ຮອດປະຈຸບັນນີ້ລາວຍັງບໍ່ມີມາດຖານໃນການສົ່ງອອກເທື່ອ. ໃນອະນາຄົດມັນມີຄວາມຈໍາເປັນຕ້ອງໄດ້ຮັບຮອງເອົາມາດຖານຄຸນນະພາບກາເຟ ເພື່ອໃຊ້ເປັນກົດຂໍ້ບັງຄັບໃນການສົ່ງອອກກາເຟ ເພື່ອໃຫ້ມີການຈັດເກດຄຸນນະພາບກາເຟໃຫ້ມີລາຄາສູງຂຶ້ນ ພ້ອມທັງຍົກສູງຊື່ສຽງກາເຟລາວ. ໃນຜ່ານມາປະເທດທີ່ສົ່ງອອກກາເຟລາຍໃຫຍ່ ມີມາດຖານໃນການສົ່ງອອກເປັນຂອງຕົນມາດຖານດັ່ງກ່າວອາດຈະສະເພາະຕາມແຕ່ຕະຫຼາດແຕ່ລະປະເທດນໍາເຂົ້າ. ເຖິງຢ່າງໃດກໍ່ຕາມມາດຖານດັ່ງກ່າວກໍ່ຄວນໃຫ້ຜູ້ຊື້ພາຍໃນ ແລະ ສາກົນເຂົ້າໃຈ ເພື່ອເປັນບ່ອນອີງໃນການສັ່ງຊື້. ມາດຖານກາເຟໝາຍເຖິງຮູບຮ່າງລັກສະນະເມັດກາເຟ, ຂະຫນາດເມັດກາເຟ, ເມັດແຕກຫັກ ແລະ ຄຸນນະພາບການດື່ມຢ່າງໃດກໍຕາມເຖິງແມ່ນວ່າ ມາດຖານດັ່ງກ່າວຈະມີພ້ອມຢູ່ແລ້ວກໍ່ຕາມ ແຕ່ປະເທດນໍາເຂົ້າຍັງຕ້ອງການຕົວຢ່າງກາເຟຈໍານວນໜຶ່ງ ເພື່ອພິຈາລະນາກ່ອນເຊັນສັນຍາສັ່ງຊື້.

ຄວນທໍາຄວາມເຂົ້າໃຈກ່ຽວກັບມາດຖານກາເຟ
ໃນດ້ານທຸລະກິດກາເຟແລ້ວ ຄວນທໍາຄວາມເຂົ້າໃຈຢ່າງລະອຽດກ່ຽວກັບມາດຖານຂອງ ICO (ອົງການກາເຟສາກົນ). ທີ່ໄດ້ຈັດໄວ້ຢ່າງລະອຽດຕາມມະຕິ ICC ເລກທີ 407/ 02 ລົງວັນທີ 1 ກຸມພາ 2002.

ຄວາມຫມາຍຂອງຄຸນນະພາບກາເຟ, ແຜນງານ ການປັບປຸງ ແລະ ການຈັດຕັ້ງປະຕິບັດ
ອີງຕາມມະຕິເລກທີ 406, ICC ໄດ້ສ້າງຕັ້ງຄະນະກໍາມະການກວດສອບຄຸນນະພາບກາເຟຂຶ້ນເພື່ອຮັບຜິດຊອບໃນ. ການຮ່າງ ແລະ ສະເໜີໃຫ້ສະພາຄຸ້ມຄອງພິຈາລະນາ ໂດຍຜ່ານສະພາກ່ຽວກັບແຜນງານການປັບປຸງຄຸນນະພາບກາເຟ. ຄະນະກໍາມະການໄດ້ຕົກລົງຄໍາສະເໜີຕ່າງໆ ເຊິ່ງບັດຍັດໃນເອກະສານ EB- 3806/ 02; ສະພາບໍລິຫານຫຼັງຈາກໄດ້ພິຈາລະນາແລ້ວໄດ້ມີການໃຫ້ຄວາມເຫັນ ແລະ ແກ້ໄຂບາງຢ່າງທີ່ກໍານົດໄວ້ໃນຄໍາເຫັນ ເພື່ອໃຫ້ມີຄວາມເໝາະໃນການຈັດຕັ້ງປະຕິບັດແຜນງານດັ່ງກ່າວ.

ສະພາກາເຟສາກົນໄດ້ຕົກລງ:
ລະດັບຂອງແຜນງານ 
ແຜນງານຄວນລິເລີ່ມໃນຂັ້ນທີ 1. ໃນວັນທີ 1 ຕຸລາ 2002. ທຸກຄ່າໃຊ້ຈ່າຍ, ຜົນກະທົບຕໍ່ຄຸນນະພາບກາເຟ ແລະ ຄວາມຄືບຫນ້າຕ້ອງໄດ້ທົບ ທວນຄືນໃນເດືອນກັນຍາ 2003 ເພື່ອວິໄຈຄວາມຄືບຫນ້າຂອງແຜນງານ. 
ມະຕິຂອງ ICC ເລກທີ 407/ 02 ລົງວັນທີ 1 ກຸມພາ 2002 
A. ມາຕຖານຕໍ່າສຸດສໍາລັບກາເຟສົ່ງອອກ. 

2. ສະມາຊິກປະເທດສົ່ງອອກກາເຟບໍ່ຄວນສົ່ງອອກກາເຟໃນເງື່ອນໄຂລຸ່ມນີ້:
a). ກາເຟນ້ອຍອາລາບິກາ (Arabica) ທີ່ມີເມັດແຕກຫັກ 86 ເມັດຕໍ່ ນໍ້າໜັກຕົວຢ່າງ 300 g (ຕາມວິທີຂອງບຣາຊີນ ສໍາລັບກາເຟຊ້ອມຢູ່ຕະຫຼາດນິວຢອກ).
b). ມີຄວາມຊຸ່ມຕໍ່າກວ່າ 8% ແລະ ສູງກວ່າ 12,5% ສໍາລັບກາເຟນ້ອຍ ແລະ ກາເຟກາງໂດຍໃຊ້ວິທີ ISO 6673 ກວດສອບ. 
3. ໃນເມື່ອກາເຟມີຄວາມຊຸ່ມຕໍ່າກວ່າ 12,5% ຕາມຕ້ອງການແລ້ວຜູ້ສົ່ງອອກຄວນພະຍາຍາມຮັກສາຄວາມຊຸ່ມດັ່ງກ່າວໄວ້ໃຫ້ຕະຫຼອດ ເພື່ອໃຫ້ຫຼຸດສ່ຽງຍິ່ງເປັນການດີ 
4. ຂໍ້ຍົກເວັ້ນຄວາມຊຸ່ມ 12,5% ອາດຈະອະນຸຍາດແຕ່ກາເຟຈາກເຂດພິເສດ ເຊິ່ງເປັນເຂດຊຸ່ມເຊັ່ນ: ກາເຟຈາກອິນເດຍ, ກາເຟດັ່ງກ່າວຕ້ອງໄດ້ຈໍາແນກລະອຽດໂດຍວິທີການສະເພາະ.
B. ໃບຢັ້ງຢືນແຫຼ່ງກໍາເນີດ. 
5. ປະເທດສາມາຊິກສົ່ງອອກຄວນອອກໃບຢັ້ງຢືນແຫຼ່ງກໍາເນີດ (CO) ໃຫ້ແກ່ ICO ກາເຟທີ່ຈະສົ່ງອອກ ຊຶ່ງສອດຄ່ອງກັບລະບຽບການທຸກຢ່າງ. (ເມັດແຕກຫັກ, ຄວາມຊຸ່ມ). 
C. ການໃຫ້ຄວາມຮ່ວມມືກ່ຽວກັບກວດສອບຄໍາຍິນຍອມຂອງປະເທດນໍາເຂົ້າ
6. ປະເທດນໍາເຂົ້າຄວນອອກແຮງພະຍາຍາມສະໜັບສະໜູນເປົ້າໝາຍຂອງແຜນງານດັ່ງກ່າວ.
D. ມາດຕະການປະຕິບັດໃນກໍລະນີບໍ່ຍິນຍອມ. 
7. ໃນເມື່ອປະເທດນໍາເຂົ້າໄດ້ຮັບສິນຄ້າທີ່ບໍ່ສອດຄ່ອງກັບມາດຖານຄວາມຕ້ອງການຂອງຕົນ, ປະເທດນໍາເຂົ້າຄວນພະຍາຍາມແຈ້ງການໃຫ້ ICO ຮັບຊາບກ່ຽວກັບບັນຫາດັ່ງກ່າວ. 1 ຕົວຢ່າງກັບຄໍາວ່າ “ເທົ່າກັບ” ເມັດແຕກຫັກ 20 ເມັດມີຄວາມຫມາຍວ່າເສຍຫາຍ 1. ບໍ່ແມ່ນ 5:1 ໃນກໍລະນີດັ່ງກ່າວຫາກມີເມັດເສຍຫາຍຫຼາຍຜົນຈາກສະພາບແວດລ້ອມທາງທໍາມະຊາດຂອງພື້ນທີ່ປູກກໍ່ຕ້ອງໄດ້ມີລະບຽບການກໍານົດມາດຖານສະເພາະຢ່າງລະອຽດ. 
E. ມາດຕະການເພື່ອຄວບຄຸມປະຕິບັດມາດຖານຂອງປະເທດສາມາຊິກສົ່ງອອກ. 
8. ປະເທດສາມາຊິກສົ່ງອອກກາເຟຄວນພັດທະນາມາດຕະຖານຂອງຕົນໃນການສົ່ງອອກໃຫ້ສອດຄ່ອງກັບຕະຫຼາດຫຼີກເວັ້ນສິນຄ້າບໍ່ໄດ້ມາດຖານ. 
9. ລະບຽບການດັ່ງກ່າວບໍ່ໄດ້ກວມເອົາກາເຟຂົ້ວ ແລະ ກາເຟສໍາເລັດຮູບທີ່ຈະສົ່ງອອກ. 
F. ມາດຕະການອື່ນໆ. 
ທາງເລືອກ
10. ສາມາຊິກຄວນຮີບຮ້ອນຊອກແຫຼ່ງທຶນຈາກສະຖາບັນການເງິນຕ່າງໆ ເພື່ອມາສະໜັບສະໜູນການສຶກສາວິໄຈທາງອອກໃນການຈັດຕັ້ງປະຕິບັດແຜນງານພ້ອມດຽວກໍ່ສຶກສາວິໄຈໃນການປຸງແຕ່ງ ເມັດກາເຟທີ່ຕໍ່າກວ່າມາດຖານສົ່ງອອກ. 
11. ຄວາມຕ້ອງການການສຶກສາວິໄຈຕໍ່ບັນຫາດັ່ງກ່ວາອາດຈະພິຈາລະນາໃນເດືອນກັນຍາ 2003.
ການໃສ່ປ້າຍ 
12. ກາເຟທີ່ຈະສົ່ງອອກຕ້ອງໃຫ້ຕິດປ້າຍບອກລະອຽດຄັກແນ່ຕາມຂໍ້ຕົກລົງຂອງ International coffee Agreement 2001 ໃນມາດຕາ 2 ແລະ 36.
ການລາຍງານ 
13. ສາມາຊິກຄວນລາຍງານຕໍ່ສະພາກ່ຽວກັບມາດຕະການທີ່ໄດ້ຈັດຕັ້ງປະຕິບັດມະຕິຕົກລົງ ແລະ ແຈ້ງການໃຫ້ສະພາຮັບຊາບເຖິງຂໍ້ຫຍຸ້ງຍາກ. ໃນກໍລະນີມີຂໍ້ຫຍຸ້ງຍາກທີ່ປະເທດສາມາຊິກໄດ້ສະເໜີຕໍ່ ສະພາກ່ຽວກັບວິທີແກ້ໄຂ ສາພາອາດຈະເຫັນດີອະນຸມັດວິທີແກ້ໄຂໃນວລາທີ່ກໍານົດໄວ້.

ຄັດມາຈາກ NYBOT ກົດລະບຽບກາເຟ “C”
ເອກະສານຄັດຕິດ II: ຂັ້ນຕອນໃນການຄັດແຍກເມັດກາເຟ ແລະ ການອອກໃບຢັ້ງຢືນຄຸນນະພາບທີ່ໄດ້ບົງໄວ້ໃນວາລະສານ European Coffee Cooperation ສະບັບວັນທີ 11 ເດືອນມັງກອນ 2005 ທີ່ອະນຸມັດ OTA ໃນເມັດກາເຟໃນປະລິມານຕໍ່າສຸດ ( OTA Risk Management). 
(f). ມາດຖານຕໍ່າສຸດ.
ມາດຖານຂັ້ນຕໍ່າສຸດໃນການສົ່ງອອກພາຍໄຕ້ກົດ Coffee “C ” ມີດັ່ງລຸ່ມນີ້: 
1. ການຢັ້ງຢືນລົດຊາດໃນຈອກກາເຟ.
2. ຄຸນນະພາບການຂົວທີ່ດີ.
3. ຂະຫນາດຂອງເມັດກາເຟຄື (i) 50% ຂອງເມັດກາເຟຜ່ານການຄັດເລືອກໂດຍຜ່ານເຂິງຮ່ອນຂະຫນາດ 15 ແລະ (ii) ເມັດກາເຟທີ່ຜ່ານເຂິງຮ່ອນຂະຫນາດ 14 ປະລິມານບໍ່ເກີນ 5%.
4. ເມັດກາເຟມີສີຂຽວສົດໃສບໍ່ມີກິ່ນອື່ນເຈືອປົນ
5. ເມັດກາເຟທີ່ບໍ່ສົມບູນບໍ່ເກີນ 15 ຍົກເວັ້ນກາເຟທີ່ມາຈາກ Colombia ອະນຸຍາດໃຫ້ມີເມັດທີ່ບໍ່ສົມບູນບໍ່ເກີນ 10. 
(g). ການກໍານົດເມັດທີ່ບໍ່ສົມບູນ.
1. ລາຍການຕໍ່ໄປນີ້ແມ່ນການກໍານົດເມັດທີ່ບໍ່ສົມບູນ 1 ຂໍ້. 1 ເມັດສີດໍາ 5 ກາບກາເຟ,  1 ເມັດສົ້ມ 5 ເມັດທີ່ແຕກຫັກ. 1 ມີເປືອກກາເຟ 2 - 5 ເມັດກາເຟທີ່ມີສີດ ຫຼື ຖືກທໍາລາຍ. ເມັດຟູນໍ້ 5 ເມັດ. ເສດໄມ້ 3 ຕ່ອນຂະຫນາດຍາວ 1 ຊມ. ເສດໄມ້ 1 ຕ່ອນຂະຫນາດຍາວ 1-2,5 ຊມ. ເສດຫີນ 2 ກ້ອນຂະຫນາດຜ່ານເຂິງຮ່ອນຕໍ່າກວ່າເບີ 12. ເສດຫີນ 1 ກ້ອນຂະຫນາດຜ່ານເຂິງຮ່ອນຂະຫນາດເບີ 12. ເສດເປືອກ ຫຼື ກາບກາເຟ 2-3 ຕ່ອນຂື້ນກັບຂະຫນາດຂອງເມັດ. ເສດເປືອກຫມາກຂາວ 2-3 ຕ່ອນຂື້ນກັບຂະຫນາດຂອງເມັດ. 
2. ມາດຖານຕໍ່ໄປນີ້ແມ່ນຈັດຢູ່ໃນບໍ່ສົມບູນ 2 ຂໍ້: ເສດໄມ້ 1 ຕ່ອນຂະຫນາດຍາວ 2-5 ຊມ ແລະ ເສດຫີນ 1 ກ້ອນຜ່ານເຂິງຮ່ອນຕໍ່າກວ່າເບີ 16.
3. ມາດຖານຕໍ່ໄປນີ້ແມ່ນຈັດຢູ່ໃນບໍ່ສົມບູນ 3 ຂໍ້: ເສດໄມ້ 1 ຕ່ອນຍາວກ່ວາ 5 ຊມ. ເສດຫີນ 1 ກ້ອນຜ່ານເບີ່ງຮ່ອນຕໍ່າກວ່າເບີ 20. 
4. ວັດສະດຸອື່ນທີ່ເຈືອປົນມາຈັດຢູ່ໃນບໍ່ສົມບູນ 1 ຂໍ້ 
( h ). ພື້ນຖານຂອງການກໍານົດ 
ເພື່ອຕອບສະຫນອງຕໍ່ວັດຖຸປະສົງ ແລະ ອິດທິພົນດການວາງມາດຖານໄດ້ອິງໃສ່ແຫຼ່ງການຜະລິດກາເຟດັ່ງນີ້: 
1. ກາເຟທີ່ຜະລິດຈາກກົວເຕມາລາ, ຊານວາດໍ, ແມັກຊີໂກ, ຄອສະຕາລິກາ, ນິກາລະມົວ, ຮອນດູລາສ, ເຄັນຍາ, ຕັນສະເນຍ, ອູກັນດາ, ປາປົວນິວກີນີ, ເປຮູ, ເວເນສຸເອລາ, ໂດມີນິກ, ບູລຸນດີ, ເອກົວດໍ, ອິນເດຍ, ລຸອັນດາ ແລະ ປານາມາ ຄວນມີຄວາມບໍ່ສົມບູນ 8 ຂໍ້ ແລະ
2. ກາເຟຈາກໂຄລເບຍມີຄວາມບໍ່ສົມບູນ 13 ຂໍ້ ຄັດອອກມາຈາກ LISSE ສໍາລັບກາເຟກາງ.
5. ຫຼັກການພິຈາລະນາເກຣດຂອງກາເຟກາງ. 
5.01. ມາດຕະຖານຄຸນນະພາບຂອງກາເຟກາງຕາມມາດຖານຂອງ CTMC ແລ້ວໄດ້ຈັດປະເພດດັ່ງລຸ່ມນີ້:
ປະເພດ 1. ເມັດແຕກຫັກຕັ້ງແຕ່ 1 - 150 ເມັດໃນນໍ້າໜັກ 500 g. 
ປະເພດ 2. ເມັດແຕກຫັກຕັ້ງແຕ່ 151 - 250 ເມັດໃນນໍ້າໜັກ 500 g. ຫັກມູນຄ່າອອກ 15 $ / ໂຕນ.
ປະເພດ 3. ເມັດແຕກຫັກຕັ້ງແຕ່ 151 - 350 ເມັດ ໃນນໍ້າໜັກ 500 g. ຫັກມູນຄ່າອອກ 30 $ / ໂຕນ.

ປະເພດ 4. ເມັດແຕກຫັກຕັ້ງແຕ່ 351 - 450 ເມັດ ໃນນໍ້າໜັກ 500 g. ຫັກມູນຄ່າອອກ 45 $ / ໂຕນ.
5.02. ການນັບເມັດຄວນເອົາຕາມຕາຕະລາງດັ່ງລຸ່ມນີ້:
a). ຕາມການຈັດປະເພດເກຼດຄຸນນະພາບກ່ອນວັນທີ 1/2/2000.

ຈໍານວນຄວາມເສຍຫາຍ                    ຄະແນນຄວາມເສຍຫາຍ
1 ເມັດດໍາ, ຫມາກດໍາ.                                  1
2 ເມັດເຄິ່ງດໍາ, ເປືອກດໍາ, ເປືອກຂາວ.              1 
1 ກ້ອນຫີນຂະໜາດ 1 ຊມ.                            5 
1 ກ້ອນຫີນຂະໜາດ 5 ມມ.                           2 
2 ກ້ອນຫີນນ້ອຍ ຫຼື ດິນ.                               1 
1 ເສດໄມ້ 3 ຊມ.                                        5 
1 ເສດໄມ້ຂະໜາດຍາວ 2 ຊມ.                       2 
2 ເສດໄມ້ຂະໜາດຍາວ 1 ຊມ.                        1
5 ເມັດຫັກ, ເມັດສີຊີດ, ເມັດບໍ່ສຸກ, ເປືອກາເຟ    1
1 ເມັດຕົກໂໝະ                                         50
ເມັດທີ່ຖືກທໍາລາຍໂດຍແມງໄມ້ : 
2 ເມັດ                                                    1
5 ເມັດ                                                    1
ສິ່ງເຈືອປົນອື່ນໆ                                         1
b). ຕາມການຈັດປະເພດ, ເກຼດພາຍຫຼັງວັນທີ 1/2/2000 
1 ເມັດດໍາ, ໝາກດໍາ.                                   1
2 ເມັດເຄິ່ງດໍາ, ເປືອກດໍາ, ເປືອກຂາວ.             1
1 ກ້ອນຫີນຂະຫນາດ 1 ຊມ.                          5
1 ກ້ອນຫີນຂະຫນາດ 5 ມມ.                         2
2 ກ້ອນຫີນນ້ອຍ ຫຼື ດິນ.                              1
1 ເສດໄມ້ 3 ຊມ.                                       5
1 ເສດໄມ້ຂະໜາດຍາວ 2 ຊມ.                       2
2 ເສດໄມ້ຂະໜາດຍາວ 1 ຊມ.                       1
5 ເມັດຫັກ, ເມັດສີຊີວ, ເມັດບໍ່ສຸກ, ເປືອກາເຟ    1
1 ເມັດຕົກໂໝະຕໍ່າກວ່າ 50%                      0.5
1 ເມັດຕົກໂໝະ 100%                                 1
ເມັດທີ່ຖືກທໍາລາຍໂດຍແມງໄມ້ :
2 ເມັດ                                                     1
5 ເມັດ                                                     1
ສິ່ງເຈືອປົນອື່ນໆ                                          1
5.03. ກາເຟທີ່ມີເມັດລອດເຂິງຮ່ອນເບີ 14 ປະມານ 25% ແລະ ລອດເຂິງຮ່ອນເບີ 12 ປະມານ 10% ໃນການປະມູນ ຄວນຫຼຸດລາຄາລົງ 60 $/ ໂຕນ. 
6. ປະເພດກາເຟທີ່ບໍ່ສາມາດປະມູນລາຄາໄດ້ 
6.01. ກາເຟທີ່ບໍ່ສາມາດປະມູນລາຄາໄດ້ຖ້າຫາກ: 
a). ມີເມັດແຕກຫັກເສຍຫາຍ 450 ເມັດ/ 500 ກຣາມ. 
b). ຄຸນນະພາບກາເຟທີ່ບໍ່ສາມາດຈໍາແນກໄດ້ຈາກນັກວິຊາການດ້ວຍເຫດຜົນຕ່າງໆ. 
c). ເມັດກາເຟທີ່ລອດເຂິງຮ່ອນເບີ 12 ເກີນ 10% ຫຼື 
d). ອີງຕາມກົດລະບຽບສະບັບວັນທີ 1/2 / 2000 ຊຶ່ງມີເມັດຕົກໂໝະ 5 ເມັດ ຫຼື ເມັດຕົກໂໝະ 50% ຕໍ່ເມັດ ຈໍານວນ 10 ເມັດ ຫຼື ທັງສອງຢ່າງເມື່ອລວມກັນແລ້ວ ເທົ່າກັບເມັດຕົກໂໝະ 5 ເມັດ/ 500 g. ການຄຸ້ມຄອງຜົນເສຍຫາຍຈາກ OTA: ຄໍາແນະນໍາຄັດແຍກອອກຈາກ European Coffee Cooperation ຄໍາແນະນໍາສໍາລັບຜູ້ຊື້ກາເຟສະບັບວັນທີ 11/1/2005 ກາເຟຊ້ອມ. ຄໍານິຍາມຄວາມເສຍຫາຍໃນ ອຸນຫະພູມ 105 ອົງສາ.
1. ຂອບເຂດ ແລະ ຂົງເຂດການປະຕິບັດ.
ມາດຖານສາກົນສະບັບນີ້ໄດ້ຈໍາແນກວິທີໃນການກໍານົດການບົກແຫ້ງນໍ້າຫນັກຂອງກາເຟໝາກຊ້ອມ ໃນອຸນຫະພູມ 105 ອົງສາ ມາດຖານດັ່ງກ່າວແມ່ນນໍາໃຊ້ໄດ້ກັບກາເຟທີແຍກທາດ ແລະ ບໍ່ແຍກທາດຄາເຟອິນການກໍານົດຂອງ ISO 3509. ວິທີກໍານົດການບົກແຫ້ງນໍ້າໜັກດັ່ງກ່າວອາດຈະພິຈາລະນາໂດຍສົນທິສັນຍາຊຶ່ງຈະໃຊ້ເປັນພື້ນຖານຂໍຕົກລົງຂອງທັງສອງຝ່າຍຄູ່ສັນຍາແຕ່ຜົນໄດ້ຮັບຈະຕ້ອງນ້ອຍ ກ່ວາ 1%. ຂອງວິທີທີ່ໄດ້ກໍານົດໄວ້ໃນ ISO 1447 ແລະ ISO 1446.
2. ເອກະສານອ້າງອີງ. 
ISO 1446 ແມ່ນເກະສານພື້ນຖານໃຊ້ອ້າງອິງສໍາລັບກໍານົດຄວາມຊຸ່ມຂອງກາເຟໝາກຊ້ອມ. 
ISO 1447 ແມ່ນເອກະສານທົ່ວໆໄປໃນການກໍານົດຄວາມຊຸ່ມຂອງກາເຟໝາກຊ້ອມ. 
ISO 3509 ແມ່ນເອກະສານກ່ຽວກັບຄໍາສັບທີ່ໃຊ້ກັບກາເຟ ແລະ ຜະລິດຕະພັນກາເຟ. 
ISO 4072 ແມ່ນກ່ຽວກັບການເກັບຕົວຢ່າງ ແລະ ສິ່ງ ບັນຈຸກາເຟ.
3. ຄໍານິຍາມ. 
ການບົກແຫ້ງໃນອຸນຫະພູມ 105 ອົງສາ ແລະ ດັນບາຫຼອດ 16 h ໃນຄວາມດັນບັນຍາກາດ. 
4.ຫຼັກການ. 
ອົບດ້ວຍຄວາມຮ້ອນ 1085 ອົງສາ ໃນບັນຍາກາດປົກກະຕິນານ 26 ຊົ່ວໂມງ. 
5.ອຸປະກອນ. 
ໃຊ້ອຸປະກອນຫ້ອງວິໄຈໂດຍສະເພາະ. 
5.1. ເຕົາອົບໄຟຟ້າ ຊຶ່ງສາມາດຄວບຄຸມຄວາມຮ້ອນໄດ້ 10561 ອົງສາ 
5.2. ຈານອາລູມິນຽມ, ຈານແກ້ວ ຫຼື ໂລຫະ ຊຶ່ງສາມາດອັດແຈບຄວາມກ້ວາງຂອງຈານປະມານ 90 ມມ ສູງ ປະມານ 20-30 ມມ. 
5.3. ຊິງຊັ່ງນໍ້ຫນັກຂອງຫ້ອງທົດລອງ. 
5.4. ສານດູດຄວາມຊຸ່ມ ຕົວຢ່າງ anhydrous calcium, sulphate ຫຼື silic agel. 
6. ຕົວຢ່າງ. 
ເບິ່ງ ISO 4072.
ສິ່ງສໍາຄັນເມື່ອໄດ້ຕົວຢ່າງມາແລ້ວຕ້ອງໄດ້ຮີບເອົາເຂົ້າໄປວິໄຈທັນທີເພື່ອບໍ່ໃຫ້ຄວາມຊຸ່ມມີການປ່ຽນແປງຈາກການກະທົບກັບບັນຍາກາດປົກກະຕິ.
7. ຂັ້ນຕອນ. 
7.1. ການກຽມຈານ. 
ນໍາເອົາຈານ ແລະ ຝາອັດເຂົ້າອົບແຫ້ງໃນເຕົາອົບໃນອຸນຫະພູມ 10561 ອົງສາ  ເປັນເວລາ 1 ຊົ່ວໂມງ ແລ້ວນໍາເອົາຈານອອກຈາກເຕົາອົບປ່ອຍໃຫ້ເຢັນລົງຢູ່ໃນເຄື່ອງດູດຄວາມຊຸ່ມຫຼັງຈາກນັ້ນຊັ່ງນໍ້າໜັກຈານ ແລະ ຝາອັດໃຫ້ໄດ້ໃກ້ຄຽງກັບ 0.1 ມກ. 
7.2. ສ່ວນທີ່ຈະທົດສອບ. 
ນໍາເອົາຕົວຢ່າງທີ່ຈະທົດສອບປະມານ 10 ກຣາມ ໃສ່ໃນຈານທົດສອບອັດຝາໃຫ້ແຈບແລ້ວນໍາໄປຊັ່ງນ້ໍາໜັກໃຫ້ໄດ້ໃກ້ຄຽງກັບ 0,1 ມກ.
ຫມາຍເຫດ: ໃນກໍລະນີຈະມີການທົດສອບຫາຍຕົວຢ່າງກໍ່ປະຕິບັດເຊັ່ນດຽວກັນກັບໃນຂໍ້ 7.1 ຕາມລໍາດັບ. 
7.3. ການວັດແທກ. 
ນໍາເອົາຕົວຢ່າງທີ່ຈະທົດສອບໃສ່ຈານທີ່ກຽມໄວ້ແລ້ວເປີດຝາອອກແລ້ວນໍາໄປວາງໄວ້ໃນເຕົາອົບຄວບຄຸມຄວາມຮ້ອນໃຫ້ໄດ້ 10561 ອົງສາ ແລ້ວຈຶ່ງນໍາເອົາໄປປ່ອຍໃຫ້ເຢັນລົງເປັນເວລາ 1660,5 ຊົ່ວໂມງ. ຫຼັງຈາກນັ້ນເອົາຝາອັດນໍາໄປເຂົ້າເຄື່ອງດູດຄວາມຊຸ່ມແລ້ວປ່ອຍໃຫ້ເຢັນລົງໃນອຸນຫະພູມຫ້ອງຈຶ່ງນໍາເອົາໄປຊັ່ງໃຫ້ໄກ້ ຄຽງ. 0,1 ມກ.
7.4. ຈໍານວນການວັດແທກ 1 ຕົວຢ່າງຄວນວັດແທກສອງຄັ້ງ.
8. ການສະແດງຜົນ
ການບົກແຫ້ງຂອງຕົວຢ່າງໃນອຸນຫະພູມ 105 C° ຈະອອກເປັນສ່ວນຮ້ອຍຕາມສູດ:
               (m, - m,) x 100
             ---------------------
                    m, - m.)
ໃນເມື່ອ 
m_0 ແມ່ນນໍ້າໜັກຂອງຈານ ແລະ ຝາອັດ ເປັນກຼາມ ( 7.1 ) 
m_1 ແມ່ນນໍ້າໜັກກຂອງຈານ + ຝາ + ຕົວຢ່າງກ້ອນອົບແຫ້ງ ( 7.2 ).
m_2 ແມ່ນນໍ້າໜັກຂອງຈານ + ຝາ + ຕົວຢ່າງທີ່ອົບແຫ້ງແລ້ວ ( 7.3 ). 
ໃຫ້ເອົາຄ່າສະເລ່ຍຄະນິດສາດ 2 ຄ່າ
9. ຄວາມຊັດເຈນ 
ຫ້ອງວິໄຈລະຫວ່າງຊາດໄດ້ທໍາການກວດສອບໃນລະດັບສາກົນເຊິ່ງມີ 14 ແຫ່ງ, ແຕ່ລະແຫ່ງໄດ້ທໍາການກວດສອບກໍານົດ, ຮ່ວມມືພ້ອມທັງໄດ້ປະເມີນຜົນ ແລະ ຂໍ້ມູນຕ່າງໆໄດ້ສະແດງໃນຕາຕະລາງລຸ່ມນີ້ຕາມລະບົບ ISO 5725.
10. ການລາຍງານການກວດສອບ
ການລາຍງານການກວດສອບຄວນສະແດງອອກວິທີໃນການກວດສອບ, ຜົນໄດ້ຮັບ. ໃນກໍລະນີໃຊ້ວິທີອື່ນໃນການກວດສອບກໍ່ຕ້ອງແຈ້ງລະອຽດວິທີການຂັ້ນຕອນຕະຫຼອດເຄື່ອງອຸປະກອນໃນການກວດສອບ ແລະ ໃຫ້ຂໍ້ມູນຄົບຊຸດ (ຕາຕະລາງ). 

ISO 4072 - 1982 E
ເນື້ອໃນຄັດອອກມາຈາກ ECC OTA Risk management: ຄ່າແນະນໍາສໍາລັບການຊື້ກາເຟ 11 ມັງກອນ 2005. 
1. ຂອບເຂດ ແລະ ຂົງເຂດການປະຕິບັດ 
ມາດຖານສາກົນສະບັບນີ້ໄດ້ຈໍາແນກວິທີການເອົາຕົວຢ່າງສິນຄ້າກາເຟທີ່ມີຈໍານວນຕັ້ງແຕ່ 10 ກະສອບຂຶ້ນໄປ, ຈຸດປະສົງກໍ່ ເພື່ອກວດສອບວ່າສິນຄ້າດັ່ງກ່າວ ສອດຄ່ອງກັບເອກະສານສັນຍາ ຫຼື ບໍ່. ວິທີການດັ່ງກ່າວອາດຈະໃຊ້ກວດສອບຕົວຢ່າງທີ່: 
a. ເປັນພື້ນຖານທີ່ຈະສະເໜີຂາຍໃຫ້ລູກຄ້າ. 
b. ເພື່ອກວດສອບ ແລະ ຢັ້ງຢືນຄຸນນະພາບກາເຟຖຶກຕ້ອງກັບຄວາມຕ້ອງການຂອງລູກຄ້າ. 
c). ເມື່ອກວດກາເພື່ອກໍານົດລັກສະນະຕ່າງໆຂອງກາເຟເພື່ອປະໂຫຍດທາງດ້ານເຕັກນິກ, ການຄ້າການບໍລິຫານ ແລະ ການຕັດສິນ. 
d). ຄຸ້ມຄອງຄຸນນະພາບ ແລະ ກວດສອບຄຸນນະພາບ. 
e). ເພື່ອໃຊ້ເປັນຫຼັກຖານພະຍານຕົວຢ່າງໃນຄາວຕ້ອງການມາດຖານສາກົນດັ່ງກ່າວໃຊ້ກັບກາເຟຊ້ອມທີ່ບັນຈຸໃນກະສອບຕາມການຈໍາແນກຂອງ ISO 3509. 
2. ເອກະສານອ້າງອີງ 
ISO 3509 ຄໍາສັບກ່ຽວກັບກາເຟ ແລະ ຜະລິດເປັນກາເຟ ISO 6666 ກາເຟຄັດອອກ. 
3. ຄໍານິຍາມ 
ຄໍານິຍາມຕໍ່ໄປນີ້ ແມ່ນເພື່ອນໍາໃຊ້ເຂົ້າໃນການປະຕິບັດມາດຖານສາກົນເພື່ອຄວາມເປັນເອກະພາບກັນ. 
    Consignment: ການຈຸດສົງ ຫຼື ຮັບສິນຄ້າກາເຟພາຍໃຕ້ການສັນຍາ ແລະ ການລໍາລຽງ, ອາດຈະຈັດເປັນສ່ວນດຽວກັນໄດ້.
    Lot: ໝາຍເຖິງສິນຄ້າສ່ວນໃດສ່ວນໜື່ງ ຫຼື ທັງໝົດທີ່ມີລັກສະນະສະໝໍ່າສະເໝີຕັ້ງແຕ່ 1000 ກະສອບຂື້ນໄປ, ເປັນສິນຄ້າປະເພດດຽວ, ຢີຫໍ່ດຽວ, ເຄື່ອງໝາຍດຽວ ຊຶ່ງສາມາດກວດສອບໄດ້ໂດຍງ່າຍ.
    Damageg bags: ກະສອບທີ່ຈີກຂາດ, ເປື້ອນສົກກະປົກ, ປົນເປື້ອນ ຊຶ່ງອາດເຮັດໃຫ້ກາເຟເສຍຄຸນ.
    Sample. ຕົວຢ່າງສິນຄ້າເຊິ່ງຄຸນສົມບັດຂອງສິນຄ້າອາດຈະກວດສອບໄດ້ງ່າຍ. 
    Increment, primary sample: ປະລິມານຕົວຢ່າງຈໍານວນ 306 ກມ ທີ່ໄດ້ຈາກກະສອບໜຶ່ງ ຫຼື 1 lot.
    Bulk sample: ໝາຍເຖິງປະລິມານຕົວຢ່າງ ຢ່າງໜ້ອຍ 1500 g ທີ່ໄດ້ຈາກການສຸ່ມຕົວຢ່າງ ຫຼາຍກະສອບ ຫຼື lot ສະເພາະ.
    Blended bulk sample, Blended lot sample: ໝາຍເຖິງ ຕົວຢ່າງທີ່ໄດ້ຈາກການລວບລວມຕົວຢ່າງມາຈາກຫຼາຍໆກະສອບໃນ lot ດຽວກັນ. 
    Laboratory sample, final sample: ໝາຍເຖິງປະລິມານ ຕົວຢ່າງຢ່າງໜ້ອຍ 300 g ທີ່ໄດ້ຈາກ Blended bulk sample ຈາກ lot ສະເພາະ 
4. ການຈັດການດ້ານບໍລິຫານ 
    Sampling personal: ໝາຍເຖິງພະນັກງານເກັບຕົວຢ່າງທີ່ມີປະສົບການຊຶ່ງໄດ້ຜ່ານການຝຶກອົບຮົມ ຫຼື ອົງກອນສະເພາະດ້ານຕົວຢ່າງ. 
    ການເກັບຕົວຢ່າງຄວນເກັບແຕ່ລະ lot ໃນສະຖານທີ່ທີ່ອອກແບບມາໃຫ້ຮັບປະກັນຕົວຢ່າງ ເພື່ອບໍ່ໃຫ້ເປື້ອນເປິະ, ເພື່ອຫຼີກລ້ຽງການເຊື່ອມຄຸນ, ເຄື່ອງມື ແລະ ອຸປະກອນ ຕ້ອງໃຫ້ສະອາດ ປາສະຈາກກິ່ນທີ່ບໍ່ດີ. ຕົວຢ່າງບໍ່ຄວນເກັບຈາກກະສອບທີ່ຖືກທໍາລາຍ 
1) ໃນໄລຍະກໍາລັງຮ່າງເອກະສານ. 
4.3 ການລາຍງານຕົວຢ່າງທີ່ເກັບພາຍຫຼັງໄດ້ເກັບຕົວຢ່າງມາແລ້ວຄວນກະກຽມບົດລາຍງານທັນທີ.
5. ການວິໃຈ ແລະ ການກວດກາກ່ອນການເກັບຕົວຢ່າງຈາກ lot
ຕ້ອງວິໃຈ ແລະ ກວດກາສິນຄ້າແຕ່ລະ lot ກອນເກັບຕົວຢ່າງ.
6. ຫຼັກການ ແລະ ວິທີເກັບຕົວຢ່າງ
ວິທີການທີ່ຈະກ່າວໃນຕໍ່ໄປນີ້ແມ່ນວິທີການເກັບຕົວຢ່າງ ເພື່ອເປັນປະໂຫຍດໃນການຕັດສິນ. 
7. ອຸປະກອນ 
7.1. Coffee trier: ເຄື່ອງມືສະເພາະການເກັບເອົາຕົວຢ່າງກາເຟ ຈາກກະສອບໂດຍທີ່ບໍ່ໄດ້ເປີດກະສອບຕາມເອກະສານຂອງ ISO 6666. 
8. ການຫຸ້ມຫໍ່ ແລະ ບັນຈຸລົງຜູ້ສິນຄ້າ
ການຫຸ້ມຫໍ່ ແລະ ບັນຈຸລົງຕູ້ສິນຄ້າທີ່ໄດ້ກໍານົດໄວ້ໃນຂໍ້ 4.2 ພ້ອມທັງລະບົບອັດ, ຄວນສະອາດ, ແຫ້ງ ແລະ ເປັນວັດສະດຸທີ່ທົນທານຕໍ່ສະພາບການຕ່າງໆໃນໄລຍະລໍາລຽງຂົນສົ່ງ ເພື່ອຮັກສາກາເຟບໍ່ໃຫ້ປ່ຽນແປງ ແລະ ເສຍຄຸນໃນໄລຍະໃດຫນຶ່ງ. 
9. ຂັ້ນຕອນ 
9.1. ການເອົາຕົວຢ່າງເບື້ອງຕົ້ນ (Increment) 
9.1.1. ການເອົາຕົວຢ່າງເບື້ອງຕົ້ນຈາກສິນຄ້າບໍ່ຕໍ່າກ່ວາ 10-100 ກະສອບ. ໃນກໍລະນີມີຫຼາຍກວ່າ 100 ກະສອບກໍ່ຄວນເກັບຕົວຢ່າງບໍ່ຕໍ່າກວ່າ 10% ຍົກເວັ້ນຈະມີຂໍ້ຕົກລົງສະເພາະໃນສັນຍາ.
9.1.2. ການເກັບຕົວຢ່າງເບື້ອງຕົ້ນ (Increment)
ຄວນເກັບແບບສຸ່ມຈາກຫຼາຍບໍລິເວນໂດຍການໃຊ້ coffee tier, ແຕ່ລະກະສອບທີ່ເກັບຕົວຢ່າງຄວນເກັບ 3 ຈຸດແຕກຕ່າງກັນ.
ໝາຍເຫດ 
1. ກະສອບທີ່ເສຍຫາຍຕ້ອງໄດ້ແຍກອອກຈາກ lot ແລະ ເກັບຕົວຢ່າງໂດຍສະເພາະ (ເບິ່ງ 9.2.1)
2. ເພື່ອໃຫ້ໄດ້ຕົວຢ່າງ 1500 g (3.6) ອາດມີຄວາມຈໍາເປັນເກັບ ຕົວຢ່າງເບື້ອງຕົ້ນຈາກກະສອບດຽວ
3. ຄັ້ງ. 9.2. ການກະກຽມຕົວຢ່າງ 
9.2.1. ການລວມຕົວຢ່າງ
ສັງເກດຕົວຢ່າງເບື້ອງຕົ້ນທີ່ເກັບໄດ້. ຖ້າສັງເກດເຫັນຕົວຢ່າງມີຄວາມສະໝໍ່າສະເໝີຈິ່ງລວມເຂົ້າກັນ. ຕິດປ້າຍຕົວຢ່າງໃຫ້ຊັດເຈນ, ໃນກໍລະນີຕົວຢ່າງບໍ່ສະໝໍ່າສະເໝີ ໃຫ້ຄັດແຍກຕົວຢ່າງອອກຕ່າງຫາກພ້ອມລາຍງານຕາມຂັ້ນຕອນ. ຕົວຢ່າງທີ່ໄດ້ຈາກກະສອບທີ່ຈີກຂາດບໍ່ຄວນເອົາປົນກັບຕົວຢ່າງດີ.
9.2.2. ການປະສົມຕົວຢ່າງເຂົ້າດ້ວຍກັນ
ນໍາເອົາຕົວຢ່າງທີ່ໄດ້ຈາກຂໍ້ 9.2.1 ມາປະສົມກັນ. 
9.2.3. ຕົວຢ່າງສໍາລັບຫ້ອງວິໄຈ
ນໍາເອົາຕົວຢ່າງຈາກ 9.2.2 ໃຫ້ໄດ້ 300 g ແລ້ວຂຽນປ້າຍຕິດ. ຊັດເຈນເພື່ອນໍາເຂົ້າໄປວິໄຈ ( ເບິ່ງ 33 ວັກ 10 ). 
10. ການຫຸ້ມຫໍ່ ແລະ ນໍາສົ່ງສິນຄ້າຕົວຢ່າງ 
10.1. ຕົວຢ່າງສິນຄ້າທີ່ຈະຈໍາໜ່າຍຕ້ອງລະມັດລະວັງໃນການຫຸ້ມຫໍ່, ແຈ້ງຄວາມຊຸ່ມ, ຄວນຫຸ້ມຫໍ່ດ້ວຍວັດສະດຸທີ່ເກັບຄວາມຊຸ່ມ. 
ໝາຍເຫດ: ໃນການກວດສອບລັກສະນະຄຸນນະພາບທີ່ບໍ່ມີສ່ວນກ່ຽວຂ້ອງກັບຄວາມຊຸ່ມ ຕົວຢ່າງດັ່ງກ່າວອາດຈະເກັບຕົວຢ່າງໄດ້ຈາກສະຖານທີ່ໆເໝາະສົມ, ສະຖານທີ່ອາກາດລ່ວງດີ.
10.2. ການຕະຫຼາດ ຕົວຢ່າງສິນຄ້າຕ້ອງຈໍາແນກລະອຽດໂດຍການບັນທຶກຂໍ້ມູນຕ່າງໆໃນຕູ້ສິນຄ້າ ຫຼື ຕິດປ້າຍໃສ່ຕູ້ສີນຄ້າໂດຍມີຂໍ້ມູນລະອຽດ: 
1. ວັນເກັບຕົວຢ່າງ
2. ຊື່ຜູ້ເກັບຕົວຢ່າງ
3. ພາຫານະການຂົນສົ່ງ ຫຼື ເລກທີສັນຍາ 
4. ຊື່ເຮືອບັນທຸກ ຫຼື ລົດຂົນສົ່ງ 
5. ແຫຼ່ງທີ່ມາຂອງກາເຟ 
6. ເຄື່ອງໝາຍ ແລະ ເລກໝາຍລວມທັງແຫຼ່ງກໍາເນີດຂອງກາເຟ 
7. ຈໍານວນກະສອບໃນ lot 
8. ນໍ້າໜັກຕົວຢ່າງ
11. ການລາຍງານຕົວຢ່າງ
ຮ່າງບົດລາຍງານຕົວຢ່າງຕ້ອງໃຫ້ມີຂໍ້ມູນຄົບທີ່ກ່ຽວຂ້ອງກັບວິທີການເກັບຕົວຢ່າງ, ການປະກົດຄວາມເສຍຫາຍຂອງກະສອບ, ປະເພດການຖືກທໍາລາຍ ແລະ ຈໍານວນກະສອບກະສອບຖືກທໍາລາຍແຕ່ລະ lot ພ້ອມດຽວກໍ່ຂໍ້ສັງເກດອື່ນໆທີ່ມີສ່ວນພົວພັນກັບຄຸນນະພາບສິນຄ້າ ຕົວຢ່າງ.
ບົດລາຍງານຕ້ອງແຈ້ງໃຫ້ຊາບກ່ຽວກັບເງື່ອນໄຂສະຖານທີ່ຂອງ Iot ໂດຍສະເພາະຄວາມອາດສາມາດໃນການຖືກທໍາລາຍຈາກສິ່ງຕ່າງໆ.
12. ຂໍ້ຄວນລະມັດລະວັງໃນໄລຍະການເກັບມ້ຽນ ແລະ ຂົນສົ່ງ 
12.1. ຕົວຢ່າງສໍາລັບຫຼັງວິໄຈຄວນນໍາສົ່ງໃຫ້ຮອດຫ້ອງວິໄຈໂດຍໄວເທົ່າໃດຍິ່ງເປັນການດີ ພາຍໃນບໍ່ເກີນ 48 ຊົ່ວໂມງ, ຍົກເວັ້ນໃນກໍລະນີຈໍາເປັນເຊັ່ນ: ຖືກວັນພັກ. ບົດລາຍງານຕົວຢ່າງຄວນສົ່ງໄປພ້ອມໆກັນ.
12.2. ພາຍຫຼັງຈາກສົ່ງຕົວຢ່າງສໍາລັບຫ້ອງວິໄຈແລ້ວ ຕົວຢ່າງທີ່ຍັງເຫຼືອຄວນເກັບໄວ້ໃນສິນຄ້າທີ່ມີລາຍລະອຽດຕາມ 10.2 ເພື່ອປະໂຫຍດໃນການກວດສອບຄັ້ງຕໍ່ໄປຖ້າຈໍາເປັນ, ຈົນກ່ວາຈະໄດ້ນໍາສົ່ງສິນຄ້າເປັນຄັ້ງສຸດທ້າຍໃຫ້ຜູ້ຊື້.
ຄໍາແນະນໍາກ່ຽວກັບຄຸນນະພາບ ແລະ OTA ສໍາລັບ ສປປ ລາວ
ສປປ ລາວ ແມ່ນກໍາລັງພະຍາຍາມສ້າງ, ກໍານົດມາດຖານຄຸນນະພາບສິນຄ້າກາເຟຂອງຕົນໃນການສົ່ງອອກໂດຍອິງໃສ່ບັນດາເອກະສານ ແລະ ກົດເກນລະບຽບການຕ່າງໆຂອງ ICO ແລະ Guidelines on coffee Quality ໂໝະ ແລະ OTA ຈະຫຼຸດຜ່ອນໄດ້ ໂດຍການເອົາໃຈໃສ່ໃນການປະຕິບັດແຕ່ລະ ຂັ້ນຕອນ. ປະລິມານສູງສຸດຂອງ OTA ສະແດງອອກເປັນສ່ວນຕື້ ( ppb ). ຕາມລະບຽບຂອງ ECC , ສປປ ລາວ ຄວນເອົາໃຈໃສ່ ແລະ ລະມັດລະວັງ ພ້ອມທັງຊອກວິທີຫຼຸດຜ່ອນ OTA (ລາຍລະອຽດໃນຫນ້າ 54)

ຕາຕະລາງລຸ່ມນີ້ສະແດງປະລິມານທີ່ແຕ່ລະປະເທດອະນຸຍາດ

ກາເຟ

ສານພິດທີ່ກໍ່ໃຫ້ເກິດອັນຕະລາຍຕໍ່ຕັບ Ochratoxin A ເກິດຈາກກາເຟຕົກໂໝະດັ່ງນັ້ນຄວນຫຼີກເວັ້ນໂດຍການເອົາໃຈໃສ່ທຸກຂັ້ນຕອນຂອງການປຸງແຕ່ງ.

Contribute