ຕົ້ນດອກບານ / Mountain ebony tree
APA 6th ed. ຕົ້ນດອກບານ / Mountain ebony tree. (2023, January 26). Retrieved from https://www.phakhaolao.la/kb/0000361
MLA 8th ed. ຕົ້ນດອກບານ / Mountain ebony tree. Pha Khao Lao, 26 January 2023, https://www.phakhaolao.la/kb/0000361.
Chicago 17th ed. Pha Khao Lao. 2023. "ຕົ້ນດອກບານ / Mountain ebony tree." Published January 26, 2023. https://www.phakhaolao.la/kb/0000361.

Bauhinia variegata var. candida (Aiton) Buch.-Ham.
Bauhinia variegata var. candida (Roxb.) Corner
Bauhinia variegata var. chinensis DC.
Bauhinia variegata var. variegata
ໄທ: ສ່ຽວດອກຂາວ
ເປັນໄມ້ຢືນຕົ້ນປ່ຽນໃບສູງປະມານ 15 ແມັດ, ເຮືອນຍອດໂປ່ງ, ກິ່ງກ້ານບໍ່ສະໝໍ່າສະເໝີ, ເປືອກຕົ້ນກ້ຽງສີເທົາອ່ອນເຖີງດຳມີຮອຍແຕກຫຍາບໆ. ໃບຮູບສ້ວຍເກືອບມົນ, ປາຍແຍກເປັນ 2 ພູ່ ເລິກ 1/3 ຂອງຄວາມຍາວໃບກ້ວາງ 10 ຊມ, ຍາວ 10 ຊມ. ເສັ້ນກ່າງໃບ 9-13 ເສັ້ນອອກຈາກ່ກົກໃບ, ກ້ານໃບຍາວປະມານ 3.5 ຊມ. ຫູໃບມີຂະໜາດນ້ອຍຫຼົ່ນງ່າຍ ດອກ 7-10 ຊມ. ດອກສີຂາວແກມມ່ວງ ອອກເປັນຊໍ່ສັ້ນໆ ຈຳນວນຫຼາຍຕໍ່ຊໍ່ໜື່ງ ເທິງກິ່ງທີ່ບໍ່ມີໃບ, ກີບດອກ 5 ກີບ ຍາວປະມານ 4 ຊມ. ກີບດ້ານເທິງກ້ວາງ ແລະ ຮຽວລົງທີ່ຖານ ເກສອນຜູ້ມີ 5 ອັນ ຂະໜາດຍາວເກສອນແມ່ຄົດໂງ ຍາວກ່ວາເກສອນຜູ້. ໝາກ ຂະໜາດ 20-30 x 2-25 ຊມ, ແຕກຕາມແນວຍາວມ້ວນອອກດ້ານນອກ ມີແກ່ນ 10-20 ແກ່ນ.
ດອກບານໃຊ້ປຸງແຕ່ງອາຫານທ້ອງຖິ່ນ ລວກກິນກັບແຈ່ວ ຫຼື ຊູດ ແລະ ໃສ່ແກງ. ນອກນັ້ນ ຕົ້ນດອກບານສາມາດປູກເປັນໄມ້ປະດັບໄດ້ ຍ້ອນຄວາມງາມຂອງດອກ, ຮູບໂສມ ແລະ ສີສັນຂອງໃບ. ໄມ້ຍັງສາມາດນຳມາໃຊ້ເປັນເຊື້ອໄຟ ເພື່ອຫຸ່ງຕົ້ມພາຍໃນຄອບຄົວ.