ປາເພ້ຍ / Black Shark Fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Labeo chrysophekadion (Bleeker, 1849) / Cyprinidae
ຊື່ພ້ອງ
Rohita chrysophekadion Bleeker, 1849
Rohita cyanomelas Bleeker, 1852
Rohita polyporos Bleeker, 1854
Rohita koilogeneion Bleeker, 1857
Rohita sima Sauvage, 1878
Rohita pectoralis Sauvage, 1878
Morulius erythrostictus Fowler, 1934
ຊື່ອື່ນ
Thai: E-Tuu, E-Kham
Cambodian: Trey Kaek
Viet: Cá ét mọi
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລຳຕົວຍາວຮຽວເລັກນ້ອຍ, ສັນຫຼັງໂຄ້ງນູນ, ສ່ວນທ້ອງແປ, ສີລຳຕົວ ແລະ ຄີທຸກຄີສີດຳເຂັ້ມ ຫຼື ສີຟ້າອົມດຳ ຫຼື ສີເທົາປົນສີນ້ຳຕານ, ເມື່ອອາຍຸຫຼາຍບໍລິເວນຂອງເກັດທີ່ຢູ່ບໍລິເວນດ້ານຂ້າງລຳຕົວມີຈຸດສີແດງ, ດ້ານລຸ່ມຂອງສ່ວນຫົວ ແລະ ບໍລິເວນທ້ອງຈະມີສີຈາງກວ່າບໍລິເວນຫຼັງ ແລະ ບໍລິເວນດ້ານຂ້າງລຳຕົວ, ປາກຢູ່ຕໍ່າຍືດຫົດໄດ້ ແລະ ມີລັກສະນະເປັນປາກດູດ, ຮີມປາກເທີງ ແລະ ລຸ່ມເປັນຄື້ນ, ມີໜວດ 2 ຄູ່, ຄີຫຼັງມີຂະໜາດໃຫຍ່ ແລະ ສູງກວ່າ ເມື່ອປຽບທຽບກັບຄວາມຍາວຂອງຫົວ ແລະ ຄວາມເລິກຂອງລຳຕົວ, ພົບວ່າຄວາມສູງຂອງຄີຫຼັງຫຼາຍກວ່າຄວາມຍາວຂອງຫົວ ແລະ ຍາວເທົ່າໆກັນ ຫຼື ຍາວກວ່າເລັກນ້ອຍ. ຄີທ້ອງຍາວເຖິງຄີກົ້ນ, ຄີຫາງວ້ຳເລິກເປັນສອງແສກ, ປາເພ້ຍເປັນປາຂະໜາດໃຫຍ່ນິຍົມບໍລິໂພກ ເນື່ອງຈາກມີລົດຊາດແຊບ, ລູກປາຂະໜາດນ້ອຍນິຍົມລ້ຽງເປັນປາສວຍງາມ, ຂະໜາດສະເລ່ຍຍາວປະມານ 25 ຊມ. ອາຫານຂອງພວກມັນແມ່ນໄຄຫິນ, ພືດນ້ຳຂະໜາດນ້ອຍ, ຊາກພືດ, ແພງຕອນ ແລະ ຕົວອ່ອນຂອງແມ່ນໄມ້ນ້ຳ. 

ການປະກອບສ່ວນ