ເຄືອໝໍນ້ອຍ / Icevine

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cissampelos pareira L. / Menispermaceae
ຊື່ພ້ອງ
Cissampelos poilanei Gagnep.
Cissampelos pareira var. hirsuta (Buch.-Ham. ex DC.) Forman
ຊື່ອື່ນ
Eng: Pareira barva
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອທີ່ມີເນື້ອໄມ້ແຂງ, ມີຂົນທົ່ວໄປ, ມີຮາກສະສົມອາຫານຢູ່ໃຕ້ດີນຂະໜາດໃຫຍ່. ໃບເປັນໃບດ່ຽວ, ຈັບແບບສະລັບ, ມີຫຼາຍຮູບແບບເຊັ່ນ: ຮູບຫົວໃຈ, ຮູບໄຕ, ຮູບກົມ, ຮູບໄຂ່ກວ້າງ, ກວ້າງ 5-12 ຊມ, ຍາວ 5-11 ຊມ, ປາຍໃບມົນ ຫຼື ຮຽວແຫຼມ, ໂຄນໃບກົມຕັດ, ຫຼື ຮູບຫົວໃຈ, ຂອບໃບລຽບ, ເນື້ອບາງຄ້າຍເຈ້ຍ, ມີຂົນນຸ່ມສັ້ນກະຈາຍ, ທັ້ງຫຼັງໃໃບ ແລະ ທ້ອງໃບ, ໃບເມື່ອຍັງອ່ອນຈະມີຂົນອ່ອນນຸ່ມປົກຄຸມຢູ່ທັງສອງດ້ານ ແລະ ຕາມຂອບໃບ ແຕ່ຈະລົ້ນໄປເມື່ອໃບແກ່, ເສັ້ນໃບອອກຈາກໂຄນໃບຮູບຝ່າມື, ກ້ານໃບຍາວ 2-9 ຊມ, ຂົນນຸ່ມສັ້ນ, ເກືອບກ້ຽງ. ດອກອອກເປັນຊໍ່ສີຂາວ, ຂະໜາດນ້ອຍ, ດອກແຍກເພດ ແລະ ຢູ່ຕ່າງເຄືອ,ມີຂົນນຸ່ມສັ້ນ, ອອກ, ກ້ານຊໍ່ດອກແຕກຂະແໜງ, ປະກອບດ້ວຍກະຈຸກຢູ່ຕາມງ່າມໃບປະດັບ, ໃບປະດັບກົມ ແລະ ຂະຫຍາຍໃຫຍ່ຂື້ນ. ດອກເພດຜູ້ ສີຂຽວ ຫຼື ສີເຫຼືອງ ກ້ານດອກຍ່ອຍຍາວ 1-2 ມມ, ກາບ 4 ອັນ, ຮູບໄຂ່ກັບ, ຍາວ 1,25-1,5 ມມ, ດ້ານນອກມີຂົນຍາວຫ່າງ, ກິບດອກເຊື່ອຕິດກັນເປັນຮູບຖ້ວຍ, ຍາວປະມານ 0,5 ມມ ດ້ານນອກມີຂົນ, ເກສອນເພດຜູ້ເຊື່ອມຕິດກັນ. ໝາກ ມີກ້ານອວບໃຫຍ່ ກົມເມື່ອຍັງອ່ອນສີຂຽວ, ເມື່ອແກ່ແລ້ວເປັນສີເຫຼືອງ.

ບັນຍາຍການນຳໃຊ້

ໃບຂອງມັນຖືກເກັບກູ້ໂດຍການຕັດເອົາທັ້ງເຄືອເຮັດໃຫ້ພວກມັນຂະຫຍາຍພັນບໍ່ທັນຕໍ່ຄວາມຕ້ອງການ, ໃບຂອງມັນສາມາດນຳເອົາມາຄັ້ນນ້ຳປະສົມກັບເຄື່ອງປຸ່ງຕ່າງໆຈະເປັນຄ້າຍວຸ້ນເມື່ອມັນເປັນຕອນແລ້ວກໍ່ສາມາດກິນໄດ້. ນອກນັ້ນຍັງມີສັບພະຄູນທາງຢາທີ່ມີຄູນຄ່າສູງເຊັ່ນ: ຂັບນ້ຳປັດສະວະ, ລະລາຍນີ້ວ, ຮັກສາໄຂ້ມາເລເຣຍ, ແກ້ໄອເຈັບໜ້າເອິກ, ແກ້ຮ້ອນໃນ, ຕ້ານເຊື້ອມະເຮັງ, ຮັກສາພະຍາດເລືອດຈາງ ແລະ ອື່ນໆ.
ການປູກຂະຫຍາຍພັນ: ສາມາດປູກດ້ວຍເມັດ, ສັງເກດໝາກທີ່ສຸກຈະເປັນສີເຫຼືອງ, ແລ້ວເອົາມາລ້າງນ້ຳເອົາເນື້ອໝາກເອົາ, ແລ້ວເອົາໄປເບີຍລົ້ມໃຫ້ແຫ້ງ, ແລ້ວເອົາແກ່ນມາກ້າ, ອີກທາງໜື່ງສາມາດເກັບຕົ້ນເບ້ຍຈາກປ່າມາປູກໄດ້. 

ການປະກອບສ່ວນ