ຊາຂີງ

Andy Souvanhphukdee
ຊາຂີງ ດື່ມງ່າຍພ້ອມຜົນປະໂຫຍດອັນຫຼາກລາຍດີຕໍ່ສຸຂະພາບ
ເຮືອນຄົວລາວ
https://www.google.com/url?sa=i&source=images&cd=&cad=rja&uact=8&ved=2ahUKEwjo5sfTwY7kAhWXBIgKHdYgB6sQjhx6BAgBEAI&url=http%3A%2F%2Fhariomhomoeo.com%2F3-ginger-and-mint-tea-5%2F&psig=AOvVaw0AMhWfHBvlooMj5ywB8rvN&ust=1566289329264353
https://hariomhomoeo.com

ຊາຂີງຈັດເປັນເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມຫຼາຍໃນຊ່ວງລະດູໜາວ ແລະ ອາກາດເຢັນ ເພາະຂີງເປັນພືດສະໝຸນໄພທີ່ອຸດົມໄປດ້ວຍວິຕາມິນຊີ, ແມັກນີຊຽມ ແລະ ແຮ່ທາດຕ່າງໆ. 

ເພື່ອປ່ຽນລົດຊາດຂີງທີ່ເຜັດໃຫ້ກາຍເປັນຊາທີ່ມີລົດຊາດແຊບ ແລະ ດື່ມໄດ້ງ່າຍ ຊາຂີງຈຶ່ງປະກອບໄປດວ້ຍໝາກໜາວ ແລະ ນ້ຳເຜິ້ງ. ດັ່ງທີ່ຫຼາຍໆຄົນຮູ້ ຊາຂີງມີສ່ວນປະສົມຈາກທຳພືດສະມຸນໄພມະຊາດ ດັ່ງນັ້ນການດື່ມຊາຂີງຈຶ່ງມີຜົນດີຕໍ່ສຸຂະພາບຫຼາກຫຼາຍຢ່າງເຊັ່ນ:

  • ຊ່ວຍຫຼຸດຜ່ອນອາການວິນຫົວ ແລະ ປວດຮາກ ດັ່ງນັ້ນຄວນດື່ມຊາຂີງໜຶ່ງຈອກກ່ອນອອກເດີນທາງໄກ

  • ຫຼຸດຜ່ອນອາການເຈັບກະເພາະ ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ

  • ຊ່ວຍຫຼຸດຜ່ອນການອັກເສບຂອງກ້າມເນື້ອ ແລະ ອາການປວດຂໍ້ຕ່າງໆ

  • ຊ່ວຍຮັກສາພະຍາດທາງເດີນຫາຍໃຈ ແລະ ເຮັດໃຫ້ຫາຍໃຈສະດວກເມື່ອເປັນຫວັດ

  • ປັບຄວາມສົມດຸນ ແລະ ລະບົບໝຸນວຽນຂອງເລືອດ: ຫຼຸດຜ່ອນອາການເຈັບທ້ອງປະຈຳເດືອນ ຊ່ວຍໃຫ້ກ້າມເນື້ອຜ່ອນຄາຍ

  • ຜ່ອນຄາຍຄວາມຄຽດ

  • ປ້ອງກັນພະຍາດຕ່າງໆໄດ້ດີ

ນອກນັ້ນຂີງຍັງໄດ້ຮັບຄວາມນິຍົມ ເພື່ອນຳໄປປະກອບອາຫານ ແລະ ເປັນສ່ວນປະສົມທາງການຢາອີກດ້ວຍ. ລັກສະນະພິເສດຂອງຂີງ ຄືມີລົດຊາດທີ່ຄ່ອນຂ້າງເຜັດ ເພາະສະນັ້ນຄົນສ່ວນໃຫ່ຍຈຶ່ງນຳໄປຮັບປະທານກັບຊູຊິ (ອາຫານຍີ່ປຸນ).

https://www.flickr.com/photos/148498376@N07/37056636391/in/photolist-YsyWXZ-6ZAEKu-2gYxq5J-8N4Pdi-6ZwEiX-fusVzv-iVkazq-2gYxqoj-Ho2jk-FopbDm-nT1K6x-2df57Mk-2df57Uz-2df57W8-QFXUhU-2df57YT-63BXSZ-KpnnU1-RVHJZ3-2dXxqPE-cCG2nG-sua1hv-2cEjzTv-jbkxjs-2dZD4Ut-RToTu9-kqsheF-aKaZ3-2cWG5Nq-S5u1uf-gGs6N-M4UHDo-PHV3mX-dhFxxp-8KMbV4-tY78CF-3muqot-4xzzMC-6ZwEjH-7M12k4-8yEKJH-R6kr-pxiwh1-bJyvJc-gQaL7M-jGWNeW-bs4tcr-2hD88Gb-xKzb1-2eyeZGj
ຂີງ

 

ໂດຍທົ່ວໄປແລ້ວ ຂີງຈະບໍ່ສົ່ງຜົນຂ້າງຄຽງ ຫຼື ເປັນໄພອັນຕະລາຍທີ່ຮ້າຍແຮງຕໍ່ສຸຂະພາບ, ຜູ້ຄົນມັກຄິດວ່າຂີງມີປະສິດທິພາບໃນການຜະລິດນ້ຳບີ ແຕ່ຍັງບໍມີຫຼັກຖານທາງວິທະຍາສາດຍືນຍັນ, ແຕ່ເຖິງຢ່າງນັ້ນຜູ້ທີ່ເຄີຍມີປະຫວັດການຮັກສາກ່ຽວກັບພະຍາດຖົງນ້ຳບີ ຄວນປຶກສາແພດກ່ອນຮັບປະທານ. ອີກໜຶ່ງຜົນຂ້າງຄຽງນ້ອຍໆຈາກຂີງຄື ຈະເຮັດໃຫ້ຮູ້ສຶກເຈັບແສບທ້ອງ ຄ້າຍກັບຕອນຮັບປະທານໝາກເຜັດ ຫຼື ອາຫານທີ່ມີລົດຊາດເຜັດ. ແຕ່ຫຼັງຈາກທີ່ໄດ້ຮັບປະທານຂີງ ຫຼື ດື່ມຊາຂີງແລ້ວ ຮ່າງກາຍຈະເລີ່ມຮູ້ສຶກດີຂຶ້ນ ເພາະຊັບພະຄຸນຈາກພືດສະມຸນໄພທຳມະຊາດ.

ສ່ວນປະສົມຊາຂີງ

  • ຂີງ 1/2 ນິ້ວມື
  • ນ້ຳອຸ່ນໜຶ່ງຈອກ
  • ນ້ຳເຜິ້ງ 1/2 ບ່ວງຊາ
  • ນ້ຳໝາກນາວສົດ 1/2 ບ່ວງຊາ

ວິທີປຸງແຕ່ງ

  • ລ້າງຂີງໃຫ້ສະອາດ ແລ້ວນຳມາປອກເປືອກ
  • ນຳຂີງມາຊອຍ ຫຼື ທຸບ
  • ນຳຂີງມາແຊ່ໃນນ້ຳອຸ່ນ ປະມານ 3-5 ນາທີ
  • ໃສ່ນ້ຳໝາກນາວ ພ້ອມນ້ຳເຜິ້ງ ຄົນໃຫ້ເຂົ້າກັນພ້ອມດື່ມເພື່ອສຸຂະພາບທີ່ດີ

 

source: 

healthline.com

timesofindia.indiatimes.com

ຂີງ/ginger

 

ການປະກອບສ່ວນ