ເຂົ້າປີ້ງ

Andy Souvanhphukdee
ແນະນຳອາຫານເຊົ້າ ເຮັດງ່າຍປະຫຍັດເວລາສຳລັບທຸກຄົນໃນຄອບຄົວ
ເຮືອນຄົວລາວ
Phakhaolao. la
Phakhaolao.la

ສ່ວນປະສົມ

  • ເຂົ້າໜຽວໜຶ້ງສຸກ 1 ຕິບນ້ອຍ
  • ໄຂ່ 5 ໜ່ວຍ
  • ປາແດກ 1 ຖ້ວຍນ້ອຍ
  • ເຂົ້າໂຂບ (ທຸບໃຫ້ມຸ່ນ) 1 ຖ້ວຍນ້ອຍ
  • ເກືອ 1 ບ່ວງຊາ
  • ໝາກເຜັດ
  • ກະທິ ½ ຖ້ວຍນ້ອຍ
  • ນ້ຳຕານ ½ ບ່ວງຊາ

ວິທີປຸງແຕ່ງ

  • ປຸງນ້ຳກະທິ ດ້ວຍເກືອ ແລະ ນ້ຳຕານ ½ ບ່ວງຊາ ແລ້ວນຳມາປະສົມກັບເຂົ້າ ປະໄວ້ປະມານ 10 ນາທີ
  • ປັ້ນເຂົ້າໜຽວ ໃຫ້ເປັນກ້ອນແປ ແລ້ວນຳມາຄາງໃສ່ໄຟ 2-3 ນາທີ
  • ທຸບໄຂ່ໃສ່ຖ້ວຍ ໃສ່ເກືອ ½ ບ່ວງຊາ ແລະ ເຂົ້າໂຂບ, ຄົນໃຫ້ເຂົ້າກັນ (ໃສ່ໝາກເຜັດ)
  • ນຳເຂົ້າມາທາປາແດກ ແລ້ວນຳມາຈຸ່ມໃສ່ ໄຂ່ທີ່ປະສົມກັບເຄື່ອງປຸງໄວ້
  • ນຳມາປີ້ງອີກເທື່ອໜຶ່ງ ປະມານ 5-10 ນາທີ ຈົນກວ່າະສຸກ
  • ພ້ອມຮັບປະທານ

ຄຳແນະນຳ

  • ເຂົ້າປີ້ງ ມີຫຼາກຫຼາຍລົດຊາດເຊັ່ນ: ເຜັດ ແລະ ທຳມະດາ
  • ຖ້າບໍ່ໃສ່ປາແດກ ໃຫ້ຈຸ່ມເຂົ້າປັ້ນໃສ່ໄຂ່ເລີຍ ແລະ ເພີ່ມປະລິມານເກືອໃສ່ໄຂ່ 
ການປະກອບສ່ວນ