ່າງ 4           ກາຕີມໍຈາກທົ່ງເສັດ             1225 ແມັດ 
ຕົວຢ່າງ 5           ກາຕີມໍຈາກກະຕວດ            1175 ແມັດ 
ຕົວຢ່າງ 6           ກາຕີມໍບ້ານແບ່ງ                1245 ແມັດ 
ຕົວຢ່າງ 7           ກາຕີມໍພູມອນ                   960 ແມັດ 
ຕົວຢ່າງ 8           ກາຕີມໍທົ່ງກະຕ່າຍ              1205 ແມັດ 
ຕົວຢ່າງ 9           ຊາວາຈາກອິນຫຼາກູບ           1063 ແມັດ 
ຕົວຢ່າງ 10          ຕີປີກາຈາກທົ່ງເສັດ            1225 ແມັດ 
ຕົວຢ່າງ 11          ຕີປີກຈາກບ້ານແບ່ງ           1250 ແມັດ 
ຕົວຢ່າງ 12          ຕີປີກາຈາກກະຕວດ           1175 ແມັດ 
ຈາກການປະເມີນຜົນໄດ້ 7 ຕົວຢ່າງດີເລີດ ຄື: 
A. ຕົວຢ່າງທີ 1     ກາຕີມໍຈາກດາວເຮືອງ         1083. 
B. ຕົວຢ່າງທີ 5    ກາຕີມໍຈາກກະຕວດ            1175 
C. ຕົວຢ່າງທີ 8    ກາຕີມໍຈາກທົ່ງກະຕ່າຍ         1205
D. ຕົວຢ່າງທີ 11   ຕີປີກາຈາກບ້ານແບ່ງ           1200 
E. ຕົວຢ່າງທີ 10   ຕີປີກາທົ່ງເສັດ                   1225 
F. ຕົວຢ່າງທີ 12    ຕີປີກາຈາກກະຕວດ            1175 
G. ຕົວຢ່າງທີ 9     ຊາວາຈາກອິນທາກູບ           1063

ຄວາມເຫັນທົ່ວໄປສໍາລັບກາເຟຄັງ
• ຕົວຢ່າງກາເຟທີ່ໄດ້ແມ່ນສະອາດ, ແຕ່ຂາດຂໍ້ມູນລະອຽດ ຍົກເວັ້ນກາເຟຊາວາ. 
• ເປັນຫນ້າສັງເກດວ່າ: ຜູ້ຊີມກາເຟສາກົນບໍ່ສາມາດຈໍາແນກລົດຊາດກາຕີມໍ ແລະ ຊາວາ ອອກໄດ້, ທຸກຕົວຢ່າງແມ່ນບໍ່ເປັນກົດ.
• ທຸກຕົວຢ່າງທີ່ນໍາໄປທົດສອບເພື່ອໃຫ້ໄດ້ກາເຟລົດຊາດຈໍາເພາະ, ແຕ່ສ່ວນໃຫຍ່ຈະມີລົດ ຊາດອ່ອນ, ຂໍ້ສະເໜີ ຈິ່ງສະເໜີວ່າ ລາວຄວນຜະລິດກາເຟປຸງແຕ່ງ ແບບເຄິ່ງປຽກເພື່ອເພີ່ມລົດຊາດກາເຟໃຫ້ເຂັ້ມຂື້ນ.

ຄວາມເຫັນທົ່ວໄປກ່ຽວກັບກາເຟກາງ
- ກາເຟກາງໃຊ້ການປຸງແຕ່ງແບບເຄິ່ງປຽກໂດຍໃຊ້ເຄື່ອງມືຂອງ VINACAFE ອິ້ວ/ຂັດເມືອກຈະໃຫ້ກາເຟມີຄຸນນະພາບດີ, ສີສັນ, ເມັດສົດໃສ, ບໍ່ມີກິ່ນດິນ, ກິ່ນໂໝະ ເຊິ່ງດີກວ່າການປຸງແຕ່ງແບບເກົ່າ (ພື້ນເມືອງ).
- ກາເຟກາງທີ່ປູກໃນພື້ນທີ່ສູງ 1200 ມ ແລະ ປຸງແຕ່ງແບບເຄິ່ງປຽກ ແມ່ນມີຄຸນນະພາບ ແລະ ລົດຊາດດີກ່ວາກາເຟທີ່ປູກໃນພື້ນທີ່ຕໍ່າ (600 ມ).
- ສປປ ລາວ ມີພື້ນທີ່ມີລະດັບສູງ 1200 ມ ຢ່າງຫຼວງຫຼາຍ ດັ່ງນັ້ນເປັນທ່າແຮງການຜະລິດກາເຟຄຸນນະພາບພິເສດເພື່ອສະໜອງໃຫ້ຕະຫຼາດສາກົນ.

Contribute