ໝາກໂຕ່ນ / Winter melon

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Benincasa hispida (Thunb.) Cogn / Cucurbitaceae
ຊື່ພ້ອງ
Benincasa cerifera Savi
Benincasa cylindrica Ser.
Benincasa hispida var. hispida
Benincasa hispida var. chieh-qua F.C.How
Benincasa pruriens (Parkinson) W.J.de Wilde & Duyfjes
Benincasa pruriens f. hispida (Thunb.) W.J.de Wilde & Duyfjes
Benincasa vacua (F.Muell.) F.Muell.
Cucurbita alba Roxb. ex Wight & Arn.
Cucurbita farinosa Blume
Cucurbita hispida Thunb.
Cucurbita littoralis Hassk.
Cucurbita pruriens Parkinson
Cucurbita pruriens Seem.
Cucurbita vacua F.Muell.
Cucurbita villosa Blume
Gymnopetalum septemlobum Miq.
Lagenaria leucantha var. clavata Makino
Lagenaria leucantha var. hispida (Thunb.) Nakai
Lagenaria siceraria var. hispida (Thunb.) H.Hara
Lagenaria vulgaris var. hispida (Thunb.) Nakai
ຊື່ອື່ນ
Lao: ໝາກໂຕນ, ໝາກຟັກ
Thai: ຟັກຂຽວ
Eng: Winter melon, White gourd, Winter gourd, Ash gourd
ບັນຍາຍລັກສະນະພືດສາດ

ໝາກໂຕນເປັນພືດອາຍຸສັ້ນ, ເປັນພືດປະເພດເຄືອ, ມີຄວາມຍາວຫຼາຍເມັດ, ມີສີຂຽວ, ມີຂົນຊາກຊາປົກຄຸມຢຸ່ທົ່ວທັງຕົ້ນ, ເປັນພືດທີ່ແຕກກິ່ງກ້ານສາຂາຫຼາຍ. ໃບດ່ຽວ, ແບບຝາມື, ແຍກອອກເປັນ 5-11 ແຊກ, ແຜ່ນໃບມີຂະໜາດກວ້າງປະມານ 10-20 ຊມ ແລະ ຍາວປະມານ 10-20 ຊມ, ສ່ວນກ້ານໃບຍາວປະມານ 10-20 ຊມ. ຈະອອກດອກຕາມງ່າມ, ດອກເປັນດອກດ່ຽວ, ມີສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່, ຈະຢູ່ຕົ້ນດຽວກັນ, ເມື່ອດອກບານເຕັມທີ່ຈະກວ້າງປະມານ 6-12 ຊມ, ໂດຍດອກຜູ້ຈະມີກ້ານດອກຍາວ 5-15 ຊມ. ໝາກຮູບກົມຍາວ, ໝາກມີຂະໜາດກວ້າງປະມານ 10-20 ຊມ ແລະ 20-40 ຊມ, ໝາກອ່ອນມີຂົນສ່ວນໝາກແກ່ຜຶວນອກມີນວນເປັນແປ້ງສີຂາວຄືບໍເກືອ, ເນື້ອດ້ານໃນມີສີຂາວປົ່ນສີຂຽວອ່ອນ ແລະ ມີເມັດສີຂາວຢູ່ໃນຈໍານວນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ:
-    ໝາກໂຕນນິຍົມນໍາໄປໃຊ້ໃນການປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ແກງ, ຂົວ, ໝາກໂຕນດອງ...
-     ຍອດອ່ອນສາມານໍາໄປລວກ ຫຼື ແກງໄດ້.
-    ເມັດສາມາດຮັບປະທານໄດ້ ແລະ ຍັງອຸດົມໄປດ້ວຍນໍ້າມັນ ແລະ ໂປຣຕີນ.
ສັບພະຄຸນ:
-    ການຮັບປະທານໝາກໂຕນປະຈໍາຈະຊ່ວຍປ້ອງກັນ ແລະ ຫຼູດຄວາມສຽງຂອງພະຍາດມະເຮັງ.
-    ເມັດຊ່ວຍບໍາລຸງຜິວພັນ.
-    ໝາກ ຊ່ວຍຮັກສາພະຍາດປອດ ສ່ວນເມັດຊ່ວຍບໍາລຸງປອດ.
-    ນໍ້າຕົ້ມກັບຮາກໃຊ້ຮັກສາພະຍາດໜອງໃນໄດ້ ຫຼື ໃຊ້ເມັດ ຫຼື ໄສ້ໃນຂອງໝາກໂຕນກະໄດ້ (ໝາກ, ຮາກ, ໄສ້ໃນໝາກ, ເມັດ).
-    ເມັດຊ່ວຍຫຼຸດອາການອັກເສບ.
ຄຸນຄ່າທາງໂພສະນາການປະກອບມີ: ພະລັງງານ, ຄາໂບໄຮເດດ, ເສັ້ນໄຍ, ໄຂມັນ, ໂປຣຕີນ, ວິຕາມິນ ແລະ ອື່ນໆ. ນອກນີ້ຍັງສາມາດປູກເປັນສິນຄ້າໄດ້.

ການປະກອບສ່ວນ