ນ້ຳສົ້ມພໍດີ

Andy Souvanhphukdee
ດື່ມນ້ຳໃຫ້ສົດຊື່ນດ້ວຍນ້ຳສົມພໍດີ ເຊິ່ງມີຊັບພະຄຸນດີໄຂ້ ແລະ ນິ້ວ
ເຮືອນຄົວລາວ
http://dwishdom-coffee.lnwshop.com/article/3/%E0%B8%A5%E0%B8%94%E0%B9%84%E0%B8%82%E0%B8%A1%E0%B8%B1%E0%B8%99-%E0%B8%94%E0%B9%89%E0%B8%A7%E0%B8%A2%E0%B8%99%E0%B9%89%E0%B8%B3%E0%B8%81%E0%B8%A3%E0%B8%B0%E0%B9%80%E0%B8%88%E0%B8%B5%E0%B9%8A%E0%B8%A2%E0%B8%9A
http://dwishdom-coffee.lnwshop.com/

ສ່ວນປະສົມ

  • ໝາກສົ້ມພໍດີແຫ້ງ ½ ຈອກກາເຟ
  • ນ້ຳຕານ 2 ຈອກກາເຟ
  • ເກືອ 1 ບ່ວງແກງ
  • ນ້ຳ 5 ຖ້ວຍ
https://www.rareseeds.com/red-roselle/
rareseeds.com

ວິທີປຸງແຕ່ງ

  • ລ້າງໝາກສົ້ມພໍດີໃຫ້ສະອາດ ປະໄວ້
  • ຄ້າງໝໍ້ໃສ່ນ້ຳໃຫ້ຮ້ອນ ຕາມດ້ວຍໝາກສົ້ມພໍດີ (ຕົ້ມຈົນກ່ວາໝາກສົ້ມພໍດີຈະປ່ຽນເປັນສີແດງ ແລະ ອ່ອນ)
  • ຕອງໝາກສົ້ມພໍດີອອກຈາກນ້ຳໃຫ້ໝົດ, ແລ້ວນຳໄປຕົ້ມອີກເທື່ອໜຶ່ງ
  • ໃສ່ນ້ຳຕານ ແລະ ເກືອ ຕົ້ມໃຫ້ລະລາຍ ແລ້ວປິດໄຟ ປະໄວ້ໃຫ້ເຢັນ
  • ເທໃສ່ຈອກ ຫຼື ແກ້ວນ້ຳເພື່ອເກັບໄວ້ໃນຕູ້ເຢັນດື່ມເທື່ອຕໍ່ໄປ

ຄຳແນະນຳ

  • ເພື່ອເພີ່ມຄວາມສົດຊື່ນ ໃສ່ນ້ຳກ້ອນຂະນະດື່ມ

ຂໍ້ມູນເພີ່ມເຕີມ: ປຶ້ມນ້ຳສະມຸນໄພ

ວີດີໂອເພີ່ມເຕີມ Manipuri Foodie

ການປະກອບສ່ວນ