ປາປາກ / Silver Barb

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Barbonymus gonionotus (Bleeker, 1850) / Cyprinidae
ຊື່ພ້ອງ
Barbodes gonionotus (Bleeker, 1850)
Barbodes jolamarki (Smith, 1934)
Barbus gonionotus Bleeker, 1850
Barbus javanicus Bleeker, 1855
Barbus koilometopon Bleeker, 1857
Puntius gonionotus (Bleeker, 1850)
Puntius javanicus (Bleeker, 1855)
Puntius jolamarki Smith, 1934
Puntius viehoeveri Fowler, 1943
ຊື່ອື່ນ
Cambodian: ត្រីឆ្ពិន Trey Chpin
Thai: ตะเพียน Ta-phian
Vietnamese : Cá trà vinh
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ປາປາກມີລຳຕົວຂ້ອນຂ້າງແປສັນຫລັງໂຄ້ງຂຶ້ນ, ຫົວນ້ອຍ, ປາກນ້ອຍ ແລະ ຮີມປາກບາງມີເກັດຕາມເສັ້ນຂ້າງລຳໂຕ 29-31 ເກັດ, ມີໜວດນ້ອຍໆ 2 ຄູ່, ລຳໂຕເປັນສີຂາວເຫລື້ອມ, ບໍລິເວນສັນຫລັງມີສີຄໍ້າ ແລະ ບໍລິເວນທ້ອງເປັນສີຂາວ, ໂຕໃຫຍ່ເຕັມທີ່ຄວາມຍາວລຳໂຕ 50 ຊັງຕີແມັດ.

ການສຶບພັນ ແລະ ວົງຈອນຊີວິດ

ນິດໃສການກິນອາຫານ: ປາປາກເປັນຕະກຸນປາກິນພືດ ໄດ້ແກ່ກິນໄຄ, ແພງຕອນ ແລະ ສັດຂະໜາດນ້ອຍ ປາໃຫຍ່ຈະກິນພືດຜັກໃນນໍ້າ ແລະຫຍ້າ ຫາກິນກາງນໍ້າ ແລະ ຜີວນໍ້າ ເມືອນໍ້າມາລ້ຽງກໍ່ຈະກິນອາຫານຈໍາພວກພືດຜັກ ຮໍາ ແລະ ອາຫານເມັດ.
ການຈະເລີນເຕີບໂຕ: ໄລຍະເວລາການລ້ຽງ 6-8 ເດືອນຈະໄດ້ນໍ້າໜັກ 300-500 ກຣາມ/ໂຕ, ການລ້ຽງໃນນາເຂົ້າ 3-4 ເດືອນ, ນໍ້າໜັກ 200-300ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ (FCR) 1.8-2.5 ກິໂລ.
ລະດູການປະສົມພັນ ແລະ ອັດຕາການໃຫ້ໄຂ່: ລະດູການປະສົມພັນແມ່ນເລີ່ມແຕ່ ມີນາ-ກັນຍາ ຂອງທຸກໆປີ ປາພໍ່ແມ່ພັນຕ້ອງມີອາຍຸ 2 ປີຂື້ນໄປ, ນໍ້າໜັກຈະໄດ້ 200-500 g, ປາແມ່ຈະໃຫ້ໄຂ່ (2x105-2.5x105) ໜ່ວຍຕໍ່ກີໂລປາແມ່.

ການປະກອບສ່ວນ