ການປູກຜັກສະຫຼັດ

Soulivanh BOUNTHAMMY
ການປູກຜັກສະຫຼັດ ຜັກທີ່ເຕັມໄປດ້ວຍຄຸນປະໂຫຍດ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B8%AB%E0%B8%AD%E0%B8%A1&source=lnms&tbm=isch&sa=X&ved=0ahUKEwjx77-52_TjAhUFat4KHac5C0MQ_AUIECgB&cshid=1565317028837200&biw=1280&bih=610#imgrc=AaOc6piCaw9vxM:
sentangsedtee.com

ການປູກ
     ຜັກສະຫຼັດປູກໄດ້ທັງວິທີຫວ່ານຢາຍສະເໝີທົ່ວໜານ (ພັນໃບ). ຖ້າຫາກປູກແບບແຖວດຽວ ແລະ ແຖວຄູ່ (ໃຊ້ໄດ້ທຸກພັນ). ໄລຍະປູກລະຫວ່າງຕົ້ນ ແລະ ລະຫວ່າງແຖວທີ່ເໝາະສົມຄື: 25x30 ຊມ (ສໍາຫຼັບພັນໃບ) ແລະ 40x40 ຊມ (ສໍາຫຼັບພັນຫໍ່ຫົວ).
ການບົວລະບັດຮັກສາ
  -  ຫຼັງຈາກຫວ່ານພັນແລ້ວຄວນຫົດນໍ້າ 1-2 ເທື່ອຕໍ່ມື້ (ຕອນເຊົ້າ ແລະ ຕອນແລງ) ໃນໄລຍະ 1-2 ອາທິດ.
  -  ຖ້າຜັກຂະຫຍາຍຕົວຊ້າຄວນໃສ່ຝຸ່ນຄອກຕື່ມ.
  -  ສີດຢາສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້.
ການເກັບກ່ຽວມີ 2 ວິທີ:
  -  ວິທີການຫຼົກ: ເມື່ອຜັກໃຫຍ່ສາມາດນໍາໄປຮັບປະທານໄດ້ແມ່ນຫຼົກອອກໝົດຕົ້ນ.
  -  ວິທີການຕັດ: ແມ່ນໃຊ້ມີດຕັດລໍາຕົ້ນຂອງຜັກ.
ຄຸນຄ່າທາງໂພສະນາການ:
    ຜັກຊະນິດນີ້ແມ່ນມີວິຕາມິນເອສູງ, ວິຕາມິນບີ, ແຄວຊຽມ, ເສັ້ນໄຍອາຫານ, ໂຊດຽມ, ໂພແທດຊຽມ, ຕາໂບໄຮເດຼດ, ໃຫ້ພະລັງງານ ແລະ ອື່ນໆ. ນອກນີ້ຍັງຊ່ວຍຍ່ອຍສະລາຍສານຜິດໃນຮ່າງກາຍ, ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດມະເຮັງ...
ຂໍ້ມູນມາຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ