ໝາກແຕງລາຍ / Musk Melon

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cucumis melo L. / Cucurbitaceae
ຊື່ພ້ອງ
See on: http://www.theplantlist.org/tpl1.1/record/kew-2746992
ຊື່ອື່ນ
Thai: ໝາກແຕງໄທ, ແຕງລາຍ
Eng: Muskmelon
ບັນຍາຍລັກສະນະພືດສາດ

ໝາກແຕງລາຍເປັນພືດເຄືອ, ມີລໍາຕົ້ນລາຍ, ເປັນສັນຮ່ອງຕາມລວງຍາວຂອງເຄືອ, ແຕກກິ່ງຂະແໜງ, ມີມືເກາະ ແລະ ມີຂົນຕາມລໍາຕົ້ນ. ໃບດ່ຽວຂະໜາດໃຫຍ່, ມີລັກສະນະເປັນຫຼ່ຽມມີເວົ້າເລັກນ້ອຍ, ມີຮູບຊົງກົມ ຫຼື ຮູບໄຕ, ຂອບໃບຫຍັກ, ມີແຊກ 5-7 ແຊກ, ກວ້າງ ແລະ ຍາວປະມານ 8-15 ຊມ, ກົກໃບເປັນຮູບຫົວໃຈ, ໃບມີຂົນຂຶ້ນປົກຄຸມ, ກ້ານໃບຍາວ 4-10 ຊມ. ດອກເປັນດອກສົມບູນເພດ, ດອກເປັນສີເຫຼືອງ, ມີກ້ານດອກສັ້ນ, ມີກີບຮອງດອກ 5 ກີບ ແຕ່ລະກີບຍາວ 6-8 ຊມ, ສ່ວນກີບດອກມີ 5 ກີບ ເຊື່ອມຕິດກັນບໍລິເວນກົກດອກ. ໝາກມີລັກສະນະກົມ ຫຼື ຣີຍາວ, ໝາກມີລາຍຕາມຄວາມຍາວຂອງໝາກ, ຍາວປະມານ 23 ຊມ, ເສັ້ນຜ່າສູນກາງ 14 ຊມ, ໝາກອ່ອນຈະມີສີຂຽວ ແລະ ມີລາຍສີຂາພາດຍາວ, ເມື່ອແກ່ເປືອກຈະປ່ຽນເປັນສີເຫຼືອງ, ຜິວຈະລຽບເປັນມັນ, ເນື້ອດ້ານໃນຈະມີສີເຫຼືອງອ່ອນອົມຂຽວ ໃຫ້ກິ່ນຫອມ, ມີແກ່ນຮູບແປຣີສີຄີມຈໍານວນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
  -  ຖ້າໝາກສຸກໃຊ້ຮັບປະທານເປັນໝາກໄມ້ລົດຊຸ່ມເຢັນ ນິຍົມຮັບປະທານເປັນໝາກແຕງລາຍລອຍກະທິ.
  -  ນໍາມາແປຮູບໃຊ້ເຮັດເປັນຂອງຫວານເຊັ່ນ: ນໍ້າປັ່ນ, ນໍ້າກະທິໝາກແຕງ, ໝາກໄມ້ແຫ້ງ ເປັນຕົ້ນ.
  -  ເປັນທັງຜັກ ແລະ ໝາກໄມ້ ຖ້າຢູ່ໃນຊ່ວງໝາກອ່ອນກໍ່ຮັບປະທານເປັນຜັກສົດ ຫຼື ຮັບປະທານເປັນຜັກຈ້ມກັບແຈ່ວ.
  -  ມີສັບພະຊ່ວຍໃນການບໍາລຸງຜິວພັນໃຫ້ເປັ່ງປັ່ງສົດໃສ ແລະ ຊ່ວຍກໍາຈັດເຊວຜິວເກົ່າ.
  -  ຊ່ວຍໃນການຊະລໍໄວ ແລະ ຫຼຸດການການເກີດຮອຍຕີນກາ.
  -  ຊ່ວຍບໍາລຸງປະສາດ ແລະ ສະໝອງ.
  -  ມີສ່ວນຊ່ວຍໃນການບໍາລຸງຫົວໃຈ.
  -  ແກ້ອາການເບັງທ້ອງ.
  -  ຮາກນໍາມາຕົ້ມດື່ມຊ່ວຍລະບາຍທ້ອງ.

ການປະກອບສ່ວນ