ເຂົ້າຊອຍ ກັບ ຜັກລວກ

Andy Souvanhphukdee
ເຂົ້າຊອຍ ອາຫານຂຶ້ນຊື່ ແລະ ເປັນສັນຍະລັກຂອງແຂວງຫຼວງນ້ຳທາ ສ່ວນປະສົມທຸກຢ່າງຈະຖູກ ປຸງແຕ່ງຂຶ້ນໃໝ່ເປັນປະຈຳ ໃນທຸກມື້ ບໍວ່າຈະເປັນເສັ້ນ ຫຼື ແຈ່ວ, ເຊຶ່ງຈະແຕກຕ່າງຈາກເຂົ້າຊອຍທົ່ວໄປຄື ຈະອອກເຜັດ ແລະເຄັມໜ້ອຍໜຶ່ງ ຊື່ງເປັນເອກະລັກສະເພາະ
ເຮືອນຄົວລາວ
Laosculturealtours

ສ່ວນປະສົມ

ເສັ້ນເຝີສົດ ຫຼື ແຫ້ງ 375 g, ນໍ້າ 9 ຈອກ, ຊີ້ນໄກ່ 1-2 ຈອກ, ນໍ້າ ຫຼື ນໍ້າແກງ 6 ຈອກ, ເກືອ ½ ບ່ວງຊາ, ຜັກສີຂຽວ ເຊັ່ນ ໝາກຖົ່ວຝັກຍາວ, ຜັກກາກນ້ຳຊອຍ 3 ຈອກ, ຫອມປ້ອມ 5 ຕົົ້ນ, ສຳລັບ 5 ຖວ້ຍ

ແຈ່ວ: ໝາກເຜັດແຫ້ງ 10 ໜ່ວຍໃຫ່ຍ, ຜັກທຽມ 3 ຫົວໃຫ່ຍ, ຫົວຜັກບົ່ວແດງ 10 ຫົວ, ຊີ້ນໝູບົດ 225 g/8 oz
ນໍ້າມັນພືດ 4 ບ່ວງແກງ, ນໍ້າແຈ່ວຖົ່ວໝັກ 3 ບ່ວງແກງ (ຖ້າບໍມີ ສາມາດໃຊ້ ຖົ່ວ ແລະ ໝາກເຜັດບົດ 3 ບ່ວງຊາ ປະສົມເຂົ້າກັນ), ນໍ້າ 1 ຈອກ ຫຼື 1 ຈອກເຄຶ່ງ, ເກືອ 1/2 ບ່ວງຊາ, ຄະນໍ 1 ບ່ວງຊາ

ວິທີການ
1. ນຳແກ່ນ ອອກຈາກໝາກເຜັດ ແລ້ວໃສ່ລົງໝໍ້ ພ້ອມນໍ້າ 2 ຈອກ ຕົ້ມໄວ້ປະມານ 5 ນາທີ ຫຼື ຈົນກ່ວາ ໝາກເຜັດຈະບານ
2.ນຳໝາກເຜັດອອກຈາກໝໍ້ ປະໄວ້ໃຫ້ເຢັນ ແລ້ວສັບໃຫ້ລະອຽດໂດຍຂຽງ ຫຼື ໃຊ້ເຄື່ອງປັ່ນ ແລ້ວແຕ່ຄວາມຊຳນານ
3. ຕໍາຜັກທຽມ ແລະ ຫົວຫອມແດງໃຫ້ມຸ່ນລະອຽດ
4. ຂົ້ວກະທຽມ ແລະ ຫົວຫອມທີ່ຕຳ ລະອຽດ ໃຊ້ໄຟໃນລະດັບອ່ອນໆ ຈົນເປັນສີເຫຼືອງ ຫຼືນ້ຳຕານແດງ ແລ້ວ ໃສ່ໝາກເຜັດ ຫຼື ແຈ່ວທີ່ໝັກຖົ່ວເຫຼືອງ ລົງໝໍ້ ປະມານ 2 ນາທີ
5. ໃສ່ໝູ ແລະ ໝາກເຜັດ ລົງໝໍ້ ປະມານ 2-3 ນາທີ ແລ້ວເຕີມນໍ້າ ຖ້ວຍໜຶ່ງ ຫຼື ຖ້ວຍເຄິ່ງ, ລໍຖ້າຈົນກວ່າສ່ວນປະສົມທຸກຢ່າງຈະສຸກ ແລ້ວໃສ່ ຄະນໍ ½ ບ່ວງຊາ, ຖ້າຫາກບໍໃສ່ຄະນໍອາດ ຈະໃສ່ເກືອເພີ່ມ
6. ເສັ້ນເຝີແຫ້ງ ໃຫ້ກວດເບຶ່ງວິທີການໃຊ້ໃຫ້ລະອຽດ ເພາະບາງປະເພດ ຈະຕ້ອງໄດ້ຕົ້ມນ້ຳກ່ອນ
7. ເສັ້ນເຝີສົດ ຖ້າບໍ່ມີຂະໜາດໃຫ້ຕັດ ເປັນ 6 cm, ລວກໃນນໍ້າເດືອດ ຫຼື ໜຶ້ງປະມານ2-3 ນາທີ
8. ໃສ່ນ້ຳ 6 ຖ້ວຍ ແລະ ເກືອ ລົງໃນໝໍ້ ເພື່ອຕົ້ມໄກ່ ປີດຝາປະໄວ້ 10 ນາທີ ແລ້ວໃສ່ຜັກ(ບໍ່ຄວນໃສ່ເຄ່ອງປຸງເພີ່ມ) ປະມານ 2 ນາທີ
9. ແບ່ງເສັ້ນເຝີ ແລະ ແຈ່ວອອກເປັນ 5 ຖ້ວຍ (ເສັ້ນເຝີບໍ່ຄວນໃສ່ຫຼາຍເກີນເຄຶ່ງຖ້ວຍ), ລາດໜ້າດ້ວຍຕົ້ນຫອມຊອຍ ແລະ ຜັກ ໃສ່ແຕ່ລະຊາມ ແລ້ວໃສ່ໄກ່ ຕາມດວ້ຍນ້ຳແກງ
10. ຮັບປະທານ ພ້ອມກັບໝາກເຜັດ, ໃສ່ນ້ຳຕານ, ໝາກນາວ ເພື່ອເພີ່ມລົງຊາດທີ່ມັກ ສຳລັບແຕ່ລະຄົນ

ເພືີ່ອຄວາມຫຼາກຫຼາຍ ແລະ ແຕກຕ່າງ
ໃຊ້ ຊີ້ນງົວ, ໄກ່ ຫຼື ເຕົ້າຮູ້ ແທນ ໝູ, ສຳລັບຄົນກີນເຈ ໃຊ້ນ້ຳທຳມະດາ ແລ້ວເພີ່ມສະອີ້ວ 2 ບ່ວງແກງ

ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ການປະກອບສ່ວນ