ໝໍນ້ອຍໃສ່ປົ່ນປາ

Andy Souvanhphukdee
ໝໍນ້ອຍປົ່ນປາ ເຮັດຈາກພືດຜັກສວນຄົວພື້ນບ້ານ ຊີວະນາໆພັນກະສິກຳລາວ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ໃບໝໍນ້ອຍ 1 ຊາມ ຫຼື ປະມານ 10-20ໃບໃຫ່ຍ
  • ໃບຍານາງ 5 ໃບ
  • ໝາກເຂືອບ້ານ 3 ໜ່ວຍ
  • ໝາກເຜັດແຫ້ງ 5 ໜ່ວຍ (ສາມາດເພີ່ມປະລິມານໄດ້ຕາມຕ້ອງການ)
  • ຫົວຜັກບົ່ວແຫ້ງ 2 ຫົວ
  • ຫອມບົ່ວ 3 ຕົ້ນ
  • ຫອມປ້ອມ 5 ຕົ້ນ
  • ປາດຸກ 2 ໂຕ (1/2 ກິໄລກຣາມ)
  • ປາແດກ 2 ບ່ວງແກງ ຫຼື ເກືອ 1 ບ່ວງຊາ
  • ນ້ຳ 1 ລິດ
phakhaolao,la

 

ຂັ້ນຕອນກະກຽມສ່ວນປະສົມ

  1. ຄ້າງໝໍ້ແກງໃສ່ນ້ຳ 2-3 ຖວ້ຍແກງ, ຕົ້ມນ້ຳປະໄວ້
  2. ນຳປາມາຄົວ ແລະ ລ້າງດ້ວຍນ້ຳທີ່ສະອາດ
  3. ລ້າງຜັກ ແລະ ສ່ວນປະສົມທຸກຢ່າງດ້ວຍນ້ຳສະອາດ
  4. ລໍຖ້ານ້ຳຝົດແລ້ວໃສ່ປາແດກລົງໝໍ້ ພ້ອມດ້ວຍປາ, ໝາກເຂືອ ແລະ ໝາກເຜັດ
  5. ນຳຫົວຜັກບົ່ວໄປຈີ່ໃຫ້ສຸກຂະນະທີ່ລໍຖ້າປາສຸກ
  6. ຫຼັງຈາກຕົ້ມປາໄດ້ 10-15 ນາທີ ໃຫ້ຕັກປາ ພ້ອມດ້ວຍໝາກເຂືອ ແລະ ໝາກເຜັດອອກ ປະໄວ້ໃຫ້ເຢັນ
phakhaolao.la

 

ວິທີເຮັດປົ່ນປາ

  1. ນຳໝາກເຜັດ ໃສ່ໃນຄົກ ຕຳໃຫ້ລະອຽດແລ້ວໃສ່ໝາກເຂືອ ຕຳອີກເທື່ອໜຶ່ງ
  2. ໃສ່ປາລົງໃນຄົກ (ເອົາແຕ່ຊີ້ນເທົ່່່ານ້ັ້ນ ນຳກ້າງ ແລະ ຕັດຫົວປາອອກ), ຕຳໃຫ້ເຂົ້າກັນ
  3. ເທນ້ຳຕົ້ມປາໃສ່ຄົກ ແລ້ວຄົນໃຫ້ເຂົ້າກັນ ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
  4. ແບ່ງປົ່ນປາສ່ວນໜຶ່ງໄວ້ໃສ່ໝໍນ້ອຍ
phakhaolao.la

 

ວິທີເຮັດໝໍນ້ອຍ

  1. ນຳໃບໝໍນ້ອຍ ແລະ ໃບຍານາງມາຍ່ອງ ຫຼື ປັ່ນ ໃສ່ນ້ຳ 2-3 ຈອກແກ້ວ
  2. ນຳປົ່ນປາທີ່ແບ່ງໄວ້ມາປະສົມກັບນ້ຳໃບໝໍນ້ອຍ ແລະ ຍານາງ
  3. ປະໄວ້ 2-3 ນາທີ ຈຶ່ງຮັບປະທານ (ສາມາດປະໄວ້ຫຼາຍກວ່າ 2 ນາທີ ຖ້າຕ້ອງການໃຫ້ນ້ຳໝໍນ້ອຍເປັນຕ່ອນເຂັ້ມຂຸ້ນ)
phakhaolao.la

 

ຄຳແນະນຳ

  • ຮັບປະທານກັບຜັກລວກ ແລະ ເຂົ້າໜຽວໜຶ້ງຮ້ອນໆຈະແຊບຫຼາຍ
  • ປະລິມານສ່ວນປະສົມ ສາມາດປັບປ່ຽນໄດ້ຕາມລົດຊາດທີ່ທ່ານມັກ

 

 

 

 

ການປະກອບສ່ວນ