ລາບໝາກລີ້ນໄມ້

ບົວວອນ ທິບພາວັນ
ໝາກລີ້ນໄມ້ ຫຼື ໝາກອີງກາ ໃນພາກເໜືອຂອງລາວ ນິຍົມນຳມາປຸງແຕ່ງເປັນອາຫານໄດ້ຫຼາຍປະເພດເຊັ່ນ: ລາບເປັນຕົ້ນ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ຊີ້ນງົວ 0,5 kg
  • ໜາກລິນໄມ້ 1 ໜ່ວຍ
  • ເຂົ້າຂົ້ວບົດລະອຽດ 2 ບ່ວງກາເຟ    
  • ຫອມລາບ 10 ຍອດ        
  • ຫອມປ້ອມ 4 ຕົ້ນ
  • ໜາກເຜັດດິບ 4 ໜ່ວຍ
  • ນໍ້າປາ  2 ບ່ວງກາເຟ

ວິທີປຸງແຕ່ງ

  1. ເອົາຊີ້ນງົວລ້າງນໍ້າໃຫ້ສະອາດແລ້ວຊອຍເປັນຕ່ອນໃຫຍ່ ແລ້ວນໍາໄປປີ້ງໃຫ້ສຸກ
  2. ເອົາໝາກລິ້ນໄມ້ເຜົາໄຟໃຫ້ສຸກດີ ແລ້ວລ້າງນໍ້າໃຫ້ສະອາດ ຊອຍຕາມລວງຂວາງບາງໆ
  3. ໝາກເຜັດ,ຫອມປ້ອມ,ຫອມລາບ ລາງນໍ້າໃຫ້ສະອາດຊອຍເປັນຕ່ອນແລບໆປະໄວ້
  4. ນໍາເອົາຊີ້ນປີ້ງພ້ອມກັບໝາກລິ້ນໄມ້ທີ່ຊອຍປະໄວ້ມາປຸງລົດດ້ວຍນໍ້າປາ, ເຂົ້າຂົ້ວ, ໝາກເຜັດ ຊີມລົດຊາດແລ້ວຈຶ່ງນໍາເອົາຫອມປ້ອມ, ຫອມລາບຄົນໃຫ້ເຂົ້າກັນອີກເທື່ອໜຶ່ງແລ້ວຈຶ່ງຕັກໃສ່ຈານພ້ອມເສີບ

ແນະນຳ: ວິທີເຮັດໃຫ້ໝາກລິ້ນໄມ້ບໍ່ຂົ່ມຫຼາຍແມ່ນເອົາໝາກລິ້ນໄມ້ທີ່ເຜົາສຸກມາຊອຍແລ້ວແຊ່ນໍ້າເກືອໂດຍໃສ່ເກືອປະມານ 4-5 ບ່ວງ ຄົນແລ້ວປະໄວ້ປະມານ 5 ນາທີ ແລ້ວນໍາມາລ້າງໃຫ້ສະອາດ ແລ້ວຈຶ່ງນໍາໄປລາບ

ການປະກອບສ່ວນ