ອົ່ວໜໍ່ຫົກ

Andy Souvanhp້ukdee
ອົ່ວໜໍ່ຫົກ ຍັດໄສ້ດ້ວຍໝູບົດ ຫຼື ເຕົ້າຮູ້ ເມນູອາຫານສໍາລັບຄົນທີ່ມັກ ກິນເຂົ້າປ່າກັບຄອບຄົວ ແລະ ໝູ່ເພື່ອນ.
ເຮືອນຄົວລາວ
phakhaolao.la
Kees sprengers (ປຶ້ມສູດອາຫານຂອງເຮືອນພັກທ່າແພ)

ສ່ວນປະກອບ

  • ໜໍ່ໄມ້ 10 ໜໍ່
  • ຊີ້ນໝູບົດ ປະມານໜຶ່ງກຳມືໃຫ່ຍ
  • ເກືອ 1 ບ່ວງຊາ
  • ກະທຽມປອກ 2-3 ປ່ຽງ (1 ຫົວ)
  • ຫົວຜັກບົ່ວແດງ 5 ຫົວ
  • ໝາກເຜັດດິບ 8 ໜ່ວຍ
  • ຫົວສີໄຄ 2 ກ້ານ ຊອຍ
  • ຜັກອີ່ຕູ່ 2-3 ຕົ້ນ (ໃຊ້ໃບປຸງແຕ່ງເທົ່ານັ້ນ)
  • ຫອມບົ່ວ 1 ມັດ
  • ໃບຂີງຊອຍ 4 ໃບ
  • ເກືອ 1 ບ່ວງຊາ
  • ນ້ຳຕານ ເຄິ່ງບ່ວງ ຫຼື 1 ບ່ວງຊາ
  • ນໍ້າປາ 1-2 ບ່ວງແກງ
  • ນ້ຳມັນ ໃຊ້ສຳລັບທອດ
  • ສໍາລັບ 6-10 ຄົນ

ວິທີປຸງແຕ່ງ

  1. ລ້າງເຄື່ອງເທດທັງໝົດໄວ້
  2. ໃຊ້ໄມ້ ຊີກເຄິ່ງກາງໜໍ່ອອກເປັນເສັ້ນໆ ເພື່ອຈະໄດ້ນຳຊີ້ນຍັດເຂົ້າໃນ
  3. ນໍາເກືອ 1 ບ່ວງຊາ, ກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດ ໃສ່ຄົກ ພ້ອມກັບຫົວສີໄຄ ແລ້ວຕຳທຸກຢ່າງໃຫ້ເຂົ້າກັນ.
  4. ຊອຍໃບຜັກອີ່ຕູ່, ໃບຂີງ ແລະ ຫອມບົ່ວ ແລ້ວໃສ່ລົງຄົກຕຳປະມານ 2-3 ນາທີ
  5. ນຳເກືອ, ນໍ້າຕານ ແລະ ນໍ້າປາ 1 ບ່ວງຊາໃສ່ຊີ້ນໝູ ແລ້ວໃຊ້ບ່ວງຄົນເພື່ອໃຫ້ແນ່ໃຈວ່າສ່ວນປະສົມທຸກຢ່າງເຂົ້າກັນ ແລ້ວຕໍາອີກເທື່ອໜຶ່ງ
  6. ນໍາໝູບົດທີ່ ປະສົມກັບເຄື່ອງເທດຮຽບຮ້ອຍແລ້ວ ຍັດໃສ່ດ້ານໃນໜໍ່ໃຫ້ເຕັມທຸກໜໍ່
  7. ນຳໜໍ່ລົງໃນໝໍ້ກະທະ ເພື່ອທອດ ຈົນກວ່າຈະເປັນສີເຫຼືອງ ຫຼື ປະມານ 10 ນາທີ

ຄຳແນະນຳ: ຮັບປະທານກັບເຂົ້າໜຽວ ແລະ ແຈ່ວນຳປູ, ແລະ ຜັກໜຶິ້ງ. ສວນປະສົມ ຫຼື ຜັກແຕ່ງໃຫ້ງາມ ອາດຈະມີໝາກຖົ່ວຍາວ ຫຼື ຜັກອື່ນໆກໍ່ໄດ້ຕາມໃຈມັກ.
ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ (ປຶ້ມເຮືອນພັກທ່າເຮືອ)

ການປະກອບສ່ວນ