ໂຄງວັນປູກພືດບູຮານ

Andy Souvanhphukdee
ການປູກພືດ ຫຼື ຕົ້ນໄມ້ ໃຫ້ຂຽວງາມ ໝາກດົກ ບໍ່ແມ່ນເລື່ອງຍາກ ພຽງແຕ່ສຶກສາມື້ທີ່ເໝາະສົມຕາມໂຄງວັນປູກພືດບູຮານ
ພູມປັນຍາທ້ອງຖິ່ນ
Phakhaolao.la
phakhaolao. la

ໂຄງວັນປູກພືດບູຮານ
ເຄີຍສົງໃສກັນ ຫຼື ບໍ່ ເປັນຫຍັງເຮົາຈຶ່ງປູກພືດ ຫຼື ຕົ້ນໄມ້ບໍ່ງາມ ຫຼື ໝາກບໍ່ດົກຄືຄົນອື່ນໆ ຖ້າໃຜມີຄວາມຮູ້ສຶກດຽວກັນ ລອງນຳເອົາໂຄງວັນການປູກພືດໄປສຶກສາ ເພື່ອຈະໄດ້ເປັນປະໂຫຍດ ແລະ ເປັນໜຶ່ງໃນຂັ້ນຕອນການປູກພືດເຈົ້າ

  • ວັນອາທິດ ເປັນເຫງົ້າຮາກຫົວດີ ໃຫ້ປູກພືດທີ່ເປັນຫົວ ເຊັ່ນ: ຂີງ, ຂ່າ, ເຜືອກມັນ ຫອມບົ່ວ ຫົວກະທຽມ ຯລຯ
  • ວັນຈັນ ເປັນເຄືອຮີຍາວດົ້ວ ໃຫ້ປູກພືດທີ່ເປັນເຄືອ ເຊັ່ນ ໝາກອຶ, ໝາກແຕງ, ໝາກໂຕ່ນ, ໝາກໂມ, ໝາກຖົ່ວ ຯລຯ
  • ວັນອັງຄານ ເປັນໃບພົ້ວດົກໜາ ໃຫ້ປູກພືດທີ່ໃຊ້ໃບເປັນປະໂຫຍດ ເຊັ່ນ ໃບພູ, ໃບໜາດ, ຯລຯ
  • ວັນພຸດ ເປັນດອກຫວາ ບານບໍ່ເສົ້າ ໃຫ້ປູກເປັນດອກ ເຊັ່ນ ດອກມະລິ (ມະລິຊ້ອນ) ພຸດທະຮັກສາ, ດອກແຄ, ດອກບົວຫຼວງ ຯລຯ
  • ວັນພະຫັດ ເປັນແຕ່ເຫງົ້າ ເທົ້າເຖິງປາຍ ໃຫ້ປູກພືດທີ່ໃຊ້ຮວງເຊັ່ນ: ເຂົ້າ, ຕົ້ນເດືອຍ ຯລຯ
  • ວັນສຸກ ເປັນໝາກຫຼາຍເຫຼືອແຫຼ່ ໃຫ້ປູກພືດທີ່ໃຊ້ຜົນເຊັ່ນ ໝາກມ່ວງ, ໝາກພຸກ, ໝາກະທັນນ, ລະມຸດ,ລຳໄຍ, ລິ້ນຈີ່, ລອງກອງ ຯລຯ
  • ວັນເສົາ ເປັນຕົ້ນແກ່ ເຫຼືອແຕ່ລຳ ໃຫ້ປູກໄມ້ຂາຍເຊັ່ນ: ປໍປານ, ຢູຄາລິບຕັດ, ຯລຯ

ຂໍ້ມູນຈາກ ປຶ້ມວັດທະນະທຳລາວບູຮານ

ການປະກອບສ່ວນ