ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

ການຜະລິດກາເຟເພື່ອຈະໃຫ້ໄດ້ຄຸນນະພາບດີມີຫຼາຍປັດໄຈທາງດ້ານສິ່ງແວດລ້ອມຕ້ອງເອົາໃຈໃສ່ຄື: ຄວາມສູງ, ອຸນຫະພູມ, ນ້ຳຝົນ ແລະ ການສະໜອງນ້ຳ, ດິນ ແລະ ຄວາມຄ້ອຍຊັນຂອງພູມມີປະເທດ. ລັກສະນະຄວາມສູງຂອງພື້ນທີ່ແມ່ນມີອິດທິພນຕໍ່ປັດໃຈຕ່າງໆ. ເຊິ່ງຕ້ອງຄວບຄູ່ໄປກັບອຸນຫະພູມ, ນ້ຳຝົນ, ການສະໜອງນ້ຳ, ດິນ, ລັກສະນະຄ້ອຍຊັນຂອງດິນ ແມ່ນບັນຫາສຳຄັນຕົ້ນຕໍ່ຂອງການຕັດສິນໃຈຂອງການປູກກາເຟ. ລະດັບສູງຕັ້ງແຕ່ 1000 ແມັດຂຶ້ນໄປ ແມ່ນເໝາະສົມສຳຫຼັບການປູກກະເຟຄັງ, ສຳຫຼັບພື້ນທີ່ຕໍ່າກວ່າ 1000 ແມັດ ຈະເຮັດໃຫ້ຄຸນນະພາບກາເຟ ຕົກຕໍ່າ. ສະເພາະຢູ່ໃນ ສປປ ລາວ ພື້ນທີ່ໃນລະດັບ 1000 ແມັດ ຂື້ນໄປແມ່ນມີຢ່າງຫຼວງຫຼາຍເຊິ່ງສາມາດຜະລິດກະເຟທີ່ມີຄຸນນະພາບສູງໂດຍສະເພາະໃນເຂດພູພຽງບໍລິເວນ. ໃນພື້ນທີມີລະດັບສູງຈະເປັນຕົວສຳຄັນໃນການປັບປຸງຄຸນນະພາບຂອງເມັດ ແລະ ຄຸນນະພາບການດື່ມທັງນີ້ກໍ່ເນື່ອງຈາກວ່າໃນພື້ນທີ່ສູງອາກາດເຢັນຈະຊ່ວຍໃຫ້ໝາກສຸກຊ້າເຊິ່ງເປັນຕົວສຳຄັນໃນການປັບປຸງລົດຊາດ ການດື່ມເຮັດໃຫ້ລົດຊາດຂອງກາເຟມີກີ່ນຫອມ, ເມັດສົມບູນ ແລະ ລົດຊາດເປັນອາຊິດເລັກນ້ອຍ.

ອຸນຫະພູມ
ກາເຟຄັງໂດຍທຳມະຊາດແລ້ວອາກາດເຢັນອຸນຫະພູມໃນກາງເວັນປະມານ 20-25 ອົງສາ ເງື່ອນໄຂ ດັ່ງກ່າວແມ່ນມີພຽງບໍລິເວນເຊັ່ນ: ເຂດປາກຊ່ອງ ອຸນຫະພູມສະເລ່ຍ 19, 5 ອົງສາ, ສູງເຖິງ 12000 ແມັດ, ເງື່ອນໄຂດັ່ງກ່າວມີພຽບພ້ອມໃນເຂດພູພຽງບໍລິເວນເຊັ່ນດັ່ງນີ້: 
- ປາກຊ່ອງ ອຸນຫະພູມກາງເວັນສະເລ່ຍ 19,5 ອົງສາ ລະດັບສູງ 1200 ແມັດ.
- ຫຼັກ 42 ອຸນຫະພູມກາງເວັນສະເລ່ຍ 20,5 ອົງສາ ລະດັບສູງ 1100 ແມັດ.
- ບ້ານອີ່ຕູ້ ອຸນຫະພູມກາງເວັນສະເລ່ຍ 22,2 ອົງສາ ລະດັບສູງ 880 ແມັດ.
- ຫຼັກ 34 ອຸນຫະພູມກາງເວັນສະເລ່ຍ 19,0 ອົງສາ ລະດັບສູງ 1500 ແມັດ.

ນໍ້າຝົນ ແລະ ການສະໜອງນ້ຳ
ປະລິມານນ້ຳຝົນທີ່ເໝາະສົມສຳຫຼັບກາເຟນ້ອຍແມ່ນ 1200-1500 ມມ/ປີ ແຕ່ສິ່ງສຳຄັນທີ່ສຸດນອກຈາກປະລິມານທີ່ເໝາະສົມແລ້ວຍັງແມ່ນກະຈາຍຂອງນ້ຳຝົນ. ບາງຕົວເລກປະລິມານນ້ຳຝົນໃນເຂດພູພຽງບໍລິເວນ ເຊັ່ນ: ປາກຊ່ອງ ປະລິມານ້ຳຝົນ 3474 ມມ, ຫຼັກ 42 ປະລິມານ້ຳຝົນ 3534 ມມ, ບ້ານອີ່ຕູ້ ປະລິມານ້ຳຝົນ 3236 ມມ, ຫຼັກ 34 ປະລິມານ້ຳຝົນ 2500 ມມ.

ສິ່ງສຳຄັນທີ່ສຸດຄືການກະຈາຍນ້ຳຝົນໃນໄລຍະ 9 ເດືອນ ເຊິ່ງຈະພົບໃນເຂດພື້ນທີ່ສູງໆ ເຂດພູພຽງບໍລິເວນ. ສຳຫຼັບພື້ນທີ່ຕໍ່າໆປະລິມານນ້ຳຝົນຈະຕໍ່າກວ່າທີ່ກຳນົດໄວ້ ດັ່ງນັ້ນມີຄວາມຈຳເປັນທີ່ຈະໃຫ້ນ້ຳຊົນລະປະທານເຂົ້າຊ່ວຍ. ເຖິງຢ່າງໃດກໍ່ຕາມ ບໍ່ໄດ້ໝາຍຄວາມວ່າ ກາເຟຕ້ອງການຄວາມຊຸ່ມຕະຫຼອດປີ ໂດຍ ທຳມະຊາດຂອງກະເຟແລ້ວຕ້ອງ ການຄວາມແຫ້ງໄລຍະໃດໜື່ງ ເພື່ອເປັນການຕຸ້ນ ໃຫ້ດອກຈະເລີນເຕີບໂຕ ຫຼື ເປັນການກະຕຸ້ນຕາດອກໃຫ້ຈະເລີນເຕິບໂຕ ຫຼື ເປັນການກະຕຸ້ນຕາດອກ. ຖ້າຫາກປີໃດຫາກບໍ່ມີສະພາບດັ່ງກ່າວ ການອອກດອກຂອງ ກາເຟອາດຈະແກ່ຍາວ ຊຶ່ງຈະພົວພັນກັບການເກັບກ່ຽວອາດມີຄວາມຫຍຸ້ງຍາກ. ຢູ່ ສປປ ລາວ ໃນພື້ນທີ່ໆມີລະດັບ 1000 ແມັດ ຂື້ນໄປ ຈະມີໄລຍະແຫ້ແລ້ງປະມາານ 3 ເດືອນ ເຊິ່ງເໝາະສົມກັບການປູກກາເຟຄັງ. 

ດິນ (ປະເພດຂອງດິນ)

ເພື່ອຄວາມສຳເລັດໃນການປູກກາເຟຊັ້ນດິນຄວນມີຄວາມເລິກຢ່າງໜ້ອຍ 1 ແມັດ ລະບາຍນ້ຳດີ ເນື່ອງຈາກວ່າ ກາເຟບໍ່ທົນທານຕໍ່ສະພາບນ້ຳຂັງ. ເຖິງແມ່ນວ່າກາເຟຈະສາມາດປູກໃນດິນໄດ້ຫຼາຍໆປະເພດ ແຕ່ດິນທີ່ເໝາະສົມທີ່ສຸດຄວນເປັນດິນທີ່ອຸດົມສົມບູນດ້ວຍແຮ່ທາດເຊັ່ນ: ດິນພູໄຟ ຫຼື ດິນລ້ວນຊາຍ. ໃນທາງກົງກັນຂ້າມຖ້າເປັນລັກສະນະດິນໜຽວແມ່ນບໍ່ເໝາະສົມ ເນື່ອງຈາກການລະບາຍນ້ຳບໍ່ໄດ້ດີ. ສຳຫຼັບດິນໃນດິນດົງບໍລິເວນແມ່ນສອງຄ່ອງກັບການປູກກາເຟ ເນື່ອງຈາກເປັນດິນພູໄຟເກົ່າ, ເຊິ່ງມີສີແດງ ແລະ ລະບາຍນ້ຳໄດ້ດີ. ຄວາມເປັນກົດເປັນດ່າງຂອງດິນທີ່ເໝາະສົມ ສຳຫຼັບກະເຟ ແຕ່ 5-6 (pH 5-6) ແຕ່ໃນສະພາບຄວາມເປັນຈິງ ດິນໃນດົງບໍລະເວນ ທີ່ກຳລັງປູກກາເຟ ໃນປະຈຸບັນ ໂດຍທົ່ວໄປມີຄ່າຄວາມເປັນກົດເປັນດ່າງໜ້ອຍກວ່າ 5 ດັ່ງນັ້ນ ມີຄວາມຈຳເປັນຕ້ອງໃສ່ປູນຂາວ ຫຼື dolomite ໃນການປັບປຸງດິນ. ສາຍເຫດຂອງ pH ໜ້ອຍກວ່າ 5 ແມ່ນຈະເຮັດໃຫ້ການລະລາຍຂອງທາດ P ມີເຂດຈຳກັດ. ເພື່ອແກ້ໄຂບັນຫາດັ່ງກ່າວ ໃນດິນທີ່ມີ pH ໜ້ອຍກ່ວຍ 5 ຈຳເປັນຕ້ອງໃຊ້ປູນຂາວ ຫຼື dolomite ເພື່ອປັບຄວາມເປັນກົດເປັນດ່າງຂອງດິນ.

ລັກສະນະຄວາມລາບຊັນຂອງໜ້າດິນ.

ຄວາມລາບຊັນທີ່ເໝາະສົມສຳຫຼັບການປູກກາເຟບໍ່ເກີນ 15% ໂດຍສະພາະຈຸດພິເສດດົງບໍລະເວນສ່ວນຫຼາຍ ແມ່ນມີຄວາມລາບຊັນເໝາະສົມສຳຫຼັບການປູກກະເຟ. ບໍລິເວັນທີ່ມີຄວາມລາບຊັນສູງ ບັນຫາສຳຄັນແມ່ນການເຊາະເຈື່ອນຂອງດິນ, ເພື່ອແກ້ໄຂບັນຫາດັ່ງກ່າວຈື່ງມີຄວາມຈຳເປັນຕ້ອງປູກກາເຟແບບນາຂັ້ນໄດ ພ້ອມທັງມີແລ້ວກັນເຈື່ອນ. ພື້ນທີ່ໆມີຄວາມລາບຊັນພໍດີຈະຊ່ວຍໃຫ້ການລະບາຍນ້ຳໄດ້ດີ ແລະ ຫຼຸຸດຜ່ອນການຖືກທຳລາຍຈາກນ້ຳໜອກຂຸ້ນ. ສີ່ງສຳຄັນບໍ່ຄວນປູກກາເຟໃນພື້ນທີ່ໆຫຼຸບ (ແຕ່ຄວນຫຍັບຂື້ນໃນບໍລິເວນພໍດີ) ເພື່ອຫຼິກເວັ້ນຈາກນ້ຳຂັງ, ໝອກຂຸ້ນ ແລະ ໝາກເຫັບ. ພ້ອມດຽງກັນໃນບໍລິເວນທີ່ມີລົມແຮງ ຄວນພິຈາລະນາໄມ້ກັ້ງບັງກ່ອນການປູກກາເຟ ເພື່ອປ້ອງການເສຍຫາຍໃນລົງແຮງ.

ນ້ຳ ແລະ ການສະໜອງນ້ຳ

ກາເຟຕ້ອງການນ້ຳໃນລະດັບພໍດີໃນໄລຍະການຈະເລີນເຕິບໂຕ ແລະ ການໃຫ້ໝາກຜົນ. ແຕ່ເຖິງຢ່າງໃດກໍ່ຕາມ ຈຸດພິເສດຂອງກາເຟແມ່ນຕ້ອງການຄວາມແຫ້ງແລ້ງໄລຍະໃດໜື່ງເພື່ອກະຕຸ້ນການພັດທະນາການອອກດອກ ແລະ ຂະຫຍາຍຢ່າງສົມບູນ. 

Contribute