ເຂົ້າປີ້ງ
ແນະນຳອາຫານເຊົ້າ ເຮັດງ່າຍປະຫຍັດເວລາສຳລັບທຸກຄົນໃນຄອບຄົວ
ເຮືອນຄົວລາວ
Phakhaolao.la
ສ່ວນປະສົມ
- ເຂົ້າໜຽວໜຶ້ງສຸກ 1 ຕິບນ້ອຍ
- ໄຂ່ 5 ໜ່ວຍ
- ປາແດກ 1 ຖ້ວຍນ້ອຍ
- ເຂົ້າໂຂບ (ທຸບໃຫ້ມຸ່ນ) 1 ຖ້ວຍນ້ອຍ
- ເກືອ 1 ບ່ວງຊາ
- ໝາກເຜັດ
- ກະທິ ½ ຖ້ວຍນ້ອຍ
- ນ້ຳຕານ ½ ບ່ວງຊາ
ວິທີປຸງແຕ່ງ
- ປຸງນ້ຳກະທິ ດ້ວຍເກືອ ແລະ ນ້ຳຕານ ½ ບ່ວງຊາ ແລ້ວນຳມາປະສົມກັບເຂົ້າ ປະໄວ້ປະມານ 10 ນາທີ
- ປັ້ນເຂົ້າໜຽວ ໃຫ້ເປັນກ້ອນແປ ແລ້ວນຳມາຄາງໃສ່ໄຟ 2-3 ນາທີ
- ທຸບໄຂ່ໃສ່ຖ້ວຍ ໃສ່ເກືອ ½ ບ່ວງຊາ ແລະ ເຂົ້າໂຂບ, ຄົນໃຫ້ເຂົ້າກັນ (ໃສ່ໝາກເຜັດ)
- ນຳເຂົ້າມາທາປາແດກ ແລ້ວນຳມາຈຸ່ມໃສ່ ໄຂ່ທີ່ປະສົມກັບເຄື່ອງປຸງໄວ້
- ນຳມາປີ້ງອີກເທື່ອໜຶ່ງ ປະມານ 5-10 ນາທີ ຈົນກວ່າະສຸກ
- ພ້ອມຮັບປະທານ
ຄຳແນະນຳ
- ເຂົ້າປີ້ງ ມີຫຼາກຫຼາຍລົດຊາດເຊັ່ນ: ເຜັດ ແລະ ທຳມະດາ
- ຖ້າບໍ່ໃສ່ປາແດກ ໃຫ້ຈຸ່ມເຂົ້າປັ້ນໃສ່ໄຂ່ເລີຍ ແລະ ເພີ່ມປະລິມານເກືອໃສ່ໄຂ່