ການຄັດເລືອກແກ່ນພັນ

ກາເຟສາມາດປູກໄດ້ຈາກການກ້າແກ່ນ, ຈາກກິ່ງປັກຊຳ. ຈາກການຕິດຕາ ຫຼື ການຂະຫຍາຍພັນແພຈຸລັງ. ສຳຫຼັບກາເຟຄັງແລ້ວ ສ່ວນຫຼາຍແມ່ນຂະຫຍາຍພັນດ້ວຍການກ້າແກ່ນ, ຍົກເວັ້ນໃນວຽກງານການຄົ້ນຄວ້າທົດລອງພິເສດ, ຈິ່ງໃຊ້ດ້ວຍການຂະຫຍາຍພັນດ້ວຍວິທີອື່ນໆ. ການຄັດເລືອກແນວພັນ ຄວນເລືອກຈາກຕົ້ນທີ່ແຂງແຮງ, ສົມບູນ, ປາສະຈາກພະຍາດ ແລະ ແມງໄມ້, ເປັນສາຍພັນດີເດັ່ນ. ຕ້ອງສຳນຶກສະເໜີວ່າ ອັດຕາຄວາມງອກຂອງກາເຟແມ່ນບໍ່ກາຍ 3 ເດືອນ. ຫຼັງຈາກນັ້ນ ອັດຕາຄວາມງອກຈະຕໍ່າລົງເລື້ອຍໆ ຍົກເວັ້ນຈະເກັບຮັກສາໄວ້ໃນສະຖານທີ່ພິເສດ. ທີ່ຄວບຄຸມອຸນຫະພູມ ແລະ ຄວາມຊຸ່ມໄດ້ຕາມຕ້ອງການ. ຄວນຄັດເລືອກເມັດທີ່ສຸກດີ, ແນວພັນໃຫ້ຜົນຜະລິດສູງ, ທົນທານຕໍ່ພະຍາດ ແລະ ແມງໄມ້, ຄຸນນະພາບການດື່ມດີ. ຫຼັງຈາກເລືອກໄດ້ແລ້ວ ນຳເອົາເມັດພັນດັ່ງກ່າວ ມາອີ້ວເປືອກອອກບົ່ມໄວ້ 1 ຄືນ. ລ້າງໃຫ້ສະອາດ ແລະ ນຳມາຕາກໃນຮົ່ມ ຍົກພື້ນສູງຈາກດິນ ແລະ ບໍລິເວນທີ່ມີອາກາດລ່ວງດີ. ການຕາກດັ່ງກ່າວໃຊ້ເວລາປະມານ 3 ມື້ ໂດຍໜັ່ນປີ້ນເມັດກາເຟເລື້ອຍໆ ເພື່ອໃຫ້ຄວາມແຫ້ງສະໝ່ຳສະເໝີກັນ, ຄວາມຊຸ່ມເມັດກາເຟທີ່ຈະໃຊ້ເປັນແນວພັນບໍ່ຄວນຕໍ່າກວ່ານີ້ 10% ເນື່ອງຈາກຈະກະທົບກະເທືອນຕໍ່ຄວາມງອກ. ຄັດເລືອກເອົາເມັດທີ່ບໍ່ສົມບູນ ແລະ ເມັດຜິດປົກກະຕິອອກໃຫ້ໝົດ. 

ການຈົດບັນທຶກ
ທຸກໆກິດຈະກຳທີ່ໄດ້ປະຕິບັດໃນການກ້າເບ້ຍຕ້ອງບັນທຶກໃຫ້ລະອຽດ. ເພື່ອໃຫ້ກຳໄດ້ສະຖີຕິ ແລະ ລາຍລະອຽດຕ່າງໆ ແລະ ກໍ່ເພື່ອຫຼີກລ່ຽງການຫຼົງລືມໃນການປະຕິບັດຕ່າງໆ.

ເວລາໃນການເລີ່ມເຮັດສວນກ້າ
ແກ່ນກາເຟທີ່ເລືອກໄດ້ແລ້ວທີ່ຈະນຳໄປກ້າໃຫ້ຮີບນຳໄປກ້າໂດຍໄວ, ການເກັບຮັກສາໄວ້ຍາວນານແມ່ນມີຜົນກະທົບໂດຍກົງຕໍ່ອັດຕາຄວາມງອກ ແລະ ເພື່ອໃຫ້ທັນກັບເວລາທີ່ຈະນຳໄປປູກກັບສວນປູກ, ເວລາທີ່ເໝາະສົມສຳຫຼັບ ສປປ ລາວ ແມ່ນເດືອນທັນວາ.

ການຄຳນນວນຄວາມຕ້ອງການເບ້ຍກາເຟເພື່ອນຳໄປປູກ ແລະ ພື້ນທີ່ໆຈະໃຊ້ກ້າເບ້ຍ
ເນື່ອງຈາກວ່າເມັດກາເຟສູນເສຍຄວາມງອກຢ່າງວ່ອງໄວ ສະນັ້ນ ວັນເກັບມ້ຽນໃນເງື່ອນໄຂຊຸ່ມ ແລະ ເຢັນເຊັ່ນ: ຊັ້ນລຸ່ມສຸດຂອງຕູ້ເຢັນ, ກາເຟຄັງ ໂດຍທົ່ວໄປຈະມີ 3000-4000 ແກ່ນ/ກິໂລກຣາມ, ໃນ 1 ເຮັກຕາ ຖ້າປູກໄລຍະຫ່າງ 2 ແມັດ x 1,5 ແມັດຈະ ຕ້ອງການ 3,333 ຕົ້ນ/ເຮັກຕາ, ເພື່ອຢາງຮູ້ພື້ນທີ່ໆຈະໃຫ້ກ້າເບ້ຍ ເຮົາມີຄວາມຈຳເປັນຄວນຮູ້: ພື້ນທີໆຈະປູກ, ໄລຍະຫ່າງທີ່ຈະປູກ, ຈຳນວນຕົ້ນ/ເຮັກຕາ, ປະລິມານແນວພັນທີ່ຕ້ອງການກ້າເບ້ຍ ແລະ ອັດຕາຄວາມງອກຂອງແກ່ນພັນ.

ສູດໃນການຄຳນວນ
ຊອກຫາເນື້ອທີ່ກ້າເບ້ຍ = ເຊັ່ນ: ຢາກປູກ 1 ເຮັກຕາໃຊ້ໄລຍະ 2 ແມັດ x 1.5 ແມັດ. ຮູ້ວ່າຈຳນວນຕົ້ນ = 3,333 ຕົ້ນ/ເຮັກຕາ (10000ມ2/ 2 x 1.5 ມ). ອັດຕາຄວາມງອກ = ສົມມຸດໃຫ້ 75%, ດັ່ງນັ້ນຕ້ອງການແກ່ນພັນ = (100 x 3000)/ 75 = 4444 ເມັດ,  ໜານກ້າກວ້າງ 1 ແມັດ ແລະ ວາງແກ່ນຫ່າງກັນ 2 x 10 ຊມ, ດັ່ງນັ້ນ ເມັດ 50 ເມັດ/ແຖວ, ຕ້ອງການ 4444 ແກ່ນ/50 ແມັດໃນ 1 ແຖວ = 90 ແຖວ. ແຖວຫ່າງກັນ 10 ຊມ. ດັ່ງນັ້ນ 90 ແຖວ x 10 = 9 ແມັດ. ສະຫຼຸບແລ້ວ ຕ້ອງໃຊ້ໜານກ້າ ກວ້າງ 1 ແມັດ x 9 ແມັດ.

ການຕັ້ງເຮືອນກ້າເບ້ຍ ແລະ ການຈັດໜານກ້າເບ້ຍ
ຄວນເລືອກສະຖານທີ່ໄກນ້ຳ ຫຼີກເວັ້ນນ້ຳຖ້ວຍ ຫຼື ນ້ຳຂັງ, ປອດໄພຈາກສິ່ງລົບກວນ ຫຼື ສັດລ້ຽງ.

ການກຽມໜານກ້າເບ້ຍ 
ເນື່ອງຈາກຄວາມງອກຂອງກາເຟຊ້າ ໂດຍສະເພາະໃນເດືອນ 12 ແລະ ເດືອນ 1 ເຊິ່ງເປັນຊ່ວງອາກາດເຢັນທີ່ສຸດ. ດັ່ງນັ້ນ ຈິ່ງມີຄວາມຈຳເປັນທີ່ຕ້ອງປົກຄຸມໜານກ້າເບ້ຍດ້ວຍຜ້າຢາງໃສ ເພື່ອໃຫ້ມີຄວາມຮ້ອນໃນການແຕກງອກຂອງເມັດກາເຟ. ຫຼັງຈາກກ້າແກ່ນກາເຟສຳເລັດແລ້ວ ສິ່ງສຳຄັນຈະຕ້ອງມີເຮືອນກັ້ງບັງ, ເຊິ່ງເຮືອນຮົ່ມ ດັ່ງກ່າວອາດຈະໃຊ້ວັດສະດຸທ້ອງຖີ່ນ ຫຼື ຕາໜ່າງກ່ອງແສງພຣາສຕິກຂະໜາດ 50%, ຄວາມສູງຂອງວັດສະດຸກັ້ງບັງຢູ່ໃນລະດັບ 1,8 ແມັດ, ເພື່ອຄວາມສະດວກໃນການເຂົ້າໄປປະຕິບັດງານ. ໂດຍທົ່ວໄປແລ້ວການປົກຄຸມໜານກ້າເບ້ຍຄວນໃຫ້ສູງຈາກລະດັບໜ້າດິນ 75 ຊມ, ເພື່ອຮັກສາຄວາມຮ້ອນພາຍໃນໜານກ້າໃຫ້ປົກກະຕິ, ຄວນປົກຄຸມດ້ວຍຜ້າຢາງໃສເຊິ່ງອາດໃຊ້ໂຄງໄມ້ໄຜ່ຮອງຮັບ.

ໜານກ້າແກ່ນ
ສຳຫຼັບໜານກ້າແກ່ນອາດຈະໃຊ້ດິນຈີ່ ຫຼື ໄມ້ເຮັດຂອງສູງຂະໜາດ 20 ຊມ, ກວ້າງ 1 ແມັດ. ຈາກນັ້ນຈິ່ງນຳເອົາດິນທີ່ປະສົມແລ້ວ ຊິ່ງມີອັດຕາສ່ວນ 1/1 ຂອງດິນ ແລະ ຊາຍ, ແລ້ວຈື່ງທຳການກ້າແກ່ນ.

ການວາງເມັດໃນໜານກ້າ
ກ່ອນຈະນຳເມັດລົງໃນໜານກ້າ ຕ້ອງຫົດນ້ຳໜານໃຫ້ປຽກເສຍກ່ອນ, ຫຼັງຈາກນັ້ນໃຫ້ປະຕິບັດດັ່ງນີ້:
- ຂີດຮ່ອງຕາລວງກວ້າງຂອງໜານ, ເລິກ 1,2 ຊມ ແລະ ແຕ່ລະຮ່ອງຫ່າງກັນ 10 ຊມ.
- ການວາງແກ່ນໃຫ້ວາງດ້ານພຽງລົງດິນ ໂດຍໃຫ້ເມັດຫ່າງຈາກກັນ 2,5 ຊມ.
- ຫຼັງຈາກການວາງເມັດສຳເລັດແລ້ວ ເອົາດິນປົກໜ້າປະມານ 1 ຊມ.
- ຫຼັງຈາກນັ້ນ ໃຊ້ເຟືອງປົກເພື່ອຮັກສາຄວາມຊຸ່ມ ຄວບຄຸມໃຫ້ມີຄວາມຮ້ອນດ້ວຍ.
- ຫົດນ້ຳປົກກະຕິ ແລະ ລະມັດລະວັງບໍ່ໃຫ້ເມັດກາເຟຟົ້ງອອກຈາກໜານກ້າເມືອງເວລາຫົດນ້ຳ. 
ຫຼັງຈາກກ້າແກ່ນເມັດກາເຟຈະງອກປະມານ 30-50 ວັນ.

ການງອກ
ເມັດກາເຟຈະງອກດີ ແລະ ສົມບູນ ຂື້ນກັບຄວາມຮ້ອນ, ຄວາມຊຸ່ມຂອງໜານກ້າ ພາຍໃນ 4 ອາທິດ ເຖິງ 6 ອາທິດຈື່ງຈະເຫັນໃບລ້ຽງຂະຫຍາຍຕົວອອກມາ. ແຕ່ກ່ອນໜ້ານັ້ນແກ່ນກາເຟຈະງອກຮາກອອກມາກ່ອນ ພາຍໃນ 3-4 ອາທິດ. ຈາກນັ້ນຈື່ງພົ້ນດິນຂື້ນມາ ໃນໄລຍະ 20-25 ວັນນີ້, ໃບລ້ຽງທີ່ພົ້ນອອກມາຈາກໜ້າດິນ ຍັງຈະມີເປືອກກາເຟຕິດມານຳຢູ່. ຫຼັງຈາກນັ້ນເປືອກກາເຟ ຈື່ງຫຼຸດອອກຍ້ອນໃບລ້ຽງຂະຫຍາຍຕົວອອກ.

ລັກສະນະຂອງໃບລ້ຽງແມ່ນແຕກຕ່າງຈາກໃບແທ້, ມີລັກສະນະຮູບໄຂ່ ເຊິ່ງມີຂະໜາດ 20-25 ມມ, ພ້ອມໆກັບໃບລ້ຽງຂະຫຍາຍເຕັມທີ່. ຍອດອ່ອນຂອງກາເຟຈະປະກົດຕົວໃຫ້ເກັນພ້ອມໆກັບໃບແທ້ 1 ຄູ່, ຫຼັງຈາກທີ່ໃບແທ້ຂະຫຍາຍຕົວເຕັມທີ່ ໃບລ້ຽງກໍ່ຈະຕາຍໄປໃນທີ່ສຸດ. ສຳຫຼັບລະບົບຮາກແລ້ວຈະຂະຫຍາຍຕົວໄວເລີ່ມແຕ່ອາທິດທີ່ 1 ໂດຍການຂະຫຍາຍຕົວຂອງຮາກແກ້ວກ່ອນ ແລ້ວຈື່ງມີການຂະຫຍາຍຕົວຂອງຮາກຝອຍຕາມມາ. ເມື່ອຕົ້ນກ້າອາຍຸດໄດ້ 6 ເດືອນ ເຊີ່ງມີໃບປະມານ 5-11 ຄູ່ກໍ່ເລີ່ມແຕກຫງ່າຂ້າງອອກ ຕັ້ງສາກັບລຳຕົ້ນເດີມ, ເຊິ່ງງ່າແຕກດ້ານຂ້າງນີ້ຈະເປັນຈຸດຜະລິດໃນອານາຄົດ. ການໃຫ້ນ້ຳໃນໄລຍະກ້າເບ້ຍນີ້ ແມ່ນມີຄວາມສຳຄັນເພື່ອໃຫ້ຕົ້ນກ້າສົມບູນ ບໍ່ຄວນປ່ອຍໃຫ້ແຫ້ງ ແລະ ບໍ່ຄວນປ່ອຍໃຫ້ນ້ຳແຊ່ໜານກ້າ ໂດຍສະເພາະກ້າຫາກນານກ້າຖືກແຊ່ນ້ຳ ຕົ້ນກ້າອາດຈະເກີດພະຍາດເນົ່າຄໍດິນ. ເມື່ອກ້າໄດ້ຄວາມສູງ 20-30 ຊມ, ສາມາດນຳໄປປູກໄວ້.

ການບົງເບ້ຍ 
ເບ້ຍກາເຟສາມາດຍ້າຍບົງໃສ່ຖົງຢາງໄດ້ ຫຼັງຈາກທີ່ອາຍຸດ 2-3 ອາທິດ, ຫຼັງຈາກການງອກ ຊຶ່ງມີຂັ້ນຕອນດັ່ງນີ້:
- ການກະກຽມດິນປະສົມເພື່ອຮ່າຍຖົງ
- ການຍ້າຍເບ້ຍເລືອກເບ້ຍແຂງແຮງລົງບົງ
- ການບົວລະບັດຮັກສາ

ການກະກຽມດິນປະສົມເພື່ອຮ່າຍຖົງ
ຖົງທີ່ໃຊ້ຄວນເປັນສີດຳ ແລະ ມີຮູລະບາຍນ້ຳ ຂະໜາດເຖິງ 10 x 25 ຊມ, ອັດຕາສ່ວນປະສົມຂອງດິນ: ດິນ 5 ສ່ວນ, ຝຸ່ນຄອກ 1 ສ່ວນ, ປູນຂາວ 200 ກຣາມ ແລະ ຝຸ່ນຟົສເຟດ 200 ກຣາມ.

ການກະກຽມດິນປະສົມເພື່ອກ້າແກ່ນ
ຫຼັກການລວມຕ້ອງໄດ້ເອົາດິນໜ້າ ເຊິ່ງອຸດົມສົມບູນດ້ວຍອິນຊີວັດຖຸ ແຕ່ສີ່ງຄຳສັນຕ້ອງຮ່ອນດິນດັ່ງກ່າວໃຫ້ມີຂະໜາດສະໝໍ່າສະເໝີ. ໂດຍການປະສົມດິນອາດຈະໃຊ້ສູດດັ່ງລຸ່ມນີ້: 
- ດິນໜ້າ 5 ປ໋ອງ ຂະໜາດ 20 ລິດ
- ຝຸ່ນຄອກ 1 ປ໋ອງ ຂະໜາດ 20 ລິດ
- ປຸ໋ຍ 00 - 20 - 00, 200 ກຣາມ ຫຼື ໂດໂລໄມທ໌

Contribute