ປານົກເຂົາ / Ikan Kelabau

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Osteochilus melanopleura (Bleeker, 1852) / Cyprinidae
ຊື່ພ້ອງ
Rohita melanopleura Bleeker, 1852[2]
Osteochilus melanopleurus (Bleeker, 1852)
ຊື່ອື່ນ
Thai: Nok Khao
Cambodian: Trey krum
Viet: Cá mè hôi
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 18; A: 5; P1: 15; P2: 8. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາໂຕເທົ່າກັບ 40.61-42.53% ຂອງຄວາມຍາວມາດຖານ (SL), ມີຄວາມຍາວຂອງຫົວ 24.07-25% ຂອງ SL. ຫົວ: ຫົວຂ້ອນຂ້າງໃຫຍ່, ສັນດັງແງນຂຶ້ນ, ມີໜວດ 2 ຄູ່, ໜວດຄາງກະໄຕເທິງຍາວ, ປາຍປາກດ້ານລຸ່ມຍາວກາຍປາກເທິງເລັກນ້ອຍ, ດັງ 1 ຄູ່, ຕາຂ້ອນຂ້າງນ້ອຍ, ຄວາມຍາວຂອງເສັ້ນຜ່າສູນກາງຕາເທົ່າ 25.33-27.46% ຂອງຄວາມຍາວຫົວ (HL). ລໍາໂຕ: ມີຮອຍແຕ້ມສີດໍາຢູ່ດ້ານຂ້າງຂອງລໍາໂຕ ຢູ່ບໍລິເວນກະດູກໄຫຼ່ ຂ້ອນມາທາງດ້ານໜ້າໃກ້ກັບເງີບ, ຄີຫາງ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນສີນໍ້າຕານ, ມີເກັດຂະໜາດນ້ອຍ, ເກັດເສັ້ນຂ້າງລໍາຕົວສົມບູນ, ມີເກັດເສັ້ນຂ້າງໂຕ 45-53 ເກັດ, ເກັດກ່ອນຄີຫຼັງ 22 ເກັດ, ເກັດອ້ອມກົກຫາງ 26 ເກັດ, ເກັດຈາກເທິງເສັ້ນຂ້າງໂຕຂຶ້ນໄປຫາເກັດກ່ອນຄີຫຼັງຕາມແນວສະຫຼຽງ 13 ເກັດ, ແລະ ເກັດຈາກລຸ່ມເສັ້ນຂ້າງໂຕລົງໄປຫາເກັດໃກ້ຮູທວານຕາມແນວສະຫຼຽງມີ 9 ເກັດ; ຖານຄີຫຼັງຍາວ ແລະ ມີ 17-18 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 15 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ບາງເທື່ອຈະເຫັນເມັດ ຫຼື ຂີດສີດຳຈາງຢູ່ກົກຫາງບໍລິເວນເສັ້ນຂ້າງໂຕ, ຫາງແບບງ່າມ (ວໍ້າເຂົ້າຢູ່ສ່ວນກາງແບ່ງຫາງເປັນ 2 ຊິກ). ສີຂອງລໍາໂຕ: ສີເງິນອອກເທົາ.

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ປີ້ງກັບສົ້ມຜັກ ຫຼື ກັບຕໍາໝາກຫຸ່ງ. ນອກນັ້ນຍັງສາມາດເຮັດເປັນປາແດກ ແລະ ປາແຫ້ງ.

ການສຶບພັນ ແລະ ວົງຈອນຊີວິດ

ປາໂຕເຕັມໄວຈະພົບຕາມແມ່ນ້ຳສາຍຫຼັກໃນຊ່ວງລະດູແລ້ງ. ເມື່ອຊ່່ວງຕົ້ນລະດູຝົນຈະເລີ່ມເຄື່ອນຍ້າຍເພື່ອວາງໄຂ່ ແລະ ຫາກິນໃນແມ່ນ້ຳສາຂາແຕກຕ່າງ ຫຼື ເຂດນ້ຳຖ້ວມ. ຕົວອ່ອນຈະມີການຈະເລີນເຕິບໂຕໃນເຂດນ້ຳຖ້ວມແລ້ວ ຈະເຄື່ອນຍ້າຍ ລົງມາ ແຫຼ່ງນ້ຳຖາວອນພ້ອມກັບຕົວເຕັມໄວ.

ການປະກອບສ່ວນ