ຜັກກະເພົາ / Holy Basil

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ocimum sanctum L. / Lamiaceae
ຊື່ພ້ອງ
Ocimum sanctum var. angustifolium Benth.
Ocimum sanctum var. cubensis Gomes
Ocimum sanctum var. hirsutum (Benth.) Hook.f.
ຊື່ອື່ນ
ລາວ: ຜັກເພົາ
ໄທ: ກະເພົາຂົນ, ກະເພົາຂາວ, ກະເພົາແດງ (ພາກກາງ), ກອມກໍ້, ກອມກໍ້ດົງ, (ຊຽງໃໝ່), ຫໍ່ຕູ່ປຣູ, ອີ່ມຄີມຫຼຳ (ແມ່ຮ່ອງສອນ)
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກແຕກກິ່ງກ້ານສາຂາ, ສູງປະມານ 30–60 ຊັງຕີແມັດ, ໂຄນລຳຕົ້ນຂ້ອນຂ້າງແຂງ, ຕາມລຳຕົ້ນມີຂົນ, ມີກິ່ນຫອມ. ໃບ: ເປັນໃບດ່ຽວຈັບກົງກັນຂ້າມ, ກວ້າງປະມານ 1–3 ຊັງຕີແມັດ, ຍາວ 2–2,5 ຊັງຕີແມັດ. ປາຍແຫຼມ ຫຼື ມົນ, ໂຄນແຫຼມ, ຂອບເປັນຢັກແຂ້ວເລື່ອຍ ແລະ ເປັນຄື່ນ, ແຜ່ນໃບມີຂົນໂດຍສະເພາະຍອດໃບສີຂຽວເອີ້ນກະເພົາຂາວ, ໃບສີແດງເອີ້ນກະເພົາແດງ. ດອກ: ອອກເປັນຊໍ່ບໍລິເວນປາຍຍອດ ແລະ ປາຍກິ່ງ, ຍາວ 8–10 ຊັງຕີແມັດ. ປະກອບດ້ວຍດອກນ້ອຍໆ ອອກເປັນວົງຮອບແກນຊໍ່ເປັນຊັ້ນໆ, ກ້ານດອກຍາວ 2–3 ມີນລີແມັດ,  ແລະ ກາງອອກຕັ້ງກັບແກນຊໍ່ ກາບລ້ຽງຕິດກັນເປັນຮູບຄ້າຍຄືລະຄັງ, ປາຍແຍກເປັນ 2 ສ່ວນ. ສ່ວນເທີງມີກີບດຽວຂ້າງຂ້າງກົມ, ສ່ວນກາງແຍກເປັນ 4 ແສກ. ປາຍແຫຼມຮຽວ, ດ້ານໃນກ້ຽງ, ດ້ານນອກມີຂົນຕາມໂຄນກີບ, ກີບດອກສີຂາວ ( ກະເພົາຂາວ) ຫຼື ກີບດອກສີຊົມພູອົມມ່ວງ (ກະເພົາແດງ) ດ້ານເທີງມີ 4 ກີບ. ດ້ານລຸ່ມມີ 1 ກີບ, ຂະໜາດຍາວກວ່າດ້ານເທີງຊື່ກາງກີບວ້າວຕື້ນໆ. ປາຍກີບມ້ວນພັນລົງ. ໝາກ: ເປັນໝາກແຫ້ງນ້ອຍ ເມື່ອແຕກອອກຈະມີເມັດສີດຳອົມນ້ຳຕານຄ້າຍຄືຮູບໄຂ່. ມີຈຸດສີເຂັ້ມເມື່ອນຳໄປແຊ່ນ້ຳເປືອກຫຸ້ມເມັດຈະໂພງອອກເປັນເມືອກ. ເມື່ອແກ່ ຫຼື ແຫ້ງເມັດຈະເປັນສີດຳຢູ່ຂ້າງໃນຊື່ງຫຸ້ມດ້ວຍກີບລ້ຽງ.

ບັນຍາຍການນຳໃຊ້

ໃບສົດມີນ້ຳມັນຫອມລະເຫີຍຢູ່ຊື່ງປະກອບດ້ວຍ linalool ແລະ methyl chavicol ເປັນຢາແກ້ຂັບລົມ, ທ້ອງອືດ, ເຈັບທ້ອງ, ບຳລຸງທາດ, ແກ້ອາການຈຸກສຽດໃນທ້ອງ, ແກ້ປວດຮາກ, ໃຫ້ໃຊ້ໃບສົດ ຫຼື ຍອດອ່ອນ 1 ກຳມືມາຕົ້ມກັບນ້ຳໃຫ້ຟົດແລ້ວຕອງເອົາແຕ່ນ້ຳດື່ມ ແຕ່ຖ້າໃຊ້ກັບເດັກນ້ອຍໃຫ້ນຳເອົາຜ້າມາຕຳລະອຽດຄັ້ນເອົານ້ຳນຳມາປະສົມກັບນ້ຳຢາມະຫາຫິງແລ້ວໃຊ້ທາບໍລິເວນຮອບໆສະບື ແລະ ຝາຕີນ ຈະແກ້ອາການເຈັບທ້ອງຂອງເດັກໄດ້.  ແລະ ນ້ຳທີ່ເຮົາເອົາມາຄັ້ນອອກຈາກໃບຍັງໃຊ້ຂັບຂີ້ກະເທີ່, ເຫື່ອ ຫຼື ໃຊ້ທາພາຍນອກແກ້ໂຣກຜີວໜັງໄດ້. ນອກຈາກນີ້ໃບສົດຍັງນຳມາຜັດ ຫຼື ນຳມາແກງເປັນອາຫານໄດ້ອີກດ້ວຍ. ສຳລັບໃບແຫ້ງໃຊ້ຊົງກິນກັບນ້ຳແກ້ທ້ອງຂຶ້ນ ແລະ ນ້ຳມັນທີ່ໄດ້ຈາກໃບກະເພົານັນສາມາດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອໂຣກບາງຊະນິດ. ຊ່ວຍຂ້າຈຸລິນຊີບາງຢ່າງ ແລະ ມີລິດຂ້າຍູງໄດ້ ຊື່ງຈະມີລິດໄດ້ດົນເຖີງ 2 ຊົ່ວໂມງ. ເມັດເມື່ອນຳໄປແຊ່ນ້ຳມັນກໍ່ຈະໂພງເປັນເມືອກຂາວໃຫ້ໃຊ້ໂພະໃນບໍລິເວນຕາ. ເມື່ອຕາມີຜົງ ຫຼື ຝຸ່ນລະອອງເຂົ້າ. ຜົງ ຫຼື ຝຸ່ນລະອອງນັ້ນຈະອອກມາຊື່ງຈະບໍ່ເຮັດໃຫ້ຕາເຮົາຊ້ຳອີກດ້ວຍ. ຮາກໃຊ້ຮາກທີ່ແຫ້ງແລ້ວຕົ້ມກັບນ້ຳຮ້ອນດື່ມແກ້ໂຣກທາດພິການ.

ການປະກອບສ່ວນ