ໝົກໝາກລີ້ນໄມ້

Andy Souvanphakdy
ໝົກໝາກລີ້ນໄມ້ ໃສ່ໃບຕອງ ຖືໄດ້ວ່າເປັນອາຫານພື້ນເມືອງ ແລະ ທ້ອງຖິ່ນດັ້ງເດີມຂອງປະເທດລາວ ເຊິ່ງຈະມີລົດຊາດຂົມອ່ອນໆຈາກໝາກລີ້ນໄມ້ ແຕ່ຈະຫອມດ້ວຍເຄື່ອງເທດສະໝຸນໄພທີ່ປະສົມປຸ່ງແຕ່ງເຂົ້າ ຈົນໄດ້ລົດຊາດທີ່ແຊບ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ໝາກລິ້ນໄມ້ 3 ຝັກ(ເຜົາສຸກ)
  • ຊີ້ນໝູບົດ 1 ຖ້ວຍນ້ອຍ
  • ເຂົ້າເບືອ 1 ກຳມື
  • ຫົວສີໄຄ 3 ຫົວ
  • ໃບຂີ້ຫູດ 3 ໃບ
  • ຫອມບົ່ວໃບ 1 ກຳມື
  • ຫອມບົ່ວແດງ 5 ຫົວ
  • ໝາກເຜັດດິບ 5 ໝາກ
  • ໃບຕອງ
  • ປາແດກ 2 ບ່ວງແກງ
  • ນໍ້າປາ 2 ບ່ວງຊາ
phakhaolao.la

 

ວິທີປຸງແຕ່ງ

  1. ກຽມໝໍ້ໜື້ງໄວ້ໃຫ້ຮ້ອນດີ ອາດຈະໃຊ້ຫວດໜື້ງ ຫຼື ໝໍ້ຊຶງກໍໄດ້
  2. ຕໍາຫົວສີໄຄ,ຫອມບົ່ວແດງ, ເຂົ້າເບືອ, ໝາກເຜັດ ໃຫ້ລະອຽດດີ ປະໄວ້ກ່ອນ
  3. ຊອຍໃບຂີ້ຫູດເປັນຕ່ອນນ້ອຍໆ.
  4. ຊອຍໝາກລິນໄມ້ ຂະໜາດຕາມໃຈມັກ.
  5. ເອົາໝາກລິ່ນໄມ້ມາຄົນໃສ່ກັບຊີ້້້ນໝູ, ໃສ່ເຂົ້າເບືືອ, ໃບຂີ້ຫູດ.ຫອມບົ່ວ ແລະ  ເຄື່ອງທີ່ເຮົາຕຳໄວ້ແລ້ວນັ້ນ ປຸງລົດຊາດຕາມໃຈມັກ,ແລ້ວເອົາໃບຕອງມາຫໍ່ ຂະໜາດພໍດີ 
  6. ນຳໄປໜື້ງ ໃຊ້ໄຟແຮງ ໜື້ງປະມານ 60 ນາທີ ຫລື ຈົນກວ່າໝົກຈະສຸກດີ.
  7. ປົງລົງປະໃຫ້ເຢັນກໍເປັນອັນວ່າຮຽບຮ້ອຍພ້ອມຮັບປະທານ
phakhaolao.la


 

ໝາກລີ້ນໄມ້ ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງບໍວ່າຈະເປັນໝົ້ກ, ຊຸບ ຫຼື ນຳມາເປັນຜັກກັບກິນກັບປົ່ນ, ປີ້ງໄດ້ຕາມໃຈ. ນອກນີ້ຍັງມີສັບພະຄຸນເປັນຢາປິ່ນປົວທ້ອງບິດ ແລະ ຮັກສາອາການອາຫານຍ່ອຍຍາກ

phakhaolao.la

 

ການປະກອບສ່ວນ