ຫອມລາບ / Marsh Mint

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Mentha × villosa Huds / LAMIACEAE
ຊື່ພ້ອງ
Mentha × alopecuroides var. lamarckii (Ten.) Rouy
Mentha × alopecuroides var. microdonta (Briq.) Rouy
Mentha × amaurophylla Timb.-Lagr.
Mentha × amaurophylla var. rugosa (Gadeceau) Rouy
Mentha × benthamiana Timb.-Lagr.
Mentha × billotiana Déségl. & T.Durand
Mentha × bolzanensis Heinr.Braun
Mentha × chloreilema (Briq.) Heinr.Braun
Mentha × chlorostachya Gand. ex Heinr.Braun
Mentha × controversa Pérard ex Heinr.Braun
Mentha × cordifolia Opiz ex Fresen.
Mentha × dossiniana Déségl. & T.Durand
Mentha × dumortieri Déségl. & T.Durand
Mentha × emarginata Rchb.
Mentha × floccida Déségl.
Mentha × genevensis (T.Durand ex Déségl.) Déségl. & T.Durand
Mentha × gillotii Déségl. & T.Durand
Mentha × gratissima Weber
Mentha × incanescens Heinr.Braun
Mentha × lamarckii Ten.
ຊື່ອື່ນ
Thai: ສະຣະແໜ່
Eng: Kitchen Mint, Marsh Mint
ບັນຍາຍລັກສະນະພືດສາດ

ຜັກຫອມລາບມີລັກສະນະເຄິ່ງລໍາຕົ້ນເຄິ່ງເຄືອ, ມີຮາກຝອຍຂະໜາດໜ້ອຍ ແລະ ສັ້ນ, ລໍາຕົ້ນສູງ 15-30 ຊມ, ລໍາຕົ້ນມີລັກສະນະເປັນຫຼ່ຽມ, ຜິວລໍາຕົ້ນມີສີແດງອົມມ່ວງຈົນເຖິງປາຍຍອດ, ລໍາຕົ້ນສາມາດແຕກກີ່ງງ່າໃໝ່ຈົນຂະຫຍາຍເປັນກໍໃຫຍ່ ແລະ ລໍາຕົ້ນແຕກກິ່ງຂະແໜງຈໍານວນຫຼາຍ. ໃບດ່ຽວ ແລະ ອອກເປັນຄູ່ໆ, ກົງກັນຂ້າມກັນເທິງກິ່ງລໍາຕົ້ນ, ໃບເປັນສີຂຽວຮູບຊົງຣີ, ກວ້າງ 1.5-3.5 ແລະ ຍາວ 2-7 ຊມ. ຜິວໃບຍົ່ນເປັນລູກຄື່ນ, ຂອບໃບຍັກ, ປາຍໃບມົນ ຫຼື ແຫຼມ. ອອກດອກເປັນຊໍ່, ເທິງຊໍ່ໃບບໍລິເວນປາຍຍອດ, ແຕ່ລະຊໍ່ມີດອກຈໍານວນຫຼາຍ, ດອກມີສີບົວອົມມ່ວງ, ມີກີບລ້ຽງ 5 ກີບ ແລະ ກີບດອກເຊື່ອມຕິດກັນເປັນກວຍຕື້ນ 4 ກີບ ພາຍໃນດອກມີເກສອນຜູ້ 4 ອັນ ສ່ວນເກສອນແມ່ບໍ່ຄ່ອຍພົບ. ມີໝາກເປັນສີດໍາ, ມີຂະໜາດນ້ອຍ, ມີລັກສະນະເປັນຮູບກະສວຍ, ເປືອກໝາກກ້ຽງມັນ, ທັງນີ້ໝາກຫອມລາບບໍ່ມັກຕິດເພາະສ່ວນໃຫຍ່ດອກເປັນໝັນ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
-  ໃບອ່ອນ/ຍອດອ່ອນຫອມລາບໃຊ້ຮັບປະທານເປັນຜັກກິນກັບອາຫານປະເພດລາບ, ເຝີ, ຊຸບໄກ່ ເປັນຕົ້ນ.
-  ໃບສົດນໍາມາບີບເພື່ອສູດດົມຈະໄດ້ກິ່ນຫອມນໍ້າມັນລະເຫີຍ ຊ່ວຍໃຫ້ສົດຊື່ນແກ້ອາການວີນຫົວ.
-  ນໍາໃບສົດມາລ້າງນໍ້າແລ້ວໄປຕາກແຫ້ງ 5-7 ແດດສໍາຫຼັບໃຊ້ຊົງເປັນຊາດື່ມ.
-  ຊ່ວຍໃຫ້ຜິວຊຸ່ມຊື່ນດ້ວຍການນໍາເອົາໃບຫອມລາບມາບົດແລ້ວທາຜິວ.
-  ຊ່ວຍບໍາລຸງ ແລະ ຮັກສາສາຍຕາ.
-  ຊ່ວຍແກ້ອາການໜ້າມືດຕາລາຍ ດ້ວຍການດື່ມນໍ້າຕົ້ມໃບຫອມລາບກັບຂີງ.
-  ຊ່ວຍລະງັບກິ່ນປາກໄດ້.
-  ຊ່ວຍຂັບລົມໃນລໍາໄສ້ ແລະ ຊ່ວຍໃນການຍ່ອຍອາຫານ.
-  ກິ່ນຂອງໃບຫອມລາບຊ່ວຍໃນການໄລ່ຍຸງ ແລະ ແມງໄມ້ຕ່າງໆ ດ້ວຍການນໍາໃບມາບົດແລ້ວນໍາມາທາຜິວ.
-  ໃຊ້ແຕ່ງກິ່ນເຄື່ອງດື່ມຕ່າງໆ ແລະ ເຫຼົ່າໄດ້.
-  ນໍາໄປໃຊ້ເຮັດເປັນນໍາມັນຫອມລະເຫີຍເພື່ອໃຊ້ເຮັດການບໍາບັດດ້ວຍກິ່ນ.

ການປະກອບສ່ວນ