ນໍ້າເຕົ້າຮູ້

Andy Souvanhphukdee
ນ້ຳເຕົ້າຮູ້ ຮັບປະທານງ່າຍ ແລະ ຍັງອຸດົມໄປດ້ວຍໂພຊະນາການຫຼາຍຢ່າງຈາກຖົ່ວເຫຼືອງເຊັ່ນ: ທາດເຫຼັກ, ວິຕາມິນເອ, ບີ1, ບີ2 ແລະ ຍັງຮັກສາຄວາມດັນເລືອດສູງ
ເຮືອນຄົວລາວ
https://www.corriecooks.com/instant-pot-soy-milk/
corriecooks.com

ສ່ວນປະສົມ
  •  ຖົ່ວເຫຼືອງ 1 ຖ້ວຍນ້ອຍ
  •  ນ້ຳ 1 ລິດ

ວິທີປຸງແຕ່ງ
  1.  ລ້າງຖົ່ວເຫຼືອງໃຫ້ສະອາດ ປະມານ 5-6 ນ້ຳ ເພື່ອບໍ່ໃຫ້ມີກິ່ນບູດເນົ່າ, ນຳເອົາເສດເປືອກຖົ່ວອອກໃຫ້ໝົດ ແລ້ວ ນຳໄປແຊ່ນ້ຳ 3-4 ຊົ່ວໂມງ
  2.  ເທນ້ຳອອກໃຫ້ໝົດ ເພື່ອນຳເອົາແຕ່ຖົ່ວເຫຼືອງມາໃສ່ເຄື່ອງປັ່ນ
  3.  ໃສ່ນ້ຳ 1 ລິດ ກ່ອນທີ່ຈະປັ່ນ
  4.  ຫຼັງຈາກປັ່ນແລ້ວ ໃຫ້ເທນ້ຳອອກໃສ່ໂຖໄວ້ ຕອງດ້ວຍເຄື່ອງຕອງ ຫຼື ຜ້າຂາວບາງ
  5.  ນຳຖົ່ວເຫຼືອງທີ່ເຫຼືອ ຈາກການຕອງມາປັ່ນອີກເທື່ອໜຶ່ງ ໂດຍໃຊ້ວິທີດຽວກັນ ຄືໃສ່ນ້ຳ 1 ລິດ
  6.  ນຳນ້ຳຖົ່ວເຫຼືອງມາຕົ້ມດ້ວຍໄຟອ່ອນ ປະມານ 30-40 ນາທີ, ຄວນຄົນທຸກໆ 30-40 ວິນາທີ ເພື່ອບໍ່ໃຫ້ໄຟໄຫມ້ກົ້ນໝໍ້

ຄຳແນະນຳ
  •  ໃສ່ນ້ຳຕານ ຫຼື ນ້ຳເຊື່ອມ ເພື່ອເພີ່ມຄວາມຫວານ
  •  ໃສ່ໃບເຕີຍເວລາຕົ້ມ ເພື່ອກິ່ນຫອມ

ການປະກອບສ່ວນ