ສົ້ມໄຂ່ປາ

Andy Souvanhphukdee
ສົ້ມໄຂ່ປາ ອາຫານພື້ນບ້ານຂອງຄົນລາວ
ເຮືອນຄົວລາວ
https://www.flickr.com/photos/ngeun/27279050430/in/photostream/
flickr.com

ເຄື່ອງປະກອບ
  •  ໄຂ່ປາ 1 kg
  •  ເກືຶອ ½ ບ່ວງແກງ
  •  ກະທຽມແຫ້ງ 3 ຫົວ
  •  ເຂົ້າໜຽວໜຶ້ງ ½ ຖ້ວຍນ້ອຍ
  •  ກຽມໂຖແກ້ວ ຫຼື ພາຊະນະທີ່ມີຝາ, ລ້າງໃຫ້ສະອາດ ເພື່ອໃສ່ສົ້ມໄຂ່ປາ

ວິທີປຸງແຕ່ງ
  1.  ລ້າງໄຂ່ປາທີ່ກຽມໄວ້ໃຫ້ສະອາດ ແລ້ວສະເດັດນ້ຳປະໄວ້
  2.  ປອກກາບ ຫົວຜັກທຽມ, ລ້າງໃຫ້ສະອາດ ແລ້ວບົດໃຫ້ມຸ່ນ
  3.  ປະສົມໄຂ່ປາ ກັບກະທຽມບົດ, ເກືອ ແລະ ເຂົ້າໜຶ້ງ, ຄົນເຂົ້າກັນໃຫ້ທົ່ວ. 
  4.  ຈາກນັ້ນ ເອົາໃສ່ໂຖແກ້ວ ຫຼື ພາຊະນະທີ່ກຽມໄວ້ ອັດຝາໃຫ້ແຈບ ປະໄວ້ປະມານ 3-5 ວັນ ກໍສາມາດຮັບປະທານໄດ້

https://www.flickr.com/photos/ngeun/27456699402/in/photostream/
flickr.com

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວີທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອເພີ່ມເຕີມຈາກ Boosaba Aoy

ການປະກອບສ່ວນ