ໝາກລີ້ນໄມ້ / Indian trumpet flower

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Oroxylum indicum (L.) Kurz / Bignoniaceae
ຊື່ພ້ອງ
Arthrophyllum ceylanicum Miq.
Arthrophyllum reticulatum Blume ex Miq.
Bignonia indica L.
Bignonia lugubris Salisb.
Bignonia pentandra Lour.
Bignonia quadripinnata Blanco
Bignonia tripinnata Noronha
Calosanthes indica (L.) Blume
Hippoxylon indica (L.) Raf.
Spathodea indica (L.) Pers.
ຊື່ອື່ນ
ໄທ: ເພກາ, ກາໂດດົງ, ດອກກາ, ດູແຄ, ບີໂຄ, ມະລີດໄມ້, ມະລີ້ນໄມ້, ລີ້ນຟ້າ, ໝາຫລີ້ນກາງ, ໝາກລີ້ນຊ້າງ
ຫວຽດນາມ: ນູກນັກ, ຊັງດານ, ໂຊໂດທູເຢັນ, ຮ່ວງບານນາມ, ມອຍຮູ, ດິບ, ທູນົກ
ຈີນ: ມູຣູ ໄຣຊວງກູ, ຈຽນແຊງຕີ,
ກຳປູເຈ່ຍ: ປີກາ, ສລາວດໍ
ການຄ້າ: broken bones
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ ສູງ 5-10 ມ, ແຕກກີ່ງງ່າ ຫຼື ບາງຕົ້ນບໍ່ມີງ່າ. ໃບຈັບກົງກັນຂ້າມ, ເປັນໃບປະສົມແບບຂົນນົກ 2-4 ຊັ້ນ, ແຜ່ນໃບຮູບສາມຫຼ່ຽມ-ຮູບໄຂ່, ກ້ຽງ, ບາງເມື່ອແຫ້ງ, ໂຄນໃບມົນ, ບ້ຽວ, ຂອບລຽບ. ຊໍ່ດອກຕັ້ງຊື່, ເກີດທີ່ປາຍຍອດ, ກາບດອກມີຂະໜາດໃຫຍ່, ສີມ່ວງ, ຫຼື ເປັນຮູບລຳໂພງ. ກິບດອກສີມ່ວງປົນສີແດງ ຫຼື ສີເຫຼືອງ, ແສກປາກມີສອງແສກ, ສີຂົນຢູ່ໃກ້ໂຄນດອກ.  ເກສອນຜູ້ມີ 5 ອັນເທົ່າກັນ, ເປັນທໍ່ຍາວ, ຮວງຮັບເປັນຮູບລີ້ນ, ແປ. ໝາກແຫ້ງແລ້ວແຕກ, ເປືອກແຂງ, ຂອບເປັນນູນ. ແກ່ນມົນ, ມີປີກເປັນເຈ້ຍບາງ.

ບັນຍາຍການນຳໃຊ້

 ອາຫານ:

  • ຝັກອ່ອນໃຊ້ຮັບປະທານເປັນອາຫານ

ສັບພະຄຸນ:

  • ຊ່ວຍຕ້ານອະນຸມູນອິດສະລະໃນຮ່າງກາຍ ແລະ ຊ່ວຍຫຼຸດຜ່ອນການເສື່ອມໂຊມຂອງເຊວຕ່າງໆໃນຮ່າງກາຍ (ຝັກອ່ອນ)
  • ຊ່ວຍຫຼຸດຜ່ອນການເກີດຮ່ອງຮອຍກ່ອນໄວ (ຝັກອອ່ນ).
  • ຊ່ວຍບຳລຸງ ແລະ ຮັກສາສາຍຕາ (ຝັກອອ່ນ).
  • ເປັນຢາບຳລຸງທາດ (ຮາກ, ຝັກອອ່ນ ຫຼື ທັງ 5 ສ່ວນ).
  • ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການເກີດພະຍາດມະເຮັງ (ຝັກອອ່ນ).
  • ໃຊ້ປຸງແຕ່ງຢາຮັກສາພະຍາດເບົາຫວານ (ເປືອກ).
  • ຊ່ວຍໃນການຈະເລີນອາຫານໄດ້ດີ (ຮາກ ແລະ ໃບ).
  • ການຮັບປະທານຝັກເຜົາ ຫຼື ຍອດອ່ອນຈະຊ່ວຍຫຼຸດລະດັບ Cholesterol ໃນກະແສເລືອດ (ຝັກອອ່ນ).
  • ຊ່ວຍບຳລຸງເລືອດ ເພີ່ມການໄຫຼວຽນຂອງເລືອດໄດ້ດີ (ເປືອກຕົ້ນ).
  • ຊ່ວຍຂັບເລືອດ ແລະ ດັບພິດໃນກະແສເລືອດ (ເປືອກຕົ້ນ).
  • ການກິນຝັກອ່ອນຂອງໝາກລີ້ນໄມ້ຈະຊ່ວຍໃຫ້ຮ່າງກາຍມີຄວາມອົບອຸ່ນ (ຝັກອອ່ນ).
  • ຮັກສາອາການຮ້ອນໃນ (ຝັກແກ່).
  • ຊ່ວຍບັນເທົາອາການປວດໄຂ້ ດ້ວຍການນຳໃບມາຕົ້ນດື່ມ (ໃບ).
  • ຊ່ວຍແກ້ສັນນິບາດ (ຮາກ)
  • ແກ້ໄຂ້ເລືອດລົມ (ທັງຕົ້ນ)
  • ຊ່ວຍຮັກສາລະອອງໄຂ້ ຫຼື ພະຍາດພູມແພ້ ທີ່ແພຈຸລັງດັງອັກເສບ (ເປືອກຕົ້ນ)
  • ບັນເທົາອາການໄອ ດ້ວຍການນຳແກ່ນແກ່ປະມານເຄິ່ງກຳມືມາຕົ້ມໃສ່ນ້ຳ 300 ມີລີລິດ ໂດຍດື່ມຄັ້ງລະ 1 ຈອກ  ເຊົ້າ, ສວາຍ, ແລງ ຈົນກວ່າອາການຈະດີຂຶ້ນ (ຝັກອ່ອນ ແລະ ແກ່ນ).
  • ຊ່ວຍຂັບເສມຫະ (ຝັກອ່ອນ, ເປືອກ ແລະ ແກ່ນ).
  • ຊ່ວຍແກ້ອາການຮາກບໍ່ເຊົາ ໂດຍການໃຊ້ເປືອກຂອງຕົ້ນຕຳປະສົມກັບນ້ຳສົ້ມຈາກຮັງມົດສົ້ມ ຫຼື ເກືອກໍໄດ້ (ປືອກຕົ້ນ).
  • ຊ່ວຍຂັບນ້ຳຍ່ອຍ (ຮາກ).
  • ຊ່ວຍບັນເທົາອາການແໜ້ນເອິກ ແກ່ນ).
  • ຊ່ວຍບຳລຸງກະເພາະ, ຕັບ ແລະ ປອດ (ແກ່ນ).
  • ຊ່ວຍແກ້ອາການເຈັບທ້ອງ ໂດຍການນຳໃບມາຕົ້ມກັບນ້ຳເພື່ອດື່ມ (ໃບ).
  • ຊ່ວຍຮັກສາອາການຈຸກທ້ອງ, ທ້ອງອືດ-ທ້ອງເຟີ້ (ເປືອກ)
  • ຊ່ວຍຮັກສາພະຍາດເຈັບທ້ອງບິດ (ຮາກ)
  • ຮັກສາອາການທ້ອງທ້ອງ (ທັງຕົ້ນ).
  • ຊ່ວຍຂັບລົມໃນລຳໄສ້ (ເປືອກ ແລະ ໃບ) 
  • ໃຊ້ເປັນຢາຂັບຖ່າຍ ຊ່ວຍລະບາຍທ້ອງ (ແກ່ນ).
  • ຊ່ວຍຂັບລົມ​ (ຝັກອ່ອນ).
  • ຊ່ວຍຮັກສາ ແລະ ບັນເທົາອາການຂອງພະຍາດລິດສະດວງ ໂດຍການໃຊ້ເປືອກຂອງຕົ້ນປະສົມກັບສະໝຸນໄພຊະນິດອື່ນເພື່ອດື່ມ (ທັງຕົ້ນ).
  • ຊ່ວຍຮັກສາອາການບວມຊ້ຳ, ການອັກເສບ ໂດຍການໃຊ້ເປືອກຕົ້ນ ຫຼື ຮາກກັບນ້ຳປູນໃສທາບໍລິເວນທີ່ເປັນ ນອກນີ້້ຍັງຊ່ວຍຫຼຸດອາການເຈັບຝີ ໂດຍການໃຊ້ເປືອກຂອງຕົ້ນມາຝົນແລ້ວທາບໍລິເວນອ້ອມຮອບບໍລິເວນທີ່ເປັນຝີ ນອກຈາກນີ້້ຍັງຊ່ວຍແກ້ອາການຄັນ ໂດຍການນຳໃຊ້ເປືອກຂອງລຳຕົ້ນປະສົມກັບສະໝຸຍໄພຊະນິດອື່ນ (ເປືອກຕົ້ນ).
  • ໃຊ້ເປັນຢາແກ້ພິດໝາກັດ ໂດຍການນຳເປືອກຂອງຕົ້ນມາຕຳແລ້ວນຳມາໃສ່ບໍລິເວນທີ່ຖືກກັດ(  ເປືອກຕົ້ນ).
  • ຊ່ວຍແກ້ອາການເຈັບປວດຈາກຕຸ່ມໝາກສຸກໝາກໃສໂດຍການນຳເອົາເປືອກຕົ້ນລີ້ນໄມ້, ເປືອກຕົ້ນຄູນ ແລະ ຕົ້ນຊົມຊື່ນ ນຳມາຝົນໃສ່ນ້ຳເພື່ອທາບໍລິເວນທີ່ເປັນ ຈະຊ່ວຍໃຫ້ອາການດີໄວຂຶ້ນ (ເປືອກຕົ້ນ).
  • ເປືອຫຕົ້ນມີສານສະກັດຟາໂວນອຍທີ່ຊ່ວຍຢັ້ງຢັ້ງການບີບຕົວຂອງກ້າມກ້ຽງ, ນອກຈາກນີ້ຍັງໃຊ້ທາປາກເດັກນ້ອຍຊ່ວຍແກ່ສາງໃນເດັກນ້ອຍໄດ້ (ເປືອກຕົ້ນ)
  • ແກ້ພະຍາດໄສ້ເລື່ອນ ຫຼື ລູກອັນທະລົງ ໂດຍໃຊ້ເປືອກຕົ້ນລີ້ນໄມ້, ຮາກຕົ້ນຊົມຊື່ນ ແລະ ຫຍ້າຍຸງນຳມາຕຳໃຫ້ເຂົ້າກັນ ແລ້ວນຳໄປລະລາຍກັບນ້ຳມວກເຂົ້າທີ່ໄດ້ຈາກການມ່າເຂົ້າ ແລະ ໃຊ້ຂົນໄກ່ຈຸບແລ້ວນຳມາທາລູກອັນທະດ້ວຍການທາຂຶ້ນ , ນອກຈາຫນີ້ຍັງຊ່ວຍແກ້ອາການເຈັບອັນທະໄດ້ອີກດ້ວຍ (ເປືອກຕົ້ນ).
  • ຊ່ວຍແກ້ອາການພະຍາດມານນ້ຳ ຫຼື ພາວະທີ່ມີນ້ຳຂັງໃນຊ່ອງທ້ອງຈຳນວນຫຼາຍ ໂດຍການນຳເອົາເປືອກຕົ້ນມາປະສົມກັບສະໝຸນໄພຊະນິດອື່ນ(ເປືອກ).
  • ເປືອກນຳມາຕຳປະສົມກັບເຫຼົ້າສີດໂຕແມ່ຍິງຫຼັງເກີດຊ່ວຍເຮັດໃຫ້ຜິວໜັງຊາ (ເປືອກ)
  • ຊ່ວຍແກ້ອາການເປັນຝ້າຂາວໃນປາກ, ຄໍ ແລະ ລີ້ນ (ເປືອກຕຳປະສົມກັບເຫຼົ້າ).
  • ຊ່ວຍຂັບໄລ່ນ້ຳຄາວປາ ແລະ ຊ່ວຍໃຫ້ມົດລູກເຂົ້າອູ່ໄວຂຶ້ນ (ເປືອກ).
  • ໝາກໃຊ້ຮັບປະທານເພື່ອບຳລຸງສະມັດຕະພາບທາງເພດອີກດ້ວຍ (ເປືອກ).
  • ເປືອກຂອງລຳຕົ້ນສາມາດນຳມາຍ້ອມສີຜ້າ ສີທີ່ໄດ້ຄືສີຂຽວອ່ອນ.
ການປະກອບສ່ວນ