ເຝີ

Andy Souvanhphukdee
ບໍ່ຄວນພາດ ສຳລັບໃຜທີ່ມັກອາຫານປະເພດເສັ້ນ ເພາະວ່າເຝີເປັນໜຶ່ງໃນເມນູອາຫານປະເພດເສັ້ນທີ່ແຊບ ແລະ ຍັງຫາຮັບປະທານໄດ້ງ່າຍຕາມຮ້ານອາຫານທົ່ວໄປ ຫຼື ຈະເຮັດກິນເອງ ກໍໄດ້ເຊັ່ນດຽວກັນ
ເຮືອນຄົວລາວ
http://www.spoon.la/home/single/blog/spoon-recommended-show/Harnsoklarb
spoon.la

ສ່ວນປະສົມ
•  ກະດູກໝູ ຫຼື ງົວ 1 kg ຕັດຍາວ 5 ຊມ
•  ນ້ຳ 3 l
•  ຫົວຜັກບົ່ວ 1 ຫົວ (ຜ່າເຄິ່ງ, ແລ້ວແບ່ງແຕ່ລະສ່ວນເປັນ ½ ຊມ)
•  ຜັກຫອມປ້ອມ 1 ມັດນ້ອຍ
•  ຫອມເປ 1 ມັດນ້ອຍ
•  ຜັກສະລັດ 1 ຕົ້ນ, ແຍກໃບ ແລ້ວລ້າງໃຫ້ສະອາດ
•  ໝາກຖົ່ວຝັກຍາວ 4 ຝັກ, ຕັດຍາວ 5 ຊມ
•  ຫອມລາບ 2 ກຳມືໃຫ່ຍ
•  ໝາກເຜັດແດງຍາວ 6 ໜ່ວຍ
•  ໝາກນາວ 2 ໜ່ວຍ, ຊອຍເປັນປ່ຽງ
•  ໝາກເລັ່ນ 1 ໜ່ວຍ, ຊອຍ
•  ຫອມບົ່ວໃບ 1 ມັດ
•  ໝາກຖົ່ວງອກ 2 ຈອກກາເຟ
•  ຄະນໍ 2 ບ່ວງແກງ
•  ລູກຊີ້ນ 20 ລູກ
•  ເສັ້ນເຝີສົດ ½ kg ຫຼື ເສັ້ນເຝີແຫ້ງ 1 ຫໍ່
•  ນ້ຳສຳລັບລວກເຝີ 1 ໝໍ້ນ້ອຍ
•  ໝາກເຜັດກຽວ 3 ບ່ວງຊາ
ນ້ຳປາ, ນ້ຳຕານ, ໝາກນາວ, ຫອມບົ່ວໃບ, ໝາກເຜັດປົ່່ນ ຫຼື ກຽວ

ສຳລັບ 4 ຖ້ວຍ

ວິທີປຸງແຕ່ງ
1.  ຕົ້ມນ້ຳດ້ວຍໝໍ້ຂະໜາດໃຫ່ຍ, ໃສ່ນ້ຳ 2/3 ຂອງຂະໜາດໝໍ້ ຫຼັງຈາກນັ້ນໃສ່ຫົວຜັກບົ່ວ ແລະ ເຄື່ອງເທດ. ຕັກຫົວຜັກບົ່ວ ແລະ ເຄື່ອງເທດອອກ
2.  ລ້າງຫອມປ້ອມ ແລະ ຕັດຮາກໃສ່ໝໍ້ ພ້ອມກະດູກໝູ, ປິດຝາຕົ້ມໄວ້
3.  ຊອຍຜັກຫອມປ້ອມທີ່ເຫຼືອໃສ່ຈານ ແລະ ຈັດຜັກຫອມເປ, ຜັກສະລັດ, ຫອມເປ, ຫອມບົ່ວ, ຫອມລາບ ແລະ ໝາກເຜັດໃສ່ຈານອີກໃບໜຶ່ງຕ່າງຫາກ
4.  ກຽມໝາກນາວ ແລະ ໝາກເລັ່ນທີ່ຊອຍໄວ້ໃສ່ຈານ
5.  ລ້າງຫອມບົ່ວ ແລ້ວນຳມາຊອຍໃສ່ຈານ
6.  ໃສ່ຫອມບົ່ວໃບຊອຍ ເທິງເສັ້ນເຝີ
7.  ລ້າງຖົ່ວງອກ
8.  ຫຼັງຈາກທີ່ຕົ້ມນ້ຳແກງໄດ້ 15 ນາທີແລ້ວ, ໃສ່ຄະນໍ 2 ບ່ວງແກງ ຕົ້ມໄວ້ 10 ນາທີ ແລ້ວໃສ່ລູກຊີ້ນ. ຕັກກະດູກງົວອອກຈາກໝໍ້ ປະໄວ້ໃຫ້ເຢັນເພື່ອນຳມາຊອຍ, ແຕ່ໝໍ້ ຍັງຄົງຕົ້ມນ້ຳຕໍ່ໄປ
9.  ຊອຍຊີ້ນໃສ່ຖ້ວຍເຝີ ແລ້ວນຳກະດູກກັບໄປຕົ້ມຄືນຄືເກົ່າປະມານ 10 ນາທີ
ຄຳແນະນຳ
ໃສ່ຊີ້ນເປັດ ຫຼື ໄກ່ ແທນຊີ້ນງົວໄດ້

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ວີດີໂອຈາກ EatNowCryLater


 

ການປະກອບສ່ວນ