ຂົ້ວມີ່

Andy Souvanhphukdee
ຂົ້ວມີ່ ແບບລາວໆ ອາຫານແຊບຊ້ອຍທີ່ປຸງແຕ່ງດ້ວຍສ່ວນປະສົມພື້ນບ້ານ ຫາໄດ້ຕາມສວນບ້ານທົ່ວໄປບໍ່ວ່າຈະເປັນຫອມລາບ ຫຼື ຫອມປ້ອມ
ເຮືອນຄົວລາວ
https://mysocialmate.co/tag/%E0%BA%AD%E0%BA%B2%E0%BA%AB%E0%BA%B2%E0%BA%99%E0%BA%A5%E0%BA%B2%E0%BA%A7
mysocialmate.co

ສ່ວນປະສົມ:

  • ເສັ້ນເຝີ  ½ kg
  • ຖົ່ວຫງອກ  1 ຖວ້ຍນ້ອຍ
  • ຜັກຫອມປ້ອມ 1 ຖ້ວຍນ້ອຍ (ຊອຍ)
  • ຜັກຫອມບົ່ວ 1 ຖ້ວຍນ້ອຍ (ຊອຍ)
  • ໝາກເຜັດແຫ້ງ 5 ໜ່ວຍ (ຈີ່ໃຫ້ສຸກ)
  • ກະທຽມ 3-5 ປ່ຽງ (ທຸບ ຫຼື ຕຳ ໃຫ້ມຸ່ນ)
  • ນ້ຳຕານ 2 ບ່ວງແກງ
  • ສະອິວ 1 ບ່ວງແກງ
  • ເກືອ ½ ບ່ວງຊາ
  • ນ້ຳມັນພືດ 3 ບ່ວງແກງ
phakhaolao.la
phakhaolao.la

ວິທີປຸງແຕ່ງ

  • ຄ້າງໝໍ້ໃຫ້ຮ້ອນ ໃສ່ນ້ຳມັນ ເພື່ອກຽວກະທຽມໃຫ້ເປັນສີເຫຼືອງອ່ອນພໍປະມານ
  • ໃສ່ນ້ຳຕານ ກຽວຈົນກ່ວານ້ຳຕານຈະເປື່ອຍເປັນສີແດງ, ໃສ່ເກືອ, ສະອິວ ແລ້ວຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ
  • ນຳເສັ້ນເຝີໄປລ້າງ ແລ້ວໃສ່ລົງໝໍ້ເພື່ອຂົ້ວ ປະມານ 3-5 ນາທີ ຫຼື ຈົນກ່ວາເສັ້ນຈະອ່ອນ ແລະ ສຸກ ພ້ອມຮັບປະທານ
  • ປິດໄຟຕັກໃສ່ຖ້ວຍ ໂຮຍໜ້າດ້ວຍຖົ່ວຫງອກ ແລະ ໝາກເຜັດ ພ້ອມຮັບປະທານ 

ຄຳແນະນຳ

  • ຄວນຮັບປະທານກັບຫອມລາບ, ໃບກະເພົາ, ຜັກກະລຳ ຫຼື ຜັກສະລັດ ເພື່ອລົດຊາດທີ່ແຊບ

 

ວີດີໂອເພີ່ມເຕີມຈາກ sisou sauce

ການປະກອບສ່ວນ