ຊຸບໝາກລີ້ນໄມ້

Andy Souvanhphukdee
ຊຸບໝາກລີ້ນໄມ້ ສຸດຍອດອາຫານພື້ນບ້ານ ເພີ່ມຄວາມສົດຊື່ນໃຫ້ຮ່າງກາຍ ດ້ວຍລົດຊາດຂົມ ອັນແຊບຊ້ອຍຈາກໝາກລີ້ນໄມ້
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ:

  • ໝາກລີ້ນໄມ້ 1 ຝັກຍາວ (ຈີ່ໃຫ້ສຸກ)
  • ຜັກແພວ 2-3 ຕົ້ນ
  • ຫອມປ້ອມ 2-3 ຕົ້ນ
  • ຫອມບົວ 2 ຕົ້ນ
  • ເຂົ້າຂົ້ວ 1 ບ່ວງແກງ
  • ໝາກງາຂາວ (ຂົ້ວ) 1ບ່ວງແກງ
  • ໝາກເຜັດ 2-3 ໜ່ວຍ (ປະລິມານ ຕາມຕ້ອງການ)
  • ແປ້ງນົວ 1 ບ່ວງຊາ
  • ເກືອ 1/3 ບ່ວງຊາ
  • ນ້ຳປາ ຫຼື ປາແດກ 1 ບ່ວງຊາ

ວິທີປຸງແຕ່ງ

  • ຊອຍໝາກລີ້ນໄມ້ ຕາມລວງກ້ວາງໃຫ້ເປັນຕ່ອນນ້ອຍໆ
  • ຊອຍຜັກແພວ, ຫອມປ້ອມ, ຫອມບົວ ແລະ ໝາກເຜັດ
  • ຕຳໝາກງາ ແລະ ເຂົາຂົ້ວໃຫ້ມຸ່ນ
  • ໃສ່ໝາກລີ້ນໄມ້, ຜັກແພວ, ຫອມປ້ອມ, ຫອມບົວ ແລະ ໝາກເຜັດຊອຍ ລົງໃນຖ້ວຍ ຫຼື ຊາມ ປຸງລົດດ້ວຍແປ້ງນົວ, ເກືອ, ນ້ຳປາ ຫຼື ປາແດກ
  • ໃສ່ເຂົ້າຂົ້ວ ແລະ ໝາກງາ, ຄົນສ່ວນປະສົມທັງໝົດໃຫ້ເຂົ້າກັນໃຫ້ເຂົ້າກັນ
  • ຕັກໃສ່ຖ້ວຍ ຫຼື ຈານ ພ້ອມຮັບປະທານ
ການປະກອບສ່ວນ