ການຄົ້ນຫາຄຸນຄ່າທີ່ຖືກເຊື່ອງໄວ້ຂອງໜໍ່ຫຼອຍ

Andy Souvanhphukdee
ໜໍ່ຫຼອຍ ແລະ ພືດຊະນິດອື່ນໆ ລ້ວນແຕ່ເປັນຄວາມຍືນຍົງທາງດ້ານເສດຖະກິດ ແລະ ລະບົບນິເວດຢູ່ເຂດເນີນສູງ.
ຊີວະນາໆພັນກະສິກຳ
phakhaolao. la

ເປັນຫຍັງຕ້ອງໜໍ່ຫຼອຍ?

  • ໜໍ່ຫຼອຍເປັນພືດຊະນິດໜຶ່ງທີ່ພົບເຫັນຫຼາຍໃນແຂວງຫົວພັນ ນຳໃຊ້ເປັນອາຫານ ແລະ ຍັງຊ່ວຍຮັກສາສິ່ງແວດລ້ອມນຳອີກ.
  • ໜໍ່ຫຼອຍແມ່ນອາຫານພື້ນບ້ານຂອງແຂວງຫົວພັນທີ່ສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍຢ່າງ.
  • ຄວາມຕ້ອງການບໍລິໂພກໜໍ່ຫຼອຍເພີ່ມຂຶ້ນແຕ່ໜໍ່ຫຼອຍຕາມທຳມະຊາດຫຼຸດລົງ ສົ່ງຜົນໃຫ້ໜໍ່ຫຼອຍຫາຍາກຂຶ້ນ.

ໂຄງການຕາບີມີສ່ວນຮ່ວມໃນການສະໜັບສະໜຸນໜໍ່ຫຼອຍແນວໃດ?

    ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງໄດ້ເຮັດວຽກຮ່ວມກັບໂຄງການຕາບີ ເພື່ອປັບປຸງຄຸນນະພາບຂອງໜໍ່ຫຼອຍ. ການສະໜັບສະໜຸນຂອງພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ຍົກລະດັບຊີວິດການເປັນຢູ່ໃນເຂດຊົນນະບົດ, ຄ້ຳປະກັນດ້ານສະບຽງອາຫານ ແລະ ປົກປັກຮັກສາຊີວິດການເປັນຢູ່ໃນເຂດຊົນນະບົດ. ທາງແຂວງຫົວພັນໄດ້ສືບຕໍ່ ສະໜັບສະໜຸນດ້ານເຕັກນິກການຜະລິດ ແລະ ການຂະຫຍາຍການຕະຫຼາດໃຫ້ເປັນບູລິມະສິດຂອງແຂວງ ເພາະໜໍ່ຫຼອຍມີຄວາມສຳຄັນທາງດ້ານສະບຽງອາຫານ ແລະ ແຫຼ່ງລາຍຮັບຂອງຄອບຄົວ.
    ເນື່ອງຈາກ, ຄວາມຕ້ອງການໜໍ່ຫຼອຍນັບມື້ນັບຫຼາຍຂຶ້ນ ແຕ່ການຕອບສະໜອງຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງຕະຫຼາດ, ພະນັກງານວິຊາການແຂວງລົງເຮັດວຽກຮ່ວມກັບຊຸມຊົນ ເພື່ອສົ່ງເສີມເນື້ອທີ່ການຜະລິດໜໍ່ຫຼອຍໃຫ້ຫຼາຍຂຶ້ນ.


ຜົນໄດ້ຮັບ

  • ຊາວກະສິກອນໄດ້ພິຈາລະນາເຖິງຜົນປະໂຫຍດຈາກການປູກໜໍ່ຫຼອຍເຊິ່ງສາມາດຫຼຸດຜ່ອນແຮງງານ ແລະ ຄວາມສະດວກສະບາຍໃນການເກັບກູ້ໜໍ່ຫຼອຍ.
  • ພະນັກງານວິຊາການແຂວງໄດ້ລົງເຮັດວຽກໃກ້ຊິດຕິດແໜ້ນກັບຊາວກະສິກອນເພື່ອແນະນຳການປູກ ແລະ ບົວລະບັດຮັກສາໜໍ່ຫຼອຍໃຫ້ຖືກຕ້່ອງ.
  • ຫຼັງຈາກ 2 ປີ ການປູກໜໍ່ຫຼອຍກໍເລີ່ມເຫັນຜົນກຳໄລ.
  • ຊາວກະສິກອນສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ.
  • ຜົນຜະລິດໜໍ່ຫຼອຍ ສາມາດຈຳໜ່າຍໄດ້ທັງຕະຫຼາດພາຍໃນແຂວງ ແລະ ຕ່າງແຂວງ.
  • ຈາກການຜະລິດ ແລະ ຈຳໜ່າຍໜໍ່ຫຼອຍເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ມີທຶນການສຶກສາໄວ້ໃຫ້ແກ່ລູກ.
  • ໜໍ່ຫຼອຍ ແລະ ພືດຊະນິດອື່ນໆ ລ້ວນແຕ່ເປັນຄວາມຍືນຍົງທາງດ້ານເສດຖະກິດ ແລະ ລະບົບນິເວດຢູ່ເຂດເນີນສູງ.
ການປະກອບສ່ວນ