ແກງໜໍ່ຫຼອຍ

Andy Souvanhphukdee
ແກງໜໍ່ຫຼອຍ ອາຫານພື້ນບ້ານຈາກຊຳເໜືອ
ເຮືອນຄົວລາວ
phakhaolao. la

ສ່ວນປະສົມ

  - ໜໍ່ຫຼອຍສົດ ປະມານ 1 ມັດ ຫຼື 0. 5 ກິໂລ (ທີ່ປອກກາບແລ້ວ)
  - ປາແດກ 1 ບ່ວງແກງ
  - ໝາກເຂືຶອອ່ອນ 5 ໜ່ວຍ
  - ໝາກເຜັດ 5 ໝ່ວຍ
  - ເຂົ້າໜຽວ ຫຼື ເຂົ້າຈ້າວ 2 ບ່ວງແກງ

ຕາບີ

ວິທີປຸງແຕ່ງ
  1.  ເອົານ້ຳສະອາດໃສ່ໝໍ້ຕົ້ມເພື່ອໃຫ້ຟົດພໍດີເມື່ອກະກຽມສ່ວນປະກອບອື່ນແລ້ວ
  2.  ຕ້ອງປອກເປືອກໜໍ່ຫຼອຍອອກ, ເອົາມີດຕັດເອົາແຕ່ສ່ວນທີ່ອ່ອນ  ຫຼື ຍອດໜໍ່
  3.  ນຳໜໍ່ທີ່ເປືອກແລ້ວມາລ້າງດ້ວຍນ້ຳໃຫ້ສະອາດດີ
  4.  ເມື່ອສັງເກດເຫັນນ້ຳໃນໜໍ້ຟົດດີແລ້ວໃຫ້ເອົາໜໍ່ທີ່ລ້າງລົງໃສ່ໝໍ້ຈົນກວ່າສຸກໃຫ້ພໍດີ
  5.  ເອົາປາແດກ 1 ບ່ວງແກງໃສ່ແອ່ງກັ່ນຕອງ ແຊ່ໃສ່ໝໍ້ຕົ້ມ ກັ່ນເອົາແຕ່ນ້ຳ
ຈາກນັ້ນຊອຍໝາກເຂືອອ່ອນທີ່ລ້າງສະອາດດີແລ້ວລົງໃສ່ 4-5 ໜ່ວຍ, ຊອຍໝາກເຜັດທີ່ລ້າງສະອາດແລ້ວລົງໃສ່ 3-5 ໜ່ວຍ, ເຂົ້າຈ້າວ ຫຼື ເຂົ້າໜຽວໃສ່ 2 ບ່ວງແກງ (ບໍ່ໃສ່ເກືອ ເພາະວ່າມີນ້ຳປາແດກແລ້ວ).

ແນະນຳເພີ່ມເຕີ່ມ: ປື້ມອາຫານບ້ານເຮົາ.

ການປະກອບສ່ວນ