ເຄືອອັນຊັນ / Butterfly Pea

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Clitoria ternatea L. / Papilionaceae
ຊື່ພ້ອງ
Clitoria ternatea var. albiflora Voigt
Clitoria ternatea var. angustifolia Baker f.
Clitoria ternatea var. pilosula (Benth.) Baker
Clitoria ternatea var. ternatea
Clitoria ternatea f. ternatea
ຊື່ອື່ນ
ລາວ: ດອກອັນຊັນ
ໄທ: ເອື້ອງຊັນ, ແດງຊັນ, ອັນຊັນ
ຈີນ: 蝶豆, 蝴蝶花豆
ພາສາອັງກິດ: Butterfly pea, Blue Pea, Asian pigeonwings, bluebellvine, cordofan pea and Darwin pea
ບັນຍາຍລັກສະນະພືດສາດ

ຕົ້ນດອກອັນຊັນເປັນພືດລົ້ມລຸກມີລັກສະນະເປັນເຄືອເລືອໄປຕາມຕົ້ນໄມ້ໃຫ່ຍຕ່າງໆ ມີຂົນປົກຫຸ່ມ. ໃບປະສົມແບບອອກລຽນສະລັບກັນ, ແຜ່ນໃບເປັນຮູບໄຂ່ ມີໃບຍ່ອຍປະມານ 5-7 ໃບ, ກວ້າງ 2-3 ຊມ ແລະ ຍາວປະມານ 3-5 ຊມ ປາຍໃບແຫຼມ, ກົກໃບມົນ, ຜີວໃບດ້ານລຸ່ມມີຂົນໜາປົກຫຸ່ມ, ມີເສັ້ນໃບເຫັນໄດ້ຊັດເຈນ. ດອກມີສີມ່ວງ, ສີຂາວ ແລະ ຟ້າ, ດອກເປັນດອກດ່ຽວຮູບຊົງຄ້າຍຝາຫອຍເຊີຣີອອກເປັນຄູ່ຕາມຊອກໃບ. ກີບດອກມີ 5 ກີບ, ດອກບານເຕັມທີຈະຍາວປະມານ 2.5-3.5 ຊມ. ກີບດອກຮູບຮີ, ປາຍເວົ້າເປັນແວ່ງ, ສ່ວນກາງມີສີເຫຼືອງ. ເປັນດອກຊັ້ນດຽວກີບຊັ້ນນອກມີຂະໜາດໃຫ່ຍກາງກີບອື່ນສີຂາວ ຫຼື ສີມ່ວງ. ສ່ວນກີບຊັ້ນໃນຂະໜາດນ້ອຍ, ດອກມີຂະໜາດເທົ່າກັນ ຊ້ອນວຽນກັນ, ອອກດອກເກືອບຕະຫຼອດປີ. ໝາກແຫ້ງແຕກ, ເປັນໝາກແປ, ກວ້າງປະມານ 1-1.5 ຊມ ແລະ ປະມານ 5-8 ຊມ. ແກ່ນຮູບໄຕ ສີດຳ ມີ 5-10 ແກ່ນ.

ບັນຍາຍການນຳໃຊ້

ຮາກດອກອັນຊັນໃຊ້ເປັນຢາຂັບປັດສະວະ, ແກ້ປັດສະວະພິການ ເປັນຢາລະບາຍ ຊ່ວຍບຳລຸງສາຍຕາ, ແກ້ຕາອັບເສບ, ຕາຟາງ ໂດຍນິຍົມໃຊ້ຮາກຕົ້ນອັນຊັນຊະນິດດອກສີຂາວ. ນອກຈາກນີ້ຖ້ານຳມາສີແຂ້ວຈະເຮັດໃຫ້ແຂ້ວຄົງທົນແຂງແຮງ ແລະ ແກ້ອາການເຈັບແຂ້ວໄດ້ດີ. ແກ່ນໃຊ້ເປັນຢາລະບາຍ ຊຶ່ງໃຊ້ໄດ້ທັງດອກສີນໍ້າມ່ວງ ແລະ ສີຂາວ. ສ່ວນດອກສົດນຳມາທາຫົວເພື່ອໃຊ້ເປັນຢາປູກຜົມຊຶ່ງໃຊ້ດອກຊະນິດສີຂາວ. ນໍ້າອັນຊັນມີສ່ວນຊ່ວຍຕໍ່ຕ້ານອານຸມູນອິດສະຫຼະໃນຮ່າງກາຍ, ສ່ວນເສີມສ້າງພູມຕ້ານທານໃນຮ່າງກາຍ ແລະ ເພີ່ມພະລັງງານໃນຮ່າງກາຍ ມີສ່ວນຊ່ວຍໃນການສະລໍໄວ ແລະ ລີ້ວຮອຍແຫ່ງໄວ. ດອກມີສ່ວນຊ່ວຍໃນການບຳລຸງສະໜອງເພີ່ມການໄຫລວຽນເລືອດ. ນອກນັ້ນດອກຍັງມີລິດໃນການລະລາຍລິ້ມເລືອດ, ຊ່ວຍປ້ອງກັນເສັ້ນເລືອດໃນສະໜອງຕີບ, ຊ່ວຍຮັກສາຜົມລົ້ນ, ໃຊ້ແກ້ອາການຟອກຊໍ້າ. ມີການນຳໃຊ້ດອກເພື່ອເປັນອາຫານ, ສ່ວນສີຍ້ອມເສື້ອຜ້າແມ່ນສະກັດມາຈາກຮາກ ແລະ ເປືອກຂອງມັນ.

ການປະກອບສ່ວນ